title
stringlengths 7
164
| text
stringlengths 18
16.7k
| category
stringclasses 7
values | date
stringlengths 25
25
| url
stringlengths 27
29
|
---|---|---|---|---|
ບຸນຊ່ວງເຮືອປະເພນີປີນີ້ ຢູ່ນະຄອນຫລວງວຽງຈັນ ຈະມີເຮືອຊ່ວງເຂົ້າຮ່ວມ 52 ລຳ | ບຸນອອກພັນປະວໍລະນາ ແລະ ຊ່ວງເຮືອປະເພນີປະຈຳປີ 2014 ທີ່ນະຄອນຫລວງວຽງຈັນ ທີ່ຈະມີຂຶ້ນໃນວັນທີ 8-9
ຕຸລານີ້, ມາຮອດປັດຈຸບັນໄດ້ມີພາກສ່ວນຕ່າງໆ ສະເໜີເຈດຈຳນົງຂອງຕົນ ທີ່ຈະສົ່ງເຮືອປະເພດຕ່າງໆເຂົ້າຮ່ວມ
ແຂ່ງຂັນແລ້ວ 52 ລຳ, ໃນນີ້ມີເຮືອສູດຊາຍ (55 ສີພາຍ) ຈຳນວນ 7 ລຳ, ເຮືອປະເພນີຊາຍ (55 ສີພາຍ) 13 ລຳ, ປະ
ເພນີຍິງ (45-55 ສີພາຍ) 5 ລຳ ແລະ ເຮືອກິລາ (12 ສີພາຍ) ຈຳນວນ 27 ລຳ.
ໃນນີ້ມີເຮືອຊ່ວງຈາກບ້ານ, ເມືອງ, ຫົວໜ່ວຍທຸລະກິດຕ່າງໆ ໃນນະຄອນຫລວງວຽງຈັນ ແລະ ພິເສດໄດ້ມີເຮືອຊ່ວງ
ຈາກແຂວງວຽງຈັນ ແລະ ຫລວງພະບາງຈຳນວນໜຶ່ງ, ເຊິ່ງການແຂ່ງຂັນຈະມີຂຶ້ນໃນວັນທີ 8-9 ຕຸລາທີ່ມາ ເຖິງໃນ
ນີ້ວັນທີ 8 ແມ່ນການແຂ່ງຂັນເຮືອປະເພນີຍິງ ແລະ ວັນທີ 9 ແມ່ນເຮືອຊາຍ.
ສ່ວນລາງວັນທີ່ຈະໄດ້ຮັບມີ: ສຳລັບເຮືອປະເພນີ ແລະ ເຮືອສູດລາງວັນທີ 1 ຈະໄດ້ຮັບຂັນເງິນນ້ຳໜັກ 1 ກິໂລ ມູນຄ່າ
10 ກວ່າກີບ ພ້ອມເງິນລາງວັນ 21 ລ້ານກີບ, ລາງວັນທີ 2 ຈະໄດ້ຮັບຂັນເງິນ ນ້ຳໜັກ 750 ກຼາມ ມູນຄ່າ 7 ລ້ານກວ່າ
ກີບ, ພ້ອມເງິນລາງວັນ 15 ລ້ານກີບ, ລາງວັນ ທີ 3 ຈະໄດ້ຮັບຂັນເງິນນ້ຳໜັກ 500 ກຼາມ ມູນຄ່າ 5 ລ້ານກວ່າກີບ
ພ້ອມເງິນລາງ ວັນ 10 ລ້ານກີບ, ລາງວັນທີ 4 ຈະ ໄດ້ຮັບເງິນສົດ 5 ລ້ານກີບ, ສ່ວນ ລາງວັນເຮືອຊ່ວງກິລາ 12 ສີພາຍ
ລາງວັນທີ 1 ຈະໄດ້ ຮັບຂັນໂລ້ ມູນຄ່າ 4 ແສນກ່ວາກີບ ພ້ອມເງິນສົດ 8 ລ້ານກີບ, ລາງ ວັນທີ 2 ຂັນໂລ້ ມູນຄ່າ 3 ແສນ
ກວ່າກີບ ພ້ອມເງິນສົດ 6 ລ້ານ ກີບ, ລາງວັນທີ 3 ຂັນໂລ້ ມູນຄ່າ 2 ແສນກວ່າກີບ ພ້ອມເງິນລາງ ວັນ 4 ລ້ານກີບ
ແລະ ລາງວັນທີ 4 ຈະໄດ້ຮັບເງິນ ສົດ 2 ລ້ານກີບ. ນອກຈາກນີ້ ຍັງມີລາງວັນເຮືອ ເຊີ້ງງາມລາງວັນທີ 1 ຈະໄດ້ຮັບ 5
ລ້ານກີບ, ລາງວັນທີ 2 ຈະໄດ້ ຮັບ 3 ລ້ານກີບ ແລະ ລາງວັນທີ 3 ຈະໄດ້ຮັບເງິນ 2 ລ້ານກີບ; ສຳ ລັບລາງວັນເຮືອໄຟງາມ
ລາງ ວັນທີ 1 ຈະໄດ້ຮັບ 3 ລ້ານກີບ, ລາງ ວັນທີ 2 ໄດ້ຮັບ 2 ລ້ານກີບ ແລະ ລາງວັນທີ 3 ຈະໄດ້ຮັບ 1 ລ້ານກີບ; ລາງວັນ
ເຮືອໄຟ (ທຳ ລາຍສະຖິຕິ) ຈະໄດ້ຮັບ 3 ລ້ານ, ລາງວັນເຮືອເອ້ງາມຈະໄດ້ຮັບເງິນສົດ 2 ລ້ານກີບ.
ແຫລ່ງຂ່າວ: ລາວພັດທະນາ | ຂ່າວພາຍໃນ | 2014-10-03T11:22:11+00:00 | https://laopost.com/?p=11226 |
ມ້າງເຄືອຂ່າຍຢາລາຍໃຫຍ່ ຈັບຫົວໂປ่ພ້ອມຢາມ້າ | ປກສ ເມືອງຈັນທະບູລີ ມ້າງໄດ້ຄະດີລັກຊັບພົນລະເມືອງ ພ້ອມຢາບ້າ 7 ເມັດ ແລ້ວຂະຫຍາຍຜົນ
ຈັບຜູ້ທີ່ເປັນ ຫົວໂປ່ໂຕການພວກຄ້າຂາຍຢາເສບຕິດ ລາຍໃຫຍ່ ໄດ້ພ້ອມຂອງການຢາບ້າ ທັງ ໜົດ 75.800 ກວ່າເມັດ ແລະເງິນກີບ 94 ລ້ານກີບເງິນບາດ 30 ພັນບາດ ແລະເຄື່ອງຂອງກາງ.
ທ່ານ ພັທ ສົມວິໄລ ໄຊສຸວັນ ຫົວ ໜ້າຕຳຫຼວດ ປກສ ເມືອງຈັນທະບູລີ ເປີດເຜີຍໃຫ້ຮູ້ວ່າ: ຜູ້ທີ່ເປັນຫົວໂປ່ຕົວ ການຄະດີຄ້າຂາຍຢາເສບຕິດຊື່ທ້າວ ບຸນລຽນ ທໍ ອາຍຸ 34 ປີ ຢູ່ບ້ານນາສ້ຽວ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຈັບໄດ້ໃນວັນທີ 22 ກໍລະກົດ 2016 ພ້ອມຂອງກາງຢາບ້າ 36 ມັດ ກັບ 8 ຖົງ ເທົ່າກັບ 73.600 ເມັດ ການມ້າງຄະດີດັ່ງກ່າວນີ້ ແມ່ນສືບເນື່ອງຈາກຄະດີ ລັກຊັບພົນລະເມືອງ (ລົດຈັກ) ທີ່ມ້າງ ໄດ້ໃນວັນທີ 21 ພຶດສະພາ 2016 ຊຶ່ງຜູ້ ຖືກຫາມີຢາບ້າ 7 ເມັດ.
ຈາກການສືບສວນຂະຫຍາຍຜົນໃຫ້ ຮູ້ວ່າ: ຜູ້ຕ້ອງຫາຄະດີລັກຊັບພົນລະ ເມືອງຊື່ທ້າວ ໄພທູນ ອາຍຸ 24 ປີ ຢູ່ ບ້ານໂພນຄຳ ເມືອງສີໂຄດຕະບອງ ກັກ ຕົວໃນວັນທີ 21 ພຶດສະພາ ນຳຕົວມາສຶບ ສວນຜູ້ກ່ຽວໄດ້ຮັບສາລະພາບວ່າຕົນໄດ້ເສບຢາບ້າມາແຕ່ຕົ້ນປີ 2016 ຢາບ້າ ທີ່ນຳມາເສບແມ່ນຊື້ນຳທ້າວ ແດງ ອາຍຸ 29 ປີ ຢູ່ບ້ານໂພນຄຳ ເມືອງສີໂຄດ ຕະບອງ ຈິ່ງຊັດຖອດຫາ ທ້າວ ແດງ ແລະກັກຕົວວັນທີ 17 ມິຖຸນາ 2016 ພ້ອມຂອງກາງຢາບ້າ 7 ເມັດ.
ຜູ້ກ່ຽວຮັບສາລະພາບວ່າ: ຢາບ້າ ໄດ້ຊື້ມາຂາຍແມ່ນໄດ້ຊື້ນຳທ້າວ ຄຳ ອາຍຸ 30 ປີ ຢູ່ບ້ານຈັນສະຫວ່າງ ເມືອງສີ ໂຄດຕະບອງ ຈາກນັ້ນເຈົ້າໜ້າຈິ່ງນຳ ໃຊ້ວິຊາສະເພາະລົງຕິດຕາມເປົ້າໝາຍມາວັນທີ 22 ກໍລະກົດ 2016 ກໍສາ ມາດຈັບທ້າວ ຄຳ ພ້ອມຂອງກາງຢາບ້າ 2.248 ເມັດ.
ຈາກການສືບສວນທ້າວ ຄຳ ຮັບສາ ລະພາບວ່າຢາບ້າແມ່ນຊື້ນຳທ້າວ ບຸນລຽນ ທໍ ຈາກນັ້ນໃຫ້ທ້າວ ຄຳ ໂທລະສັບຫາທ້າວ ບຸນລຽນທໍ ວ່າຕ້ອງການຢາບ້າຈຳນວນ 3 ມັດ ໂດຍນັດ ຈຸດຂາຍຢູ່ ເສັ້ນທາງເຂດບ້ານ ໄຊມຸງຄຸນ ເມືອງນາຊາຍທອງ ຈາກນັ້ນທ້າວ ບຸນລຽນ ຂີ່ລົດເກັງ ສີປອນ ບໍ່ມີປ້າຍທະບຽນ ເມື່ອມາຮອດຈິ່ງຖືກເຈົ້າໜ້າທີ່ກັກຕົວ ແລະຂອງກາງດັ່ງກ່າວ, ພ້ອມທັງເຂົ້າກວດຄົ້ນເຮືອນພົບຕູ້ເຊັບໜຶ່ງໜ່ວຍໃນຕູ້ເຊັບມີຂອງ ກາງຢາບ້າ 33 ມັດ, 8 ຖົງ ເງິນຈຳນວນ 94 ລ້ານກ່ວາກີບ ມາດຳເນີນຄະດີ.
ຂອບໃຈຂ່າວຈາກ: ເສດຖະກິດ-ສັງຄົມ
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ! | ຂ່າວພາຍໃນ | 2016-08-11T21:24:18+00:00 | https://laopost.com/?p=68173 |
ຖືກຕົວະໄປຂາຍຢູ່ຈີນ 5 ປີ ຍິງລາວຖືກຕຳຫລວດແຂວງຫູໜານ ຊ່ວຍເຫລືອສົ່ງກັບຄືນປະເທດ | ພາບປະກອບ
ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ເມື່ອທ້າຍເດືອນຕຸລາຜ່ານມາ, ໄດ້ສົ່ງມອບຍິງຄົນໜຶ່ງ ທີ່ຕົກເປັນເຫຍື່ອຂອງຂະບວນການຄ້າມະນຸດຂ້າມຊາດ ກັບຄືນມາສູ່ຄອບຄົວ ຢູ່ເມືອງຫ້ວຍຊາຍແຂວງບໍ່ແກ້ວ ຢ່າງປອດໄພ, ພາຍຫລັງຍິງຄົນດັ່ງກ່າວ ໄດ້ມີຕໍາຫລວດແຂວງຫູໜານ ສປ ຈີນ ຊ່ວຍເຫລືອ ອອກມາຈາກສະຖານທີ່ພັກແຫ່ງໜຶ່ງ ໃນເມືອງພິງຈາ ແຂວງຫູໜານ.
ຍິງຜູ້ເຄາະຮ້າຍໄດ້ເລົ່າໃຫ້ເຈົ້າໜ້າທີ່ຮູ້ວ່າ: ໃນໄລຍະປີ 2010 ຕົນໄດ້ຢ່າຮ້າງກັບຜົວ, ຂະນະນັ້ນກໍຖືພາ ແລະ ພາຍຫລັງເກີດລູກໄດ້ປະມານ 6 ເດືອນກໍມີ ທ້າວເສັງ (ສັນຊາດຈີນ) ເຂົ້າມາລົມແບບຊູ້ສາວ ແລະ ຊັກຊວນໄປຢູ່ຈີນ, ໂດຍຮັບຈະເບິ່ງແຍງຕົນ ແລະ ລູກ, ຍ້ອນຖານະຄອບຄົວຍາກຈົນ ຕົນຈຶ່ງຕັດສີນໃຈໄປກັບ ທ້າວ ເສັງ. ພໍໄປຮອດຈີນ (ບໍ່ຮູ້ວ່າເຂດໃດ) ທ້າວ ເສັງ ໄດ້ບອກໃຫ້ຕົນ ແລະ ລູກ ໄປຂຶ້ນລົດຕູ້ອີກຄັນໜຶ່ງ ໄປເມືອງພິງຈາ ແຂວງຫູໜານກ່ອນ ແລ້ວຈະນໍາໄປຕາມຫລັງ, ຊຶ່ງໃນລົດຕູ້ດັ່ງກ່າວ ໄດ້ມີຜູ້ຊາຍອີກສາມຄົນ ແລະ ພາຍຫລັງໄປຮອດເມືອງພິງຈາ ຜູ້ຊາຍທີ່ນັ່ງມານໍາລົດຕູ້ ໄດ້ຂາຍຕົນໃຫ້ກັບ ທ້າວ ຊູຊິວເຕີ ອາຍຸ 37 ປີ, ສ່ວນລູກສາວ ແມ່ນໄດ້ແຍກຈາກຜູ້ເປັນແມ່ ຢູ່ໃນລົດຕູ້ຄັນດັ່ງກ່າວ, ເມື່ອເປັນແນວນັ້ນ ຕົນບໍ່ຮູ້ທາງກັບບ້ານ ຈຶ່ງໄດ້ຕັດສີນໃຈຢູ່ກັບທ້າວ ຊູຊິວເຕີ ແບບຜົວເມຍເປັນເວລາ 5 ປີໃນຫ້ອງພັກແຫ່ງໜຶ່ງ, ໂດຍຕົນເອງເຮັດວຽກຢູ່ຮ້ານອາຫານແຫ່ງໜຶ່ງ ໃນເມືອງພິງຈາ ແລະ ຈາກນັ້ນ ຈຶ່ງໄດ້ມີເຈົ້າໜ້າທີ່ຕໍາຫລວດແຂວງຫູໜານ ມາກວດຄົ້ນສະຖານທີ່ພັກເຊົາ ແລະ ພົບວ່າຕົນບໍ່ມີໜັງສືຜ່ານແດນ (ປັດສະປໍ) ຈຶ່ງໄດ້ຊ່ວຍສົ່ງໃຫ້ເຈົ້າໜ້າທີ່ກອງບັນຊາການແຂວງບໍ່ແກ້ວ.
ນີ້ເປັນພຽງກໍລະນີໜຶ່ງ ທີ່ບົ່ງບອກວ່າການຄ້າມະນຸດນັ້ນ ມີຫລາຍຮູບແບບ ແລະ ມີຄວາມອັນຕະລາຍ ທີ່ກະທົບໂດຍກົງດ້ານສຸຂະພາບ, ຊີວິດ, ຈິດໃຈ, ກຽດສັກສີ ແລະ ເສລີພາບ, ເຊິ່ງໄລຍະຜ່ານມາ ສປປ ລາວ ຖືສໍາຄັນໃນການສະກັດກັ້ນ ແລະ ຕ້ານການຄ້າມະນຸດຢ່າງຈິງຈັງ ແລະ ມີມາດຕະການດ້ານລະບຽບກົດໝາຍ ເພື່ອລົງໂທດຜູ້ກະທໍາຜິດຢ່າງເຂັ້ມງວດ, ໂດຍສະເພາະໃນກົດໝາຍວ່າດ້ວຍຕ້ານການຄ້າມະນຸດໄດ້ລະບຸວ່າ: ການຄ້າມະນຸດແມ່ນການຊອກຫາ, ລັກພາຕົວ, ການເຄື່ອນຍ້າຍ, ການຂົນສົ່ງ ຫລື ນໍາສົ່ງ, ຮັບເອົາຄົນຢູ່ພາຍໃນ ແລະ ຕ່າງປະເທດ, ການໃຫ້ບ່ອນພັກເຊົາ ຫລື ລີ້ຊ້ອນດ້ວຍການຂົນຂວາຍ, ແນະນໍາ, ຕົວະຍົວະຫລອກຫລວງ, ຊື້ຈ້າງຈອບອອຍ, ຍຸຍົງ, ສວຍໃຊ້ອໍານາດບັງຄັບ, ນາບຂູ່, ຜູກມັດດ້ວຍໜີ້ສິນ, ໝັ້ນໝາຍແອບແຝງ, ແຕ່ງດອງແອບແຝງ, ການເອົາເດັກມາລ້ຽງ ຫລື ເອົາເດັກເປັນລູກລ້ຽງແອບແຝງ, ການໃຫ້ຖືພາ, ຂໍທານ, ແລະ ການຖ່າຍພາບ, ສະແດງ, ເຜີຍແຜ່ສິ່ງລາມົກ ຫລື ດ້ວຍຮູບການອື່ນ ເພື່ອຂູດຮີດແຮງງານ, ຂູດຮີດທາງເພດ, ເປັນຂ້າທາດ, ຄ້າໂສເພນີ, ເອົາອະໄວຍະວະຕ່າງໆຂອງຮ່າງກາຍໄປຂາຍ ແລະ ສິ່ງອື່ນໆທີ່ຂັດກັບກົດໝາຍ ແລະ ວັດທະນາທໍາອັນດີງາມຂອງຊາດ ຫລື ຈຸດປະສົງອື່ນເພື່ອຫາຜົນປະໂຫຍດ ແລະ ບຸກຄົນໃດ ຫາກກະທໍາຜິດໃນສະຖານການຄ້າມະນຸດ ຈະຖືກລົງໂທດຕັອິດສະຫລະພາບແຕ່ 5-10 ປີ ແລະ ປັບໃໝແຕ່ 10-100 ລ້ານກີບ, ໃນກໍລະນີທີ່ການກະທໍາຜິດເປັນອາຈີນ, ມີການຈັດຕັ້ງເປັນກຸ່ມ, ຜູ້ຖືກເຄາະຮ້າຍເປັນເດັກນ້ອຍ, ຜູ້ເຄາະຮ້າຍມີຈໍານວນສອງຄົນຂຶ້ນໄປ, ເປັນຍາດໃກ້ຊິດຂອງຜູ້ກະທໍາຜິດ, ຜູ້ຖືກເຄາະຮ້າຍໄດ້ຮັບບາດເຈັບສາຫັດ, ເສຍອົງຄະ, ພິການ ຫລື ເສຍຈິດ ຈະຖືກລົງໂທດຕັດອິດສະຫລະພາບແຕ່ 15-20 ປີ ແລະ ປັບໃໝ 100-500 ລ້ານກີບ ແລະ ຈະຖືກຮີບຊັບ ແລະ ໃນກໍລະນີທີ່ມີການກະທໍາຜິດ ຫາກເຮັດໃຫ້ຜູ້ເຄາະຮ້າຍພິການຕະຫລອດຊີວິດ, ຕິດເຊື້ອເຮສໄອວີ ຈະຖືກລົງໂທດຕັດອິດສະລະພາບຕະຫລອດຊີວິດ ແລະ ປັບໃໝ ແຕ່ 500-1000 ລ້ານກີບ ແລະ ຈະຖືກຮີບຊັບຕາມກົດໝາຍອາຍາ ຫລື ປະຫານຊີວິດ.
ແຫລ່ງຂ່າວ:
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ! | ຂ່າວພາຍໃນ | 2016-11-30T12:17:51+00:00 | https://laopost.com/?p=78341 |
ນາຍົກກຳປູເຈຍ ພ້ອມເງິນ 170 ລ້ານກວ່າກີບ ໃຫ້ນັກກິລາແລ່ນ-ລານ | ຫຼັງຈາກທີ່ ນາງ ບູ ຊຳນັງ ນັກກິລາແລ່ນ-ລານທີມຊາດກຳປູເຈຍ ແລ່ນຝ່າສາຍຝົນໃນການແຂ່ງຂັນແລ່ນ 5.000 ແມັດຍິງ ໃນງານມະຫະກຳກິລາຊີເກມ ຄັ້ງທີ 32 ທີ່ສະໜາມກິລາແຫ່ງຊາດມໍລະດົກເຕໂຊ ເມື່ອບໍ່ດົນມານີ້ ຊຶ່ງນັກກິລາຄົນນີ້ແລ່ນແບບບໍ່ຍອມຈຳນົນເຖິງວ່າຄູ່ແຂ່ງຄົນອື່ນໆຈະເຂົ້າເສັ້ນໄຊໄປແລ້ວປະມານ 6 ນາທີກໍຕາມ ແຕ່ລາວຍັງແລ່ນຕໍ່ຈົນຈົບການແຂ່ງຂັນ ດ້ວຍເວລາ 22 ນາທີ 54,200 ວິນາທີ ຈົນໄດ້ຮັບສຽງຍ້ອງຍໍຊົມເຊີຍຢ່າງຫຼວງຫຼາຍຈາກແຟນກິລາ.
ຫຼ້າສຸດ ພະນະທ່ານ ສົມເດັດ ຮຸນແຊນ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກກຳປູເຈຍ ໄດ້ໂພດຜ່ານເຟດບຸກສ່ວນຕົວ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ນາງ ບູ ຊຳນັງ ວ່າມີນ້ຳໃຈນັກກິລາຢ່າງແທ້ຈິງ ໂດຍພ້ອມຈະມອບເງິນ ຈຳນວນ 170 ລ້ານກວ່າກີບ (10.000 ໂດລາສະຫະລັດ) ໃຫ້ກັບນັກກິລາແລ່ນ-ລານສາວຄົນນີ້ ເຖິງວ່າທ່ານກຳລັງຕິດພາລະກິດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ທີ່ປະເທດອິນໂດເນເຊຍ ກໍຕາມ.
ພະນະທ່ານ ສົມເດັດ ຮຸນແຊນ ກ່າວວ່າ: “ເຖິງວ່າຂ້າພະເຈົ້າຈະຢູ່ທີ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ທີ່ປະເທດອິນໂດເນເຊຍ ແຕ່ຂ້ອຍກໍຍັງຕິດຕາມຊົມການແຂ່ງຂັນກິລາໃນງານມະຫະກຳກິລາຊີເກມ ຄັ້ງທີ 32 ທີ່ພວກເຮົາເປັນເຈົ້າພາບຢ່າງໃກ້ຊິດ ແລະ ສິ່ງທີ່ໜ້າສົນໃຈຄືນັກກິລາທີ່ແລ່ນທ່າມກາງຝົນຕົກ ເຖິງວ່າຈະບໍ່ຕິດການຈັດອັນດັບແລ້ວກໍຕາມ ເພື່ອເປັນກຳລັງໃຈໃນຄວາມອົດທົນພະຍາຍາມ ຂ້າພະເຈົ້າ ພ້ອມດ້ວຍຄອບຄົວ ຕ້ອງການມອບເງິນຈຳນວນ 170 ລ້ານກວ່າກີບ ໃຫ້ກັບນັກກິລາຄົນນີ້”.
ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ | ຂ່າວພາຍໃນ | 2023-05-12T16:42:28+00:00 | https://laopost.com/?p=144519 |
ບຸນຊ່ວງເຮືອທີ່ເມືອງຊຽງເງິນ | ວັນທີ 10 ຕຸລາ 2022 ນີ້ອົງການປົກຄອງເມືອງຊຽງເງິນໄດ້ຈັດງານບຸນຊ່ວງເຮືອປະຈຳປີ 2022 ມີການນຳຂອງແຂວງເມືອງອ້ອມຂ້າງ ພ້ອມດ້ວຍ ມວນຊົນ ແຂກທັງພາຍໃນແລະຕ່າງປະເທດເຂົ້າຮ່ວມ.
ໃນພິທີດັ່ງກ່າວ ທ່ານ ສົມແວວເພັດ ດວງປະສິດ ເຈົ້າເມືອງຊຽງເງິນ ປະທານຈັດບຸນໄດ້ກ່າວເປີດການແຂ່ງຂັນວ່າ: ທຸກປີພໍເຖີງມື້ຂື້ນ 15 ຄໍ່າເດືອນ 11 ປະຊາຊົນບັນດາເຜົ່າຊາວເມືອງຊຽງເງີນທີ່ຢູ່ລຽບສາຍນ້ຳຄານ ໄດ້ນຳເອົາເຮືອຊ່ວງຂອງຕົນເຂົ້າຮ່ວມແຂ່ງເພື່ອສະແດງເຖີງພາລະກຳລັງຂອງນັດສີພາຍເຮືອຊ່ວງ, ຄວາມສາມັກຄີລະຫວ່າງບ້ານຕໍ່ບ້ານ, ເມືອງຕໍ່ເມືອງ, ພ້ອມທັງເປັນການບູຊາພະຍານາກຕາມຮີດຄອງປະເພນີ ເພື່ອປົກກັກຮັກສາບ້ານເມືອງ ໃຫ້ມີຄວາມຈະເລີນຮຸ່ງເຮືຶອງ ແລະຢູ່ເຢັນເປັນສຸກຕະຫລອດໄປ. ສຳລັບ 3 ປີຜ່ານມາປະຊາຊົນຊາວເມືອງຊຽງເງິນບໍ່ໄດ້ຈັດບຸນຊ່ວງເຮືອຂື້ນ ຍ້ອນສະພາບການລະບາດຂອງພະຍາດໂຄວິດ 19 ເຮັດພຽງຄອບໄຂ່ວສາຍນ້ຳຕາມປະເພນີເທົ່ານັ້ນ.
ພາຍຫລັງລັດຖະບານໄດ້ເປີດຕ້ອນຮັບນັກທ່ອງທ່ຽວເຕັມຮູບແບບ ອົງການປົກຄອງເມືອງຈື່ງຕົກລົງຈັດງານບຸນຊ່ວງເຮືອຂື້ນອີກຄັ້ງເພື່ອຊຸກຍູ້ດ້ານການທ່ອງທ່ຽວຂອງເມືອງ ໃຫ້ມີຄວາມເບີກບານມ່ວນຊື່ນ ແລະມີຄວາມເຂັ້ມແຂງ. ໂອກາດນີ້ທ່ານໄດ້ຮຽກຮ້ອງໃຫ້ບັນດານັກສີພາຍເຮືອຊ່ວງພ້ອມກັນປະຕິບັດລະບຽບການແຂ່ງຂັນໃຫ້ເຂັ້ມງວດ ເພື່ອເຮັດໃຫ້ການແຂ່ງຂັນມີບັນຍາກາດທີ່ດີ.
ສຳລັບການແຂ່ງປີນີ້ ແມ່ນອົງການປົກຄອງບ້ານມູດເປັນເຈົ້າພາບໂດຍມີເຮືອຊ່ວງເຂົ້າຮ່ວມແຂ່ງຂັນທັງໝົດ 20 ລຳມາຈາກບັນດາບ້ານ-ສຳນັກງານ ອົງການພາຍໃນເມືອງ ແລະຕ່າງເມືອງ ແຂ່ງຂັນໃນຮູບແບບເສຍສອງລ່ອງແລ້ວຂັດອອກ ພ້ອມທັງຈັດອັນດັບທີ່, ສ່ວນເຮືອທີ່ເສຍໜື່ງລ່ອງສາມາດແຂ່ງໄປເຖີງຮອບຊີງຊະນະເລີດ ໂດຍຈະດຳເນີນເປັນເວລາໜື່ງວັນຈື່ງຈະສຳເລັດ.
ທີ່ມາ: ຂ່າວສານຫຼວງພະບາງ | ຂ່າວທ້ອງຖິ່ນ | 2022-10-10T15:13:19+00:00 | https://laopost.com/?p=138442 |
ຈີນ ຈະສົ່ງຍານອາວະກາດ ໄປສຳຫລວດດ້ານມືດດວງຈັນ ເປັນຊາດທຳອິດໃນໂລກ! | ຂປລ. ຕາມຂ່າວຕ່າງປະເທດ, ວັນທີ 10 ກັນຍາ 2015, ຈີນວາງແຜນຈະສົ່ງຍານອາວະກາດໄປຍັງດວງຈັນ ເພື່ອສຳຫລວດຝັ່ງດ້ານໄກ ທີ່ເປັນດ້ານມືດຂອງດວງຈັນ, ເຊິ່ງເປັນຄວາມພະຍາຍາມ ລ່າສຸດ ໃນໂຄງການ ສຳຫລວດ ອາວະກາດ ຂອງຈີນ.
ພາລະກິດສຳຫລວດດວງຈັນຄັ້ງນີ້ ຈະເລີ່ມກ່ອນປີ 2020 ແລະ ຈີນຕັ້ງເປົ້າໝາຍຈະສົ່ງຍານໄປສຳຫລວດໄປຍັງສ່ວນຂອງດວງຈັນ ທີ່ໂລກບໍ່ເຄີຍເບິ່ງເຫັນມາກ່ອນ ໃນຝັ່ງດ້ານມືດຂອງດວງຈັນນີ້ ແລະ ບໍ່ເຄີຍມີປະເທດໃດໆທີ່ສົ່ງອາວະກາດ ໄປລົງທີ່ບໍລິເວນດັ່ງກ່າວມາກ່ອນ ທັງນີ້ ເພື່ອແນໃສ່ ສຶກສາ ກ່ຽວກັບ ຄື້ນວິທະຍຸ ຄວາມຖີ່ຕ່ຳ, ສະພາບທາງກໍລະນີ ວິທະຍາ, ໂດຍການປະຕິບັດ ຄັ້ງນີ້ຈະໃສ່ຊື່ວ່າ: “ສາງເອີ໋4”.
ແຫລ່ງຂ່າວ: | ຂ່າວຕ່າງປະເທດ | 2015-09-11T11:20:03+00:00 | https://laopost.com/?p=34850 |
ກູ້ໄພນະຄອນຫຼວງບັ້ງອົດແຕກ ຫຼັງໂລກຈິດໂທປ່ວນຫຼາຍຄັ້ງ | ຕອນບ່າຍຂອງວັນທີ 17 ມິຖຸນາ 2015 ນີ້ ເຟສບຸກເພຈ ສະມາຄົມອາສາກູ້ໄພ ນະຄອນຫຼວງວຽງຈັນ ໄດ້ໂພສຂໍ້ຄວາມລະບາຍຄວາມອຶດອັດ ໃນໃຈຜ່ານໜ້າເພຈຂອງຕົນເອງ ໂດຍລະບຸວ່າ ໄດ້ມີຜູ້ບໍ່ຫວັງດີ ຫຼືໂລກຈິດ ໂທລະສັບເຂົ້າສາຍດ່ວນ 1624 ແລ້ວຕົວະ ຫຼື ສ້າງຄວາມປັ່ນປ່ວນ ເຊິ່ງເຫດການໃນລັກສະນະດັ່ງກ່າວ ແມ່ນເຄີຍມີຫຼາຍຄັ້ງແລ້ວ ເຊິ່ງຂໍ້ຄວາມທີ່ທາງສະມາຄົມ ອາສາກູ້ໄພນະຄອນຫຼວງວຽງຈັນ ໂພສລົງມີຄື: “ຂໍຄວາມກະລຸນາກັບພວກທີ່ຂ້າພະເຈົ້າແຈ້ງ ເບີໂທໄວ້ຂ້າງລຸ່ມນີ້ຖ້າທ່ານມີເວລາຫຼາຍ ແລ້ວເອົາເວລານັ້ນມາສ້າງຄວາມວຸ່ນວາຍ ໃຫ້ສະມາຄົມອາສາກູ້ໄພນະຄອນຫຼວງ ດ້ວຍການໂທມາກວນ ໂທມາຕົວະກໍໃຫ້ເອົາເວລານັ້ນ ໄປຫາເຮັດແນວອື່ນ xxxx ພວກເຮົາຮັບຄົນເຈັບເກັບຄົນຕາຍ ກໍບໍ່ມີເວລາແລ້ວ ຢ່າໃຫ້ພວກເຮົາມາໄຮ້ສາລະ ກັບພວກທ່ານອີກເລີຍ ນອກຈາກເສຍແຕ່ວ່າຍາດພີ່ນ້ອງ ຂອງພວກທ່ານxxxບໍ່ມີເງິນຊື້xxxແລ້ວຄ່ອຍໂທມາບອກເດີທ່ານ ພວກຂ້າພະເຈົ້າຈະຊ່ວຍxxxxxxxxxxxxໃຫ້ແກ່ຄອບຄົວຂອງພວກທ່ານ…”
ນອກຈາກນັ້ນ ຂໍ້ຄວາມຍັງໄດ້ແຈ້ງເບີທີ່ມັກໂທໄປ ລົບກວນແລະຕົວະສະມາຄົມຯ ມີດັ່ງນີ້: 020 9635 2734, 020 96004597, 020 97668571, 030 5012145. | ຂ່າວພາຍໃນ | 2015-06-17T22:14:03+00:00 | https://laopost.com/?p=28372 |
ເກີດເຫດສຸກເສີນ ການບິນລາວລົງອຸດົມໄຊບໍ່ໄດ້ ຈຳເປັນຕ້ອງກັບມາລົງວຽງຈັນ | ເກີດເຫດສຸກເສີນເຮືອບິນອາເຕແອຖ້ຽວບິນ QV 0501 ຂອງບໍລິສັດການບິນລາວບໍ່ສາມາດລົງສູ່ສະຫນາມອຸດົມໄຊໄດ້ ຍ້ອນສະພາບອາກາດມືດມົວເກີນເຫດຈໍາເປັນຕອງກັບມານະຄອນຫລວງວຽງຈັນຄືນ ແລະ ໄດ້ລົງສະຫນາມບິນວັດໄຕດ້ວຍຄວາມປອດໄພ.
ສາຍການບິນດັ່ງກ່າວບິນຂຶ້ນຈາກສະຫນາມບິນວັດໄຕເວລາ 11:40 ມີຈຸດໝາຍປາຍທາງທີ່ແຂວງອຸດົມໄຊ ປະມານ 12:30 ຕອນບາຍຂອງວັນທີ 27 ມີນາ 2016. ແນວໃດກໍດີ ຜູ້ໂດຍສານສ່ວນໃຫຍ່ແມ່ນມີເຈົ້າຫນ້າທີ່ການທູດ ແລະ ຜູ້ໂດຍສານຢ່າງໜາແໜ້ນ.
ສອດສ່ອງ | ຂ່າວເຫດການ | 2016-03-27T14:03:34+00:00 | https://laopost.com/?p=51766 |
ໝໍເຢຍລະມັນພາກັນເປືອຍກາຍ! ປະທ້ວງບັນຫາຂາດແຄນອຸປະກອນປ້ອງກັນ | ຮູບພາບຈາກ blankebedenken.org
ວັນທີ 27 ເມສາ ສຳນັກຂ່າວ Mirror ລາຍງານເຖິງກະແສການປະທ້ວງຂອງບຸກຄະລາກອນການແພດໃນປະເທດ ເຢຍລະມັນ ຫຼັງຈາກທ່ານໝໍຫຼາຍຄົນຮ່ວມຖ່າຍຮູບເປືອຍໃນແຄັມເປນ “Blanke Bedenken” ເຊິ່ງມີຄວາມໝາຍວ່າ “ເປືອຍຄວາມບໍ່ສະບາຍໃຈ” ໃນພາສາເຢຍລະມັນ ເພື່ອຮຽກຮ້ອງໃຫ້ລັດຖະບານຟ້າວດຳເນີນການຈັດຫາຊຸດອຸປະກອນປ້ອງກັນສ່ວນບຸກຄົນ (PPE) ເຊິ່ງຂາດແຄນຢ່າງໜັກ ແລະເຮັດໃຫ້ເຈົ້າໜ້າທີ່ທາງການແພດຈຳນວນຫຼາຍຕ້ອງສ່ຽງຊີວິດໃນລະຫວ່າງປະຕິບັດໜ້າທີ່ຮັກສາຜູ້ປ່ວຍພະຍາດໂຄວິດ-19
ຮູບພາບຈາກ blankebedenken.org
ລາຍງານລະບຸວ່າ ໝໍ ພະຍາບານ ແລະ ເຈົ້າໜ້າທີ່ການແພດຮຽກຮ້ອງຂໍໃຫ້ລັດຖະບານຈັດຫາຊຸດ PPE ຄອບຄຸມທັ້ງໜ້າກາກອະນາໄມ ແລະ ເສື້ອຄຸມສຳຫຼັບປະຕິບັດການໃກ້ຊິດກັບຜູ້ຕິດເຊື້ອໂຄວິດ-19 ເປັນເວລາຫຼາຍເດືອນນັບຕັ້ງແຕ່ສະຖານະການໄວຣັສໃນປະເທດເລີ່ມວິກິດ ແລະ ມີກໍລະນີຕິດເຊື້ອເພີ່ມຂຶ້ນຢ່າງເນື່ອງ ແຕ່ທາງການກັບລະເລີຍ.
ຄຳຖະແຫຼງຈາກແຄມເປນດັ່ງກ່າວລະບຸວ່າ ໃນຊ່ວງທີ່ສະຖານະການວິກິດ ເຮົາຖືກປ່ອຍໃຫ້ສູ້ພຽງລຳພັງມາດົນແລ້ວ ແລະ ເພື່ອດູແລຄົນປ່ວຍ ແມ້ຈະຂາດແຄນອຸປະກອນປ້ອງກັນ ເຮົາຈຳເປັນຕ້ອງຊ່ວຍເຫຼືອຕົວເຮົາເອງ ເຮົາເຮັດໜ້າກາກປ້ອງກັນ ຫຍິບໜ້າການອະນາໄມ ແລະ ຕັດຫຍິບຊຸດຄຸມ.
ທ່ານໝໍ ຮູເບັນ ເບີນໍ (Ruben Bernau) ໜຶ່ງໃນແພດທີ່ຮ່ວມແຄັມເປນກ່າວວ່າ ການເປືອຍກາຍເປັນສັນຍາລັກທີ່ສະແດງໃຫ້ເຫັນວ່າບຸກຄະລາກອນທາງການແພດມີຄວາມສ່ຽງຫຼາຍເທົ່າໃດ ຫາກຕ້ອງເຮັດວຽກໂດຍບໍ່ມີຊຸດອຸປະກອນປ້ອງກັນ, ສ່ວນດ້ານແພດຍິງ ຍານາ ຮຸສແມນ (Jana Husemann) ລະບຸວ່າໝໍທຸກຄົນຕ້ອງການຮັກສາ ແລະ ກວດຜູ້ປ່ວຍຢ່າງໃກ້ຊິດ ເຊິ່ງການຈະປະຕິບັດໜ້າທີ່ໄດ້ເຕັມຄວາມສາມາດ ແພດ ພະຍາບານ ແລະ ທຸກຄົນທີ່ກ່ຽວຂ້ອງຈຳເປັນຕ້ອງໃສ່ອຸປະກອນປ້ອງກັນ.
ທ່ານໝໍ ພາຣັດ ປັນກາເນຍ (Bharat Pankhania) ຜູ້ຊ່ຽວຊານດ້ານພະຍາດຕິດຕໍ່ ກ່າວວ່າ ເຖິງວ່າໂຮງໝໍຈະມີການຂ້າເຊື້ອຕະຫຼອດເວລາ ແຕ່ໂຮງໝໍກໍ່ເປັນສະຖານທີທີ່ມີເຊື້ອສະສົມຕະຫຼອດເວລາເຊັ່ນກັນ ບຸກຄະລາກອນການແພດຈຶ່ງຄືຢູ່ໃນສະໜາມຮົບ ບໍ່ວ່າຈະປ້ອງດີເທົ່າໃດກໍ່ອາດຈະຖືກຍິງໄດ້ເຊັ່ນກັນ.
ຮູບພາບຈາກ blankebedenken.org
ກ່ອນໜ້ານີ້ ທ່ານ ອັນເດຼຍ ຈີເຊວ (Andreas Geisel) ລັດຖະມົນຕີກະຊວງກິດຈະກຳພາຍໃນຂອງນະຄອນຫຼວງເບີລິນ ຖະແຫຼງປະນາມລັດຖະບານສະຫະລັດອາເມລິກາວ່າເປັນໂຈນສະລັດຍຸກໃໝ່ ຫຼັງຈາກທີ່ໜ້າກາກອະນາໄມຈຳນວນ 200,000 ອັນ ທີ່ສຳນັກງານຕຳຫຼວດນະຄອນຫຼວງເບີລິນສັ່ງຊື້ ຮ່ວມເຖິງຊຳລະຄ່າສິນຄ້າໃຫ້ກັບບໍລິສັດ 3M ຜູ້ຜະລິດຂອງອາເມລິກາ ຖືກຍຶດລະຫວ່າງຫຼັງສົ່ງຈາກຈີນ ຕົ້ນທາງໂຮງງານຜະລິດ ມາຍັງສະໜາມບິນໃນບາງກອກ ປະເທດ ໄທ ກ່ອນຕີກັບໄປອາເມລິກາ ແຕ່ບໍ່ມີລາຍງານເພີ່ມເຕີມວ່າທາງການເຢຍລະມັນ ຈັດຫາຊື້ໜ້າກາກ ແລະ ຊຸດອຸປະກອນປ້ອງກັນຈາກແຫຼ່ງໃໝ່ສຳຫຼັບບຸກຄະລາກອນການແພດໃນປະເທດຫຼືບໍ່.
ຮຽບຮຽງໂດຍ: ວະນິດາ | ຂ່າວຕ່າງປະເທດ | 2020-04-28T17:35:13+00:00 | https://laopost.com/?p=118783 |
ບ້ານເຮືອນປະຊາຊົນຫຼາຍກວ່າ 100 ຫຼັງຄາເສຍຫາຍ ງົວຖືກຟ້າຜ່າຕາຍ 27 ໂຕ | ສຳນັກຂ່າວສານປະເທດລາວລາຍງານວ່າ: ພາຍຫລັງ ສິ້ນສຸດລະດູໜາວ ກ້າວສູ່ລະດູຮ້ອນ ເຊິ່ງໃນຕອນຄໍ່າຂອງວັນທີ 21 ກຸມພາ 2018 ໄດ້ເກີດມີສະພາບຝົນຕົກ ແລະ ຟ້າລົມພັດແຮງ ຄັ້ງທຳອິດ ໃນຫລາຍພາກ ຂອງປະເທດລາວ ອັນໄດ້ສົ່ງຜົນກະທົບ ແລະ ສ້າງຄວາມເສຍຫາຍ ທາງດ້ານຊັບສິນ, ເຮືອນຊານ ແລະ ສັດລ້ຽງ ຂອງປະຊາຊົນ ບາງທ້ອງຖິ່ນ ໂດຍສະເພາະ ຢູ່ເມືອງໜອງແຮດ ແຂວງ ຊຽງຂວາງ ແລະ ເມືອງແກ່ນທ້າວ ແຂວງໄຊຍະບູລີ ແລະ ທ້ອງຖິ່ນອື່ນໆ.
ທ່ານ ໜໍ່ ບີຮ່າ ເຈົ້າເມືອງໜອງແຮດ ແຂວງຊຽງຂວາງ ໃຫ້ຮູ້ວ່າ: ໃນຕອນຄໍ່າ ຂອງວັນທີ 21 ກຸມພານີ້ ເວລາປະມານ 16 ໂມງ ໄດ້ເກີດມີຝົນຕົກ, ລົມພັດແຮງ ແລະ ມີໝາກເຫັບຕົກ ເຮັດໃຫ້ເຮືອນຊານ ຂອງປະຊາຊົນ ຄື: ບ້ານຜາຫວາຍ ເສຍຫາຍ 70 ຫລັງຄາເຮືອນ ແລະ ບ້ານຄັງພະນຽນ ເສຍຫາຍ 10 ຫລັງຄາເຮືອນ ລວມ 80 ຫລັງຄາເຮືອນ ເຊິ່ງ ການເສຍຫາຍດັ່ງກ່າວ ເຮັດໃຫ້ຫລັງຄາເຮືອນເປ່ເພ, ກະເບື້ອງແຕກ ແລະ ສັງກະສີຊອດ, ແຕ່ບໍ່ມີປະຊາຊົນໄດ້ຮັບບາດເຈັບ.
ສ່ວນທາງດ້ານ ທ່ານເຈົ້າເມືອງແກ່ນທ້າວ ແຂວງໄຊຍະບູລີ ກໍ່ໄດ້ບອກກັບ ນັກຂ່າວວ່າ: ໃນເວລາ ປະມານ 7 ໂມງເຊົ້າ ຂອງວັນທີ 22 ກຸມພາ 2018 ໄດ້ເກີດມີເຫດການຟ້າຜ່າງົວ ຂອງປະຊາຊົນ ບ້ານນາຫີນ ຄອບຄົວດຽວ ຕາຍຈຳນວນ 27 ໂຕ ເປັນງົວໃຫຍ່ 19 ໂຕ ແລະ ງົວນ້ອຍ 8 ໂຕ, ລວມມູນຄ່າ ຄວາມເສຍຫາຍ ປະມານ 162 ລ້ານກີບ. ທ່ານເຈົ້າເມືອງແກ່ນທ້າວ ໄດ້ສະແດງຄວາມເສຍໃຈ ຕໍ່ຄອບຄົວທີ່ໄດ້ ຮັບຄວາມເສຍຫາຍໃນຄັ້ງນີ້ ເຊິ່ງເກີດຈາກ ໄພທຳມະຊາດທີ່ບໍ່ອາດຈະຫລີກລ້ຽງໄດ້, ພ້ອມທັງ ສັນນິຖານວ່າ ເຫດການຄັ້ງນີ້ ອາດເປັນຍ້ອນມີຕົ້ນໄມ້ໃຫຍ່ ຢູ່ໃກ້ກັບຄອກງົວ ຈຶ່ງເຕືອນໃຫ້ປະຊາຊົນ ຄວນລະມັດລະວັງຕື່ມ.
ຢ່າງໃດກໍ່ຕາມ ທ່ານເຈົ້າເມືອງແກ່ນທ້າວ ຍັງໄດ້ຍົກໃຫ້ເຫັນ ສະພາບການທາງໄພພິບັດ ນໍ້າຖ້ວມ ທີ່ເກີດຂຶ້ນ ໃນໄລຍະລະດູຝົນ ຂອງປີຜ່ານມາ ກໍ່ໄດ້ສ້າງຄວາມເສຍຫາຍ ທາງດ້ານຊັບສິນ ແລະ ຊີວິດ ຂອງປະຊາຊົນ ເມືອງແກ່ນທ້າວ ຈຳນວນ 6 ບ້ານ, ສ່ວນໃນປີກ່ອນ ກໍ່ໄດ້ມີເຫດການ ຟ້າຜ່າຄວາຍຂອງປະຊາຊົນ ຕາຍກວ່າ 10 ໂຕ. ສະເພາະປີນີ້ ພໍກ້າວສູ່ລະດູຝົນ ກໍ່ໄດ້ເລີ່ມ ມີປະກົດການທາງທຳມະຊາດ ທີ່ສ້າງ ຄວາມເສຍຫາຍຕໍ່ສັດລ້ຽງ ຂອງປະຊາຊົນ. ດັ່ງນັ້ນ, ຈຶ່ງຮຽກຮ້ອງ ໃຫ້ປະຊາຊົນຈົ່ງມີສະຕິລະວັງຕົວ ໃຫ້ຫລາຍຂຶ້ນ.
ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ | ຂ່າວທ້ອງຖິ່ນ | 2018-02-23T12:33:00+00:00 | https://laopost.com/?p=99594 |
ສ.ເກົາຫຼີ ສັ່ງປິດຕະຫຼາດຂາຍຊີ້ນໝາ ເພື່ອປ່ຽນໃຫ້ເປັນສວນສາທາລະນະ | ລັດຖະບານ ສ.ເກົາຫຼີ ສັ່ງປິດຕະຫຼາດຂາຍຊີ້ນໝາໃນເມືອງປູຊານ ຊຶ່ງເປັນໜຶ່ງໃນຕະຫຼາດຄ້າໝາທີ່ໃຫຍ່ທີ່ສຸດຂອງປະເທດພາຍໃນເດືອນກໍລະກົດທີ່ຈະມາເຖິງນີ້ ພາຍຫຼັງທີ່ອົງການປົກຄອງທ້ອງຖິ່ນ ແລະ ອົງການພິທັກສັດ ລວມເຖິງເຈົ້າຂອງຮ້ານຄ້າ (ຊີ້ນໝາ) ລວມທັງໝົດ 19 ຮ້ານໃນຕະຫຼາດບັນລຸຂໍ້ຕົກລົງເຊົາຂາຍຊີ້ນໝາ ແລະ ຈະຫັນປ່ຽນພື້ນທີ່ດັ່ງກ່າວເປັນສວນ ສາທາລະນະສຳລັບຊຸມຊົນ.
ຖືເປັນຂ່າວດີຂອງບັນດາສັດໜ້າຂົນທັງຫຼາຍທີ່ມີຊ່ອງທາງໃນການມີຊີວິດລອດເພີ່ມຂຶ້ນ ທັງນີ້ ຄວາມເຄື່ອນໄຫວດັ່ງກ່າວມີຂຶ້ນເມື່ອປະມານ 7 ເດືອນພາຍຫຼັງທີ່ທາງການເມືອງຊ໊ອງນຳໃນແຂວງຄະຢອງກີໄດ້ສັ່ງປິດໂຮງຂ້າສັດໃຫຍ່ສຸດຂອງ ສ.ເກົາຫຼີ (ເທບຢອງ) ເມື່ອເດືອນພະຈິກ 2018 ແລະ ເມື່ອຕົ້ນປີທີ່ຜ່ານມາ ທ່ານ ປາຣກ ວອນຊູນ ເຈົ້າເມືອງນະຄອນຫຼວງໂຊລ ໄດ້ປະກາດວ່າຈະປິດຮ້ານຂາຍຊີ້ນໝາທັງໝົດໃນນະຄອນຫຼວງໂຊລ ທັງນີ້ ກໍເພື່ອຍົກລະດັບ ແລະ ຟື້ນຟູພາບລັກຂອງປະເທດ.
ຊຶ່ງໃນແຕ່ລະປີມີໝາເກືອບ 2 ລ້ານໂຕຖືກຂ້າໃນຮ້ານຄ້າຫຼາຍແຫ່ງທົ່ວປະເທດ ຊຶ່ງຖືເປັນປະເທດດຽວໃນໂລກທີ່ມີການຕັ້ງຟາມໝາສຳລັບຂາຍຊີ້ນເພື່ອບໍລິໂພກ ຂະນະພູມີພາກອາຊີມີໝາປະມານ 30 ລ້ານໂຕຖືກຂ້າເພື່ອບໍລິໂພກ.
ຮຽບຮຽງ: ສະຫະລັດ ວອນທິວົງໄຊ
ຮູບພາບ: khaosod | ຂ່າວຕ່າງປະເທດ | 2019-06-05T11:10:42+00:00 | https://laopost.com/?p=114515 |
ຜູ້ນຳເກົາຫຼີເໜືອເຕືອນວິກິດເສດຖະກິດຄັ້ງປະຫວັດສາດໃນເກົາຫຼີເໜືອ | ສຳນັກຂ່າວ the Guardian ລາຍງານວ່າ ທ່ານ ຄິມ ຈອງ ອຶນ ຜູ້ນຳເກົາຫຼີເໜືອຮຽກຮ້ອງໃຫ້ມີການ “ຍ່າງເດີນຂະບວນລຳບາກ” ອີກຄັ້ງເພື່ອຕໍ່ຕ້ານຄວາມລຳບາກທາງເສດຖະກິດຢ່າງຮຸນແຮງໂດຍຄ້າຍການປຽບທຽບສະຖານະການກັບຄວາມອຶດຫິວໃນປີ 1990 ເຊິ່ງມີຜູ້ເສຍຊີວິດຫຼາຍແສນຄົນ.
ກ່ອນໜ້ານີ້ ທ່ານ ຄິມ ໄດ້ກ່າວວ່າປະເທດຂອງພວກເຂົາໄດ້ປະເຊີນໜ້າກັບສະຖານະການທີ່ ຮ້າຍແຮງທີ່ສຸດເທົ່າທີ່ເຄີຍມີມາ ເນື່ອງຈາກປັດໄຈຕ່າງໆເຊັ່ນການແຜ່ລະບາດຂອງໄວຣັດໂຄໂຣນາ, ການຄວໍ້າບາດທີ່ນຳໂດຍອາເມລິກາ ແລະ ໄພທຳມະຊາດ ແຕ່ນີ້ເປັນຄັ້ງທຳອິດທີ່ເຂົາແຕ້ມຮູບຄູ່ຂະໜານກັບຄວາມອົດຍາກທີ່ຮ້າຍແຮງ.
ຄະນະສັງເກດການຂອງເກົາຫຼີເໜືອ ບໍ່ພົບເຫັນສັນຍານໄພອຶດຫິວໃຫຍ່ ຫຼື ໄພພິບັດດ້ານມະນຸດສະທຳ. ເຖິງຢ່າງໃດກໍ່ຕາມ, ຄຳເຫັນຂອງທ່ານ ຄິມ ຊີ້ໃຫ້ເຫັນວ່າທ່ານເອົາໃຈໃສ່ຕໍ່ບັນຫາໃນປະຈຸບັນຢ່າງຈິງຈັງ, ເຊິ່ງນັກສັງເກດການຕ່າງປະເທດກ່າວວ່າເປັນການທົດສອບກົດເກນທີ່ໃຫຍ່ທີ່ສຸດຂອງທ່ານເປັນເວລາ 9 ປີ.
ທ່ານ ຄິມ ໄດ້ກ່າວຕໍ່ບັນດາສະມາຊິກພັກໃນລະດັບຜູູ້ນ້ອຍໃນວັນພະຫັດ, ອີງຕາມຂ່າວຂອງອົງການຂ່າວສູນກາງຂອງເກົາຫຼີໃຕ້ວ່າ “ມັນມີອຸປະສັກ ແລະ ຄວາມຫຍຸ້ງຍາກຫຼາຍຢ່າງຢູ່ຂ້າງໜ້າ, ສະນັ້ນການສູ້ຮົບຂອງພວກເຮົາໃນການຈັດຕັ້ງປະຕິບັດການຕັດສິນໃຈຂອງກອງປະຊຸມໃຫຍ່ຄັ້ງທີ VIII ຈະບໍ່ແມ່ນການເດີນເຮືອແບບທຳມະດາຄືຕາມປົກກະຕິ.”
ທ່ານ ຄິມ ່ກ່າວວ່າ “ ຂ້າພະເຈົ້າໄດ້ຕັດສິນໃຈຂໍໃຫ້ WPK (ພັກແຮງງານເກົາຫຼີ) ໃນທຸກລະດັບ, ລວມທັງຄະນະ ກຳ ມະການສູນກາງ ແລະ ເລຂາທິການຂອງພັກທັງໝົດໃຫ້ຈ້າງງານ ‘ການເດີນຂະບວນທີ່ຍາກລຳບາກ’ ເພື່ອຫຼຸດຜ່ອນຄວາມທຸກທໍລະມານຂອງປະຊາຊົນພວກເຮົາ.
“ການເດີນຂະບວນທີ່ຍາກລຳບາກ” ແມ່ນຄຳສັບທີ່ເຈົ້າໜ້າທີ່ເກົາຫຼີເໜືອ ເຄີຍໃຊ້ເພື່ອອ້າງເຖິງຄວາມອຶດຫຶວ ໃນປີ 1990, ເຊິ່ງໄດ້ເພິ່ງພາຊ່ວຍເຫຼືອຈາກນານາປະເທດເປັນເວລາຫຼາຍປີ. ມັນຖືກແຍກອອກໂດຍການສູນເສຍການຊ່ວຍເຫຼືອຂອງໂຊວຽດ, ການປະພຶດທີ່ບໍ່ຖືກຕ້ອງແລະໄພພິບັດ ທຳ ມະຊາດ. ຈຳ ນວນຜູ້ເສຍຊີວິດທີ່ແນ່ນອນແຕກຕ່າງກັນຈາກຫລາຍຮ້ອຍພັນຫາ 2 ລ້ານຫາ 3 ລ້ານຄົນ.
ຂໍ້ມູນຂອງຈີນສະແດງໃຫ້ເຫັນວ່າການຄ້າຂອງເກົາຫຼີເໜືອກັບຈີນ ເຊິ່ງເປັນຄູ່ການຄ້າໃຫຍ່ທີ່ສຸດ ແລະ ເປັນຜູ້ທີ່ໄດ້ຮັບຜົນປະໂຫຍດໄດ້ຫຼຸດລົງປະມານ 80 ເປີເຊັນໃນປີກາຍນີ້ຫຼັງຈາກການປິດຊາຍແດນຂອງເກົາຫຼີເໜືອ ເປັນສ່ວນໜຶ່ງຂອງວິກິດການເສດຖະກິດໃນປະເທດ.
ທ່ານ Cha Deok-cheol, ໂຄສົກຂອງກະຊວງທ້ອນໂຮມຊາດຂອງເກົາຫລີໃຕ້ກ່າວໃນວັນສຸກວານນີ້ວ່າມີສັນຍານສະແດງໃຫ້ເຫັນວ່າເກົາຫຼີເໜືອກຳລັງດຳເນີນການເພື່ອຜ່ອນຄາຍການຄວບຄຸມຊາຍແດນກັບຈີນ, ລວມທັງລາຍງານວ່າເກົາຫຼີເໜືອເອງກໍ່ໄດ້ສ້າງຕັ້ງໜ່ວຍງານຕ້ານເຊື້ອໄວຣັດໃໝ່ຢູ່ໃນຊາຍແດນແລະຜ່ານກົດໝາຍໃໝ່ ກ່ຽວກັບການຂ້າເຊື້ອໂຣກຂອງສິນຄ້ານຳເຂົ້າ.
ຜູ້ຊ່ຽວຊານບາງຄົນກ່າວວ່າຄວາມ ລຳ ບາກຢ່າງຕໍ່ເນື່ອງຂອງເກົາຫຼີ ເໜືອ ຈະບໍ່ ນຳ ໄປສູ່ຄວາມອຶດຫິວເພາະຈີນຈະບໍ່ປ່ອຍໃຫ້ສິ່ງນັ້ນເກີດຂື້ນ.
ໃນເດືອນແລ້ວນີ້, ທ່ານ ຄິມ ໄດ້ແລກປ່ຽນຂໍ້ຄວາມກັບປະທານປະທານາທິບໍດີ ສີ ຈິ້ນ ຜິງ, ສື່ມວນຊົນເກົາຫຼີ ໜືອ ກ່າວວ່າທ່ານ ສີ ໄດ້ສະແດງຄວາມມຸ່ງໝັ້ນທີ່ຈະ“ ໃຫ້ປະຊາຊົນທັງສອງປະເທດມີຊີວິດທີ່ດີຂື້ນ”, ນັກວິເຄາະບາງຄົນກ່າວວ່າເປັນການສະແດງໃຫ້ເຫັນວ່າຈີນຈະຈັດຫາອາຫານ, ປຸ໋ຍ ແລະ ອຸປະກອນອື່ນໆໃຫ້ແກ່ເກົາຫຼີເໜືອ ເຊິ່ງຫຼຸດລົງຢ່າງຫຼວງຫຼາຍທ່າມກາງການປິດເຂດຊາຍແດນລະບາດ.
ຮຽບຮຽງຂ່າວ: ພຸດສະດີ | ຂ່າວຕ່າງປະເທດ | 2021-04-09T16:33:18+00:00 | https://laopost.com/?p=124021 |
ສີລັງກາ ນ້ຳຖ້ວມໜັກ! ຮຽກຮ້ອງໃຫ້ນານາຊາດເຂົ້າຊ່ວຍເຫຼືອດ່ວນ | A man holds onto a bus stop post on a flooded raod as people travel on top of an armoured personnel carrier on a flooded road in Bulathsinhala village in Kalutara, Sri Lanka May 27, 2017. REUTERS/Dinuka Liyanawatte
ເມື່ອວັນທີ 27 ພຶດສະພາ 2017 ທາງລັດຖະບານສີລັງກາຮຽກຮ້ອງໃຫ້ນານາຊາດເຂົ້າຊ່ວຍເຫຼືອຜູ້ປະສົບໄພນ້ຳ ຖ້ວມດິນຖະລົ່ມໃນປະເທດ ສີລັງກາ ຫຼັງຕ້ອງພົບກັບໄພພິບັດຈາກຝົກທີ່ຕົກລົງມາຢ່າງໜັກ ແລະ ຮ້າຍແຮງທີ່ສຸດນັບຕັ້ງແຕ່ປີ 2003 ແລະ ມີລາຍງານຜູ້ເສຍຊີວິດຈາກອຸທົກກະໄພຄັ້ງນີ້ແລ້ວຢ່າງໜ້ອຍ 122 ຄົນ ຂະນະທີ່ສູນບໍລິຫານຈັດການໄພພິບັດຂອງລັດຖະບານສີລັງກາແຈ້ງວ່າ ຍັງມີຜູ້ສູນຫາຍກວ່າ 97 ຄົນ ແລະ ມີລາຍງານວ່າມີຜູ່ໄດ້ຮັບບາດເຈັບຈາກດິນຖະຫຼົ່ມອີກ 49 ຄົນ
ກະຊວງການຕ່າງປະເທດສີລັງກາແຈ້ງວ່າ ທາງກະຊວງໄດ້ຮ່ວມມືກັບກະຊວງບໍລິການຈັດການໄພພິບັດ ຍື່ນເລື່ອງໄປທີ່ສະຫະປະຊາຊາດ (ຢູເອັນ) ແລະ ປະເທດເພື່ອນບ້ານໃຫ້ເຂົ້າມາຊ່ວຍເຫຼືອ ໂດຍສະເພາະໃນເລື່ອງຂອງການປະຈິບັດການຄົ້ນຫາ ແລະ ຊ່ວຍເຫຼືອ ເບື້ອງຕົ້ນກອງທັບເຮືອອິນເດຍໄດ້ສົ່ງເຮືອ 3 ລຳ ພ້ອມເຄື່ອງໃຊ້ ແລະ ສິ່ງຂອງທີ່ຈຳ ເປັນໄປທີ່ນະຄອນຫຼວງ ໂຄລອມໂບ ເມື່ອຫຼວງຂອງສີລັງກາໃນວັນທີ່ 27 ພຶດສະພາທີ່ຜ່ານມາແລ້ວ ໂດຍມີລາຍງານວ່າຊາວບ້ານກວ່າ 5 ແສນຄົນຕ້ອງອົບພະຍົບອອກຈາກທີ່ຢູ່ອາໃສຂອງຕົວເອງ ແລະ ໄປອາໃສຢູ່ສູນພັກອົບພະຍົບຊົ່ວຄາວ. | ຂ່າວຕ່າງປະເທດ | 2017-05-29T09:30:49+00:00 | https://laopost.com/?p=90434 |
ກະຊວງການເງິນ ຊຸກຍູ້ການເກັບ ຄ່າທໍານຽມ-ຄ່າບໍລິການຜ່ານ iPOS | ເພື່ອຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດ ຖະກິດ-ການເງິນ ແລະ ປະຕິບັດຕາມຄໍາສັ່ງສະບັບເລກທີ 18/ນຍ, ລົງວັນທີ 16 ກັນຍາ 2021 ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫລ ຂອງລາຍຮັບງົບປະມານແຫ່ງລັດ, ທັງຮັບປະກັນໃຫ້ຫົວໜ່ວຍງົບປະມານ, ສາມາດຫັນໄປສູ່ຫົວໜ່ວຍງົບປະມານກຸ້ມຕົນເອງໃນປີ 2023.
ໃນວັນທີ 24 ພະຈິກ 2022 ຜ່ານມານີ້, ກົມສ່ວຍສາອາກອນ ກະຊວງການເງິນ, ນໍາໂດຍທ່ານ ທໍາມະລົດຣາຊະພົນຮອງຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ, ພ້ອມດ້ວຍຄະນະໄດ້ລົງຊຸກຍູ້ ແລະ ຜັນຂະຫຍາຍ ການຄຸ້ມຄອງການຈັດເກັບຄ່າທຳນຽມ ແລະ ຄ່າບໍລິການ ຜ່ານອຸປະກອບ iPOS ຢູ່ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແລະ ຢູ່ກົມກົງສຸນ ແລະ ກົມການເງິນຂອງກະຊວງການຕ່າງປະເທດ, ກ່ຽວກັບການຄຸ້ມຄອງການຈັດເກັບຄ່າທໍານຽມ ແລະ ບໍລິການ ຢ່າງລວມສູນ ແລະ ຈັດຕັ້ງປະຕິບັດຢ່າງເປັນເອກະພາບ ຕາມລັດຖະບັນຍັດ 002/ປປທ ທີ່ໄດ້ກໍານົດໄວ້.
ການລົງຊຸກ ຍູ້ການເກັບຄ່າທໍານຽມ-ຄ່າບໍລິການຜ່ານ iPOS ຄັ້ງນີ້, ໄດ້ມີການແລກປ່ຽນກັນຫລາຍບັນຫາໃນການຈັດຕັ້ງປະຕິບັດວຽກງານ ກ່ຽວກັບການຄຸ້ມຄອງການຈັດເກັບຄ່າທໍານຽມ ແລະ ບໍລິການຂອງກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ, ກົມກົງສຸນ ແລະ ກົມການເງິນ ຂອງກະຊວງການຕ່າງປະເທດ ແລະ ອີກ 6 ຈຸດ ໃຫ້ບໍລິການໃນຂອບເຂດທົ່ວປະເທດ ຜ່ານອຸປະກອນ iPOS ຊຶ່ງເຫັນໄດ້ສະພາບການທີ່ມີທັງຂໍ້ດີ ແລະ ຂໍ້ສະດວກ ໃນການປະຕິບັດວຽກງານຕົວຈິງ. ການຫັນວຽກງານເປັນທັນສະໄໝ ແມ່ນເປັນວຽກງານສໍາຄັນໜຶ່ງ ທີ່ພັກ-ລັດຖະບານ ເລັ່ງໃສ່ໃຫ້ຫັນເປັນທັນສະໄໝໃນຫລາຍຂົງເຂດວຽກງານ ຊຶ່ງວຽກງານການຄຸ້ມຄອງການຈັດເກັບຄ່າທໍານຽມ ແລະ ບໍລິການ ກໍເປັນວຽກງານໜຶ່ງທີ່ຕ້ອງໄດ້ຈັດຕັ້ງປະຕິບັດ ໂດຍຜ່ານການນໍາໃຊ້ອຸປະກອນ iPOS ເພື່ອລວມສູນງົບປະມານຂອງລັດ ຕ້ານການຮົ່ວໄຫລຂອງລາຍຮັບງົບປະມານ.
ພ້ອມນັ້ນ, ໃນກອງປະຊຸມຄະນະທິມງານຈາກກົມສ່ວຍສາອາກອນ ຍັງໄດ້ມີການນໍາສະເໜີຂັ້ນຕອນ, ວິທີການນໍາໃຊ້ອຸປະກອນ iPOS ເນື່ອງຈາກການນຳໃຊ້ອຸປະກອນນີ້ ແມ່ນການຄຸ້ມຄອງການລວມສູນງົບປະມານຂອງລັດ, ຕ້ານການຮົ່ວໄຫລ ທີ່ອີງໃສ່ເລກທີ 18/ນຍ ໂດຍສັງລວມໃນຖານຂໍ້ມູນຂອງລະບົບTaxRIS ຂອງກົມສ່ວຍສາອາກອນ ກະຊວງການເງິນ, ເປັນອຸປະກອນທີ່ຈະຊ່ວຍໃຫ້ການຈັດເກັບຄ່າທຳນຽມ ແລະ ຄ່າບໍລິການ ມີຄວາມສະດວກສະບາຍ, ສາມາດຕິດຕາມການເຄື່ອນໄຫວໄດ້ຕະຫລອດເວລາ, ທັງສາມາດກວດກາຄືນຂໍ້ມູນ ແລະ ສັງລວມສະຫລຸບລາຍງານໄດ້ ດ້ວຍລະບົບທີ່ທັນສະໄໝ, ທັງສາມາດອອກໃບບິນໃຫ້ດ້ວຍ ເຄື່ອງພິມແທນການຂຽນໃບບິນແບບເກົ່ານໍາດ້ວຍ.
ແຫຼ່ງຂ່າວ ກະຊວງການເງິນ | ຂ່າວພາຍໃນ | 2022-11-28T11:42:58+00:00 | https://laopost.com/?p=139721 |
3 ເດືອນຕົ້ນປີິ ສປປ ລາວ ສົ່ງອອກຜະລິດຕະພັນພືດລວມມູນຄ່າ 500 ກວ່າລ້ານໂດລາ | ຕາມການລາຍງານຂອງ ທ່ານ ບຸນຈັນ ກົມບຸນຍະສິດ ຫົວໜ້າກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້ ໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ໄລຍະ 3 ເດືອນຕົ້ນປີ 2023 ນີ້ ພາຍໃຕ້ການນຳພາ-ຊີ້ນຳ ແລະ ຊຸກຍູ້ສົ່ງເສີມ ຈາກລັດຖະບານ ກໍຄື ກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້ ສາມາດເຮັດໃຫ້ ການສົ່ງອອກພືດ ແລະ ຜະລິດຕະພັນພືດ ຜ່ານດ່ານກັກກັນພືດ ໄດ້ທັງໝົດ 3.032.517 ໂຕນ, ຄິດເປັນມູນຄ່າທັງໝົດ 507.644.615 ໂດລາສະຫະລັດ, ທຽບໃສ່ແຜນການ ປະຕິບັດໄດ້ແລ້ວ 56,40% (ແຜນການປີ 2023 ແມ່ນ 900 ລ້ານໂດລາສະຫະລັດ), ທຽບໃສ່ໄລຍະດຽວກັນຂອງປີ 2022 ຜ່ານມາ ປະຕິບັດໄດ້ລື່ນ 19 ລ້ານກວ່າໂດລາສະຫະລັດ ຫລື ລື່ນ 5%.
ທ່ານ ບຸນຈັນ ກົມບຸນຍະສິດ ຍັງໃຫ້ຮູ້ອີກວ່າ: ສຳລັບ ສິນຄ້າທີ່ສົ່ງອອກ ປະກອບມີ: ມັນ ຕົ້ນ (ດິບ, ແຫ້ງ, ແປ້ງ) ສົ່ງອອກ 1.936.309 ໂຕນ, ອ້ອຍ 230.987 ໂຕນ, ໝາກກ້ວຍ 269.979 ໂຕນ, ໝາກໂມ 86.420 ໂຕນ ແລະ ສາລີແຂງ 49.235 ໂຕນ ເຊິ່ງສ່ວນໃຫຍ່ແມ່ນສົ່ງອອກໄປ ສປ ຈີນ, ຫວຽດນາມ ແລະ ໄທ.
ສຳລັບ ການນຳເຂົ້າພືດ ແລະ ຜະລິດຕະພັນພືດ ຜ່ານດ່ານກັກກັນພືດສາກົນ, ນຳເຂົ້າທັງໝົດ 98.671 ໂຕນ, ຄິດເປັນມີມູນຄ່າ 21.484.205 ໂດລາສະຫະລັດ, ທຽບໃສ່ໄລຍະດຽວກັນຂອງປີ 2022 ຜ່ານມາ, ນຳເຂົ້າເພີ່ມຂຶ້ນ 3 ລ້ານກວ່າໂດລາສະຫະລັດ ຫລື ເພີ່ມຂຶ້ນ 18% ເຊິ່ງສິນຄ້າທີ່ນໍາເຂົ້າສ່ວນໃຫຍ່ ແມ່ນບໍ່ສາມາດຜະລິດຢູ່ ສປປ ລາວ ພວກເຮົາໄດ້ ເປັນຕົ້ນ ໄມ້ກະຖິນນະລົງ ນຳເຂົ້າ 53.925 ໂຕນ, ກາກຖົ່ວເຫລືອງ 6.755 ໂຕນ, ກາກສະກັດເມັດພືດ 1.012 ໂຕນ ແລະ ກາກສາລີ 2.195 ໂຕນ. ໃນນັ້ນ, ແມ່ນນຳເຂົ້າຈາກປະເທດ ຫວຽດນາມ, ໄທ, ອິນເດຍ, ສະຫະລັດອາເມລິກາ, ຈີນ, ແບນຊິກ ແລະ ສະວີເດັນ.
ທີ່ມາ ຂປລ | ຂ່າວພາຍໃນ | 2023-05-09T10:14:14+00:00 | https://laopost.com/?p=144406 |
ບໍ່ຄຳ-ທອງເຊໂປນ ມອບທອງປະກອບສ່ວນສ້າງພະພຸດທະຮູບ ຢູ່ແຂວງບໍລິຄຳໄຊ ແລະ ອຸດົມໄຊ | ໃນວັນທີ 16 ກັນຍາຜ່ານມານີ ທ່ານ ສະໝານ ອະເນກາ ຜູ້ອຳນວຍການຂອງບໍລິສັດລ້ານຊ້າງ ມີເນໂຣນສ໌ ລິມິເຕັດ
ບໍ່ຄຳ-ທອງ ເຊໂປນ (LXML Sepon ) ໄດ້ມອບທອງຫນຶ່ງໂຕນໃຫ້ແກ່ທ່ານນາງ ບຸນກອງມະນີ ເລັ່ງສະຫວັດ ເພື່ອນຳ
ໄປຫລໍ່ພະພຸດທະຮູບໃຫ້ວັດຢູ່ແຂວງບໍລິຄຳໄຊ ແລະ ອຸດົມໄຊ.
ນັບແຕ່ປີ 2008 ເປັນຕົ້ນມາ ບໍລິສັດ LXML Sepon ໄດ້ປະກອບສ່ວນທອງຫລາຍກວ່າ 18 ໂຕນ ເພື່ອນຳໃຊ້ເຂົ້າໃນ
ຫຼາຍຈຸດປະສົງແຕກຕ່າງກັນ ລວມມີພະພຸດທະຮູບ, ເຄື່ອງໝາຍກາຊາດ ແລະ ຮຸ່ນຈຳລອງບຸກຄົນທີ່ສຳຄັນຂອງຊາດ
ເຊັ່ນ : ຮຸ່ນຈຳລອງຂອງເຈົ້າອານຸວົງ ທີ່ປະດິດສະຖານໄວ້ຢູ່ສວນເຈົ້າອານຸວົງໃນນະຄອນຫລວງວຽງຈັນ.
ການປະກອບສ່ວນທັງຄັ້ງນີ້ ສະທ້ອນໃຫ້ເຫັນເຖິງຄວາມມຸ່ງຫມັ້ນຕໍ່ເນືື່ອງຂອງບໍລິສັດ ໃນການປົກປັກຮັກສາມໍລະດົກ
ວັດທະນະທຳອັນດີງາມຂອງຊາດລາວ.
ແຫລ່ງຂ່າວ: ລາວພັດທະນາ | ຂ່າວທ້ອງຖິ່ນ | 2014-09-18T11:10:51+00:00 | https://laopost.com/?p=10562 |
ປິ໋ງປ່ອງລາວລົງແຂ່ງໃນຊີເກມ4ປະເພດ | ໃນວັນທີ 01/6/2015 ກິລາລາວມີລົງແຂ່ງຂັນພຽງປະເພດດຽວໃນຊີມເກມຄື ປິ໋ງປ່ອງ (Table Tennis) ໂດຍທັບນັກກິລາລາວ ສົ່ງລົງແຂ່ງທັງ4 ລາຍການຄື: ປະເພດ ຍິງຄູ່, ຊາຍຄູ່, ຊາຍດ່ຽວ ແລະ ຄູ່ປະສົມ ຍິງ-ຊາຍ.
ໃນການແຂ່ງຂັນປະເພດທີມຍິງຄູ່ ນາງ ແສງດາວຽງ ດວງປັນຍາ ແລະ ນາງ ສັນນິວາດ ທິບພະລັກ ລົງແຂ່ງຂັນ ພົບກັບຫວຽດນາມ ົຜນປະກົດວ່າ ເສຍໃຫ້ຫວຽດນາມ ທັງສາມເຊັດ: 8-11, 5-11 ແລະ 10-12.
ສ່ວນທີມຊາຍຄູ່ ຂອງລາວ ທ້າວ ກົງເພັດ ພິນິດ ແລະ ທ້າວ ທະວີສັກ ພັດທະພອນ ກໍ່ເສຍໃຫ້ທີມຫວຽດນາມສາມເຊັດເ້ຊັ່ນກັນ 8-11, 8-11 ແລະ 5-11 | ຂ່າວພາຍໃນ | 2015-06-02T17:48:37+00:00 | https://laopost.com/?p=27259 |
ຢູເຄຣນຈະສະຫຼອງວັນຊາດເປັນເທື່ອທຳອິດ | ອີງຕາມການລາຍງານຂອງສຳນັກຂ່າວ CRI ໃນວັນທີ 24 ກໍລະກົດທີ່ຜ່ານມາ, ທ່ານໂວໂລດີເມຍ ເຊເລນສະກີ ປະທານາທິບໍດີອູແກຣນກ່າວຄຳປາໄສຜ່ານທາງວິດີໂອວ່າ: ຢູເຄຣນຈະສະຫຼອງວັນຊາດເປັນເທື່ອທຳອິດໃນວັນທີ 28 ກໍລະກົດນີ້.
ເຊິ່ງກ່ອນນີ້, ຢູເຄຣນໄດ້ກຳນົດເອົາວັນທີ 24 ສິງຫາຂອງແຕ່ລະປີເປັນວັນຊາດ ເພື່ອລະນຶກເຫດການຢູເຄຣນໄດຮັບຮອງເອົາຖະແຫຼງການປະກາດເອກະລາດໃນວັນທີ 24 ສິງຫາປີ 1991. ທ່ານເຊເລນສະກີໄດ້ລົງນາມໃນລັດຖະດຳລັດເມື່ອເດືອນພຶດສະພາປີນີ້ໂດຍກຳນົດເອົາວັນທີ 28 ກໍລະກົດເປັນວັນຊາດຢູເຄຣນ.
ໃນເວລານັ້ນ, ທ່ານເຊເລນສະກີໄດ້ອະທິບາຍວ່າ ປີທີ່ສ້າງຕັ້ງນະຄອນຫຼວງກີແອັບສຳເລັດແມ່ນຈຸດເລີ່ມຕົ້ນຂອງການສ້າງຕັ້ງປະເທດຢູເຄຣນ, ສ່ວນການຈັດງານສະຫຼອງວັນຊາດໃນວັນທີ 28 ກໍລະກົດ ແມ່ນກົງກັບ “ວັນລ້າງບາບຂອງຣັສ (RUS)” ເພື່ອສະແດງໃຫ້ເຫັນປະຫວັດສາດອັນຍາວນານຂອງຢູເຄຣນ. | ຂ່າວຕ່າງປະເທດ | 2022-07-26T09:36:07+00:00 | https://laopost.com/?p=136003 |
ລົດວີໂກ້ເສຍຫຼັກ ຫັກຕຳກຳແພງ ເປ່ເພໜັກໜ່ວງ | ໜ່ວຍຊ່ວຍເຫຼືອຜູ້ປະສົບອຸບັດຕິເຫດທາງທ້ອງຖະໜົນ ອົງການ ກາແດງລາວ ລາຍງານວ່າຕອນເຊົ້າວັນທີ 30/8/2014 ເວລາ 5:15 am ໄດ້ຮັບແຈ້ງອຸບັດຕິເຫດທີ່ຖະຫນົນທ່າເດື່ອທາງໂຄ້ງບ້ານບຶງຂະຍອງຕໍ່ຫນ້າສານປະຊາຊົນ. ເມື່ຶອໄປຮອດບ່ອນເກີດເຫດພົບເຫັນລົດກະບະ VIGO ຢູ່ໃນສະພາບເປ່ເພເສຍຫາຍຫລາຍພໍສົມຄວນ ແລະ ມີພຽງຄົນດຽວໃນລົດແມ່ນຜູ້ຂັບຂີ່ເຊິ່ງບາດເຈັບພຽງຫົວເຂົ່າເລັກນ້ອນເທົ່ານັ້ນ. ຈາກການໃຫ້ການຄົນທີ່ພົບເຫັນວ່າລົດກະບະດັ່ງກ່າວໄດ້ຫັກຫລີກລົດຈັກຈົນເສຍຫລັກໄປຕຳເອົາຫລັກເສົາໄຟເຍືອງທາງຄູກາງທາງແລ້ວ ແລ່ນໄປຕຳໃສ່ກຳແພງເຮືອນຂອງປະຊາຊົນ. | ຂ່າວພາຍໃນ | 2014-08-30T06:54:59+00:00 | https://laopost.com/?p=9664 |
ເທພາລັກ ໄຂຄຳພິທູນ ຄອງແຊ໋ມເຮືອເຈັດສະກີ ຊີງຂັນເຈົ້າແຂວງຫຼວງພະບາງ | ທ້າວ ເທພາລັກ ໄຂຄຳພິທູນ ເຈົ້າຂອງຜົນງານອັນດັບທີ 3 ເຍົາວະຊົນໂລກ ປີ 2016 ອະດິດທີມແຊ໋ມເກົ່າ ໂຊຟອມເກັ່ງສົມລາຄາ ພາເຮືອຄູ່ໃຈ ໝາຍເລກ 16 ເຂົ້າໄຊເສັ້ນໄຊ ເປັນອັນດັບທີ 1 ພາທີມ 137 ນາວາສັກສິດ ຄວ້າແຊ໋ມການແຂ່ງຂັນເຮືອເຈັດສະກີ ຮຸ່ນ 1.800 ຊີຊີ ປະເພດມືໂປຣ ຫຼື 1.800 cc open & newgent ຊີງຂັນທ່ານເຈົ້າແຂວງຫຼວງພະບາງ ຄັ້ງທີ 3 ປະຈຳປີ 2022 ເພື່ອເປັນການສ້າງຂະບວນການວັນບຸນເຂົ້າປະດັບດິນ ປີ 2022 ພ້ອມທັງເປັນການດຶງດູດການທ່ອງທ່ຽວຂອງແຂວງໃຫ້ມີບັນຍາກາດຟົດຟື້ນ ໄປຄອງເປັນສະໄໝທີ 2 ຕິດຕໍ່ກັນ.
ການແຂ່ງຂັນເຮືອເຈັດສະກີ 3 ລາຍການ ຊີງຂັນທ່ານເຈົ້າແຂວງຫຼວງພະບາງ ເພື່ອເປັນການສ້າງຂະບວນການວັນບຸນເຂົ້າປະດັບດິນ ປີ 2022 ໄດ້ມີຂຶ້ນວັນທີ 25 ສິງຫາ ຜ່ານມາ ທີ່ຫາດດອນຊາຍມຸງຄຸນ ນະຄອນ ຫຼວງພະບາງ ແຂວງຫຼວງພະບາງ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ອະດິດຮອງນາຍົກລັດຖະມົນຕີ ແຫ່ງສປປ ລາວ, ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ, ທ່ານ ວຽງທອງ ຮັກສະຈັນ ເຈົ້າຄອງນະຄອນ ຫຼວງພະບາງ ແລະ ທ່ານ ສອນເພັດ ເມືອງວົງ ປະທານບໍລິສັດ ແສງເພັດ ເກັບກູ້ລະເບີດ ຈຳກັດຜູ້ດຽວ ພ້ອມດ້ວຍບັນດາເຈົ້າເມືອງ-ຮອງເຈົ້າເມືອງ, ອພນາດການປົກຄອງບ້ານ, ຄະນະນຳແຕ່ພາກສ່ວນ ຕະຫຼອດຮອດນັກກິລາ ແລະ ມວນຊົນຊາວ ນະຄອນ ຫຼວງພະບາງ ແລະ ແຂກຕ່າງດ້າວທ້າວຕ່າງເມືອງເຂົ້າຮ່ວມຢ່າງຫຼວງຫຼາຍ.
ການແຂ່ງຂັນລາຍການດັ່ງກ່າວ ມີເຮືອເຂົ້າຮ່ວມເກືອບ 30 ລຳ ທີ່ມາຈາກ ນະຄອນຫຼວງວຽງຈັນ, ສະຫວັນນະເຂດ ແລະ ແຂວງຫຼວງພະບາງ ແຂ່ງຂັນ 3 ລາຍການ ຫຼື 3 Moto ຊີງຂັນຂອງເຈົ້າເເຂວງຫຼວງພະບາງ ຄັ້ງທີ 3 ປະຈຳປີ 2022 ຊີງເງີນລາງວັນ ຫຼາຍກວ່າ 100 ລ້ານກີບ ເພື່ອສ້າງຂະບວນການສະເຫຼີມສະຫຼອງງານບຸນຫໍ່ເຂົ້າປະດັບດິນ ປະຈຳປີນີ້ ພ້ອມທັງເປັນການສົ່ງເສີມການທ່ອງທ່ຽວລາວທ່ຽວລາວ ດຶງດູດຊາວຕ່າງຊາດເຂົ້າມາທ່ຽວລາວໃຫ້ນັບມື້ຫຼາຍຂຶ້ນເລື້ອຍໆ ອີກດ້ານໜຶ່ງກໍຍັງເປັນການສົ່ງເສີມນັກກິລາແຈັດສະກີລາວ ໃຫ້ມີການເຄື່ອນໄຫວສາມາດພັດທະນາຕົນເອງໃຫ້ກ້າວທັນກັບນັກກິລາລະດັບອາຊີບໃນສາກົນ.
ຜ່ານການແຂ່ງຂັນຜົນປະກົດວ່າ: ຊະນະເລີດ ຮຸ່ນ 1.800 ຊີຊີ ຊະນະເລີດຕົກເປັນຂອງທ້າວ ເທພາລັກ ໄຂຄຳພິທູນ ທີມ 137 ນາວາສັກສິດ, ທີ 2 ທ້າວ ສຸດໃຈ ໄຂຄຳພີທູນ ທີມເອກແມວນໍ້າເຈັດສະກີ ຈາກນະຄອນຫຼວງ, ທີ 3 ທ້າວ ຫຸມພັນ ຈັນດາພອນ ທີມໄຮເທັກ ຈາກນະຄອນຫຼວງ, ທີ 4 ທ້າວ ເບນ້ອຍ ທີມໄຮເທັກ ແລະ ທີ 5 ທ້າວ ແຊັກໂກ ເຮືອແພເມືອງຟ້າ ຈາກແຂວງສະຫວັນນະເຂດ, ຮຸ່ນ 1.100 ຊີຊີ ທີ 1 ທ້າວ ຫຸມພັນ ຈັນດາພອນ ທີມໄຮເທັກ, ທີ 2 ທ້າວ ເທພາລັກ ໄຂຄຳພິທູນ ທີມ 137 ນາວາສັກສິດ, ທີ 3 ທ້າວ ບິນລ້ຽນ ທີມ 36 ເລຊີ້ງ ບາຍ ບິນລ້ຽນ, ທີ 4 ທ້າວ ວັດທະນາ ແກ້ວດວງເດດ ຈາກທີມໄຮເທັກ ແລະ ທີ 5 ທ້າວ ແຟນຕ້າ ສີສົມບັດ ທີມໂກດ້າກ້ອນ ແລະ ຮຸ່ນ 700 ຊີຊີ ທີ 1 ທ້າວ ມອດ ຈາກທີມຫຼວງພະບາງ, ທີ 2 ທ້າວ ຫຸມພັນ ຈັນດາພອນ ທີມໄຮເທັກ, ທີ 3 ທ້າວ ຕຸກລິກ ທີມທີທີ ໂອໂຕ ຫຼວງພະບາງ, ທີ 4 ທ້າວ ມີໂນ້ ທີມບີບີ ໂອໂຕ ຊາວ ແລະ ທີ 5 ທ້າວ ແລັມ ທີມຫຼວງພະບາງ. ນອກຈາກນັ້ນ, ຫຍັງມີການແຂ່ງຂັນເຈັດສະກີ ຮຸ່ນສະໝັກຫຼິ້ນອີກ 2 ລາຍການອີກດ້ວຍ.
ສຳລັບລາງວັນ 3 ຮຸ່ນ ກໍຄື ຮຸ່ນ 1.800 cc open & newgent ອັນດັບທີ 1 ໄດ້ຮັບຂັນແຊ໋ມ ພ້ອມເງິນສົດ 15.000.000 ກີບ, ອັນດັບທີ 2 ໄດ້ຮັບຂັນ ແລະ ເງິນສົດ 10.000.000 ກີບ ແລະ ທີ ອັນດັບທີ 3 ໄດ້ຮັບຂັນ ແລະ ເງິນສົດ 5.000.000 ກີບ; ຮຸ່ນ 1.100 cc open & newgent ອັນດັບທີ 1 ໄດ້ຮັບຂັນແຊ໋ມ ພ້ອມເງິນສົດ 10.000.000 ກີບ, ອັນດັບທີ 2 ໄດ້ຮັບຂັນ ແລະ ເງິນສົດ 5.000.000 ກີບ ແລະ ທີ ອັນດັບທີ 3 ໄດ້ຮັບຂັນ ແລະ ເງິນສົດ 3.000.000 ກີບ ແລະ ຮຸ່ນ 700 cc open ອັນດັບທີ 1 ໄດ້ຮັບຂັນແຊ໋ມ ພ້ອມເງິນສົດ 5.000.000 ກີບ, ອັນດັບທີ 2 ໄດ້ຮັບຂັນ ແລະ ເງິນສົດ 3.000.000 ກີບ ແລະ ທີ ອັນດັບທີ 3 ໄດ້ຮັບຂັນ ແລະ ເງິນສົດ 2.000.000 ກີບ.
ໂດຍ ສົງການ ພັນແພງດີ | ຂ່າວພາຍໃນ | 2022-08-26T14:42:12+00:00 | https://laopost.com/?p=137025 |
ເຜີຍ 4 ຂໍ້ຕົກລົງທີ່ “ທຣັມ-ຄິມ” ລົງນາມຮ່ວມກັນ | ປະຫວັດສາດຂອງໂລກຕອງຈາລຶກໃໝ່ອີກຄັ້ງ ເມື່ອຊາດສັດຕູຢ່າງ ສະຫະລັດອາເມລິກາ ແລະ ເກົາຫຼີເໜືອ ເລືອກທີ່ຈະຫັນຫຼັງໃຫ້ອະດີດ ແລະ ຫັນໜ້າເຂົ້າຫາກັນ ຜ່ານການລົງນາມໃນເອກະສານສະບັບໜຶ່ງ ທີ່ຈະເປັນຄຳໝັນສັນຍາວ່າທັງສອງຝ່າຍຈິງໃຈທີ່ຈະສ້າງສັນຕິພາບໃຫ້ເກີດຂຶ້ນ ເຊິ່ງທັນສອງໄດ້ມີການລົງນາມໃນເອກະສານ ເຊິ່ງມີເນື້ອໃນສຳຄັນ 4 ຫົວຂໍ້ດັ່ງນີ້:
ຂໍ້ 1 ສະຫະລັດ ແລະ ເກົາຫຼີເໜືອສັນຍາທີ່ຈະສ້າງຄວາມສຳພັນໃໝ່ລະຫວ່າງ 2 ຊາດ ເພື່ອໃຫ້ສອດຄ່ອງກັບຄວາມຕ້ອງການຂອງປະຊາຊົນຂອງທັງ 2 ປະເທດ ເພື່ອສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງ.
ຂໍ້ 2 ສະຫະລັດ ແລະ ເກົາຫຼີເໜືອຈະຮ່ວມມືກັນສ້າງສັນຕິພາບທີ່ຍືນຍົງ ແລະ ສະຖຽນໃນແຫຼມເກົາຫຼີ.
ຂໍ້ 3 ຢືນຢັນຖະແຫຼງການປັນມຸນຈອມ ທີ່ເຮັດໄວ້ເມື່ອວັນທີ 27 ເມສາ 2018 ໂດຍ ເກົາຫຼີເໜືອສັນຍາວ່າຈະລົງມືປົດນິວເຄຼຍຢ່າງສົມບູນຈາກແຫຼມເກົາຫຼີ.
ຂໍ້ 4 ສະຫະລັດ ແລະເ ກົາຫຼີເໜືອສັນຍາທີ່ຈະຫາຮ່າງນັກໂທດສົງຄາມ ແລະ ທະຫານທີ່ຫາຍສາບສູນລະຫວ່າງປະຕິບັດໜ້າທີ່ ເຊິ່ງລວມທັງການສົ່ງຮ່າງຜູ້ເສຍຊີວິດທີ່ໄດ້ຮັບການຢືນຢັນຕົວບຸກຄົນແລ້ວ ກັບປະເທດໂດຍທັນທີ. | ຂ່າວຕ່າງປະເທດ | 2018-06-13T13:31:45+00:00 | https://laopost.com/?p=101393 |
ປູຕິນຍົກເລີກຢ້ຽມຢາມຝຣັ່ງກະທັນຫັນ ຫລັງຖືກຜູ້ນຳຝຣັ່ງກ່າວຫາ ກໍ່ອາຍາຊະຍາກຳສົງຄາມຢູ່ຊີຣີ! | ທ່ານ ວະລາດີເມຍ ປູຕິນ (ຊ້າຍ) ແລະ ທ່ານ ຝຣັງຊົວ ອອລລອງ (ຂວາ) ລະຫວ່າງເຂົ້າຮ່ວມກອງປະຊຸມ ຈີ20 ທີ່ຣັດເຊຍ ເມື່ອປີ 2013.
ສຳນັກຂ່າວເອເອບພີ ລາຍງານໃນວັນທີ 12 ຕຸລານີ້ວ່າ ໃນມື້ວານນີ້ (11 ຕຸລາ) ທ່ານ ວະລາດີເມຍ ປູຕິນ ໄດ້ປະກາດຍົກເລີກການເດີນທາງຢ້ຽມຢາມປະເທດຝຣັ່ງ ຊຶ່ງເກີດຂຶ້ນພາຍຫລັງທີ່ ທ່ານ ຟຣັງຊົວ ອອລລອງ ປະທານາທິບໍດີຝຣັ່ງ ໄດ້ກ່າວຫາຣັດເຊຍ ໃນວັນທີ 10 ຕຸລາຜ່ານມາວ່າ ກອງກຳລັງລັດຖະບານຊີຣີ ໄດ້ກໍ່ອາຊະຍາກຳສົງຄາມຢູ່ເມືອງອະເລບໂປ ໂດຍມີປະຕິບັດການໂຈມຕີທາງອາກາດຂອງຣັດເຊຍ ຊ່ວຍໃຫ້ການສະໜັບສະໜູນ.
ທ່ານ ປູຕິນ ມີກຳນົດເດີນທາງຢ້ຽມຢາມປາຣີ ໃນວັນຈັນທີ 19 ຕຸລາທີ່ຈະມາເຖິງ ເພື່ອເຂົ້າຮ່ວມພິທີເປີດສູນທາງສາສະໜາຂອງຣັດເຊຍແຫ່ງໃໝ່ ຊຶ່ງຜູ້ນຳຝຣັ່ງກໍໄດ້ອອກມາເປີດເຜີຍກ່ອນໜ້ານີ້ວ່າ ປະທານາທິບໍດີຣັດເຊຍ ມີກຳນົດເຂົ້າພົບປະຫາລືກັບຕົນເອງ ກ່ຽວກັບບັນຫາຊີຣີອີກດ້ວຍ.
ດ້ານໂຄສົກທຳນຽບປະທານາທິບໍດີຣັດເຊຍ ທ່ານ ດິມິທຣີ ເປສະຄອບ ໄດ້ລະບຸວ່າ ທ່ານ ປູຕິນ ພ້ອມທີ່ຈະເດີນທາງໄປຢາມຝຣັ່ງ ກໍໃນເມື່ອມີຄວາມຮູ້ສຶກສະບາຍໃຈກັບ ປະທານາທິບໍດີ ຝຣັ່ງຊົວ ອອລລອງ ແລະ ບອກອີກວ່າ ຣັດເຊຍຈະລໍຖ້າຈົນກວ່າເວລາແຫ່ງຄວາມສະບາຍໃຈນັ້ນມາເຖິງ. ສ່ວນທ່ານ ຟຣັ່ງຊົວ ອອລລອງ ໄດ້ອອກມາກ່າວຕໍ່ກໍລະນີນີ້ວ່າ ຝຣັ່ງ ແລະ ຣັດເຊຍ ມີຄວາມເຫັນທີ່ແຕກຕ່າງກັນໃຫຍ່ຫລວງ ກ່ຽວກັບບັນຫາຊີຣີ ແລະ ທ່ານກຽມພ້ອມທີ່ຈະພົບປະກັບຜູ້ນຳຣັດເຊຍທຸກເວລາ ເພື່ອສັນຕິພາບໃນພາຍພາກໜ້າ.
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ! | ຂ່າວຕ່າງປະເທດ | 2016-10-12T15:54:10+00:00 | https://laopost.com/?p=72776 |
ຄົນມັກຫຼາຍ! ເສື້ອຂອງ “ອັງເຄລ ດິ ມາເຣຍ” ຫຼາຍກວ່າໝູ່ໃນ ພຣີເມຍລີກອັງກິດ | ຄົນມັກຫຼາຍ! ເສື້ອຂອງ ອັງເຄລ ດິ ມາເຣຍ ຫຼາຍກວ່າໝູ່ໃນ ພຣີເມຍລີກອັງກິດ
ສະປອຣ໌ຕສ໌ ໄດເຣັກຕ໌ ຮ້ານຂາຍເຄື່ອງອຸປະກອນກິລາຊື່ດັງຂອງເມືອງຜູ້ດີ ເປີດເຜີຍຂໍ້ມູນກ່ຽວກັບຍອດຂາຍເສື້ອຂອງນັກເຕະ ໃນພຣີເມຍລີກ ອັງກິດ ຊຶ່ງປາກົດວ່າຊຸດຂອງ ອັງເຄລ ດິ ມາເຣຍ ປີກຄົນດັງຂອງ ແມນເຊັສຕີ ຢູໄນເຕັດ ຂາຍໄດ້ຫຼາຍທີ່ສຸດ ຕໍ່ມາເປັນຊຸດຂອງ ອະເລັກຊິສ ຊານເຊຊ ກອງໜ້າຊາວຊີລີ ຂອງ ອາຣ໌ເຊນ່ອລ.
ຈັດລຽງ10 ອັນດັບທໍາອິດຂອງນັກເຕາະໃນພຣີລີກ ທີ່ສ້າງຍອດຂາຍຊຸດແຂ່ງຂັນ ໄດ້ຫຼາຍທີ່ສຸດ ຕາມການເປີດເຜີຍຂອງ ສະປອຣ໌ຕສ໌ ໄດເຣັກຕ໌
1 ອັງເຄລ ດິ ມາເຣຍ (ແມນເຊັສເຕີ ຢູໄນເຕັດ) 9.59 %
2 ອເລັກຊິສ ຊານເຊຊ (ອາຣ໌ເຊນ່ອລ) 3.80 %
3 ດິເອໂກ້ ຄອສຕ້າ (ເຊລຊີ) 2.27 %
4 ດາບິ ເດ ເຄອາ (ແມນເຊັສເຕີ ຢູໄນເຕັດ) 2.16%
5 ເອແດ໊ນ ອາຊາຣ໌ (ເຊລຊີ) 2.10 %
6 ເວຍ໌ນ ຣູນີ່ຍ໌ (ແມນເຊັສເຕີ ຢູໄນເຕັດ) 2.09%
7 ຣາດາເມລ ຟັນເກົາ (ແມນເຊັສເຕີ ຢູໄນເຕັດ)1.99 %
8 ສະຕີເວັ່ນ ເຈີຣ໌ຣາຣ໌ດ (ລີເວີຣ໌ພູລ) 1.76%
9 ເຊຣ໌ຄິໂອ ອະເກວໂຣ່ (ແມນເຊັສເຕີຣ໌ ຊີຕີ້) 1.46%
10ໂຣບິນ ຟານ ເພີຣ໌ຊີ່ (ແມນເຊັສເຕີ ຢູໄນເຕັດ) 1.20% | ຂ່າວພາຍໃນ | 2015-03-31T08:57:14+00:00 | https://laopost.com/?p=22088 |
ນິວຊີແລນຜ່າຕັດສະໝອງນົກສຳເລັດຄັ້ງແລກຂອງໂລກ | ຖືເປັນຄັ້ງທຳອິດຂອງໂລກເມື່ອທີມແພດຂອງປະເທດນິວຊີແລນປະສົບຄວາມສຳເລັດໃນການຜ່າຕັດສະໝອງນົກແກ້ວສາຍພັນຫາຍາກ ຊຶ່ງຖືເປັນສ່ວນໜຶ່ງ ແລະ ເປັນສ່ວນສຳຄັນໃນຄວາມພະຍາຍາມອະນຸຮັກສັດທີ່ຢູ່ໃນພາວະສ່ຽງສູນພັນ.
ໂດຍທີມແພດໄດ້ພົບນົກແກ້ວສາຍພັນ “ຄາຄາໂປ” ຢູ່ເຂດເກາະດອນ Codfish Island ທາງພາກໃຕ້ຂອງປະເທດ ໂດຍສັງເກດເຫັນຄວາມຜິດປົກກະຕິຈາກກ້ອນຊີ້ນຢູ່ບໍລິເວນຫົວກະໂຫຼກຂອງມັນ ດັ່ງນັ້ນ ທີມແພດຈິ່ງໄດ້ນຳເອົານົກນ້ອຍໃນໄວ 56 ວັນກັບມາໂຮງໝໍເພື່ອປິ່ນປົວ.
ສາສະດາຈານ Brett Gartrell ແພດທີ່ຜ່ນຕັດນົກນ້ອຍໂຕນີ້ກ່າວວ່າ ສະໝອງຂອງນົກສາຍພັນນີ້ມີຂະໜາດນ້ອຍທີ່່ສຸດ ຊຶ່ງມີພຽງເນື້ອເຫຍື່ອບາງໆຂັ້ນລະຫວ່າງສະໝອງ ແລະ ກະໂຫຼກເທົ່ານັ້ນ ດັ່ງນັ້ນ ການຜ່າຕັດຈິ່ງມີຄວາມສ່ຽງສູງ ແຕ່ມັນກໍເປັນເລື່ອງທີ່ຈຳເປັນຖ້າຫາກພວກເຮົາຕ້ອງການທີ່ຈະອະນຸຮັກ ແລະ ຮັກສານົກສາຍພັນຫາຍາກນີ້ເອົາໄວ້.
ຮຽບຮຽງ: ສະຫະລັດ ວອນທິວົງໄຊ
ຮູບພາບ: massey.ac.nz | ຂ່າວຕ່າງປະເທດ | 2019-05-13T10:02:43+00:00 | https://laopost.com/?p=113029 |
ຍີ່ປຸ່ນສັ່ງອົບພະຍົບປະຊາຊົນ 9 ໝື່ນຄົນຢູ່ແຂວງໂທຈິງິ ຫລັງຝົນຕົກໜັກ ນ້ຳຖ້ວມ ດິນເຈື່ອນ! | ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 10 ກັນຍານີ້ວ່າ ທາງການຍີ່ປຸ່ນໄດ້ມີຄຳສັ່ງອົບພະຍົບປະຊາຊົນກ່ວາ 90,000 ຄົນ ໃນແຂວງໂທຈິງິ (Tochigi) ທາງພາກກາງຂອງປະເທດໃນມື້ນີ້ (10 ກັນຍາ) ຫລັງຈາກທີ່ເກີດຝົນຕົກໜັກ ຈົນເຮັດໃຫ້ແມ່ນ້ຳຫລາຍສາຍໄຫລບ່າເຂົ້າຖ້ວມ ແລະ ມີດິນເຈື່ອນຢູ່ຫລາຍພື້ນທີ່ຂອງແຂວງ ຊຶ່ງມີລາຍງານຜູ້ສູນຫາຍແລ້ວ 1 ຄົນ ຈາກເຫດຖືກດິນເຈື່ອນລົງມາທັບຖົມໃສ່ເຮືອນ. | ຂ່າວຕ່າງປະເທດ | 2015-09-10T10:51:40+00:00 | https://laopost.com/?p=34690 |
ຊິມບັບເວ ປະກາດສົ່ງອອກຊ້າງປ່າ ເພາະມີຊ້າງຈຳນວນຫລາຍເກີນໄປ | ທາງການຊິມບັບເວ ປະກາດແຜນສົ່ງອອກຊ້າງປ່າ ຢ່າງໜ້ອຍ 62 ໂຕ ເພື່ອຫລຸດຈຳນວນຊ້າງປ່າໃນທຳມະຊາດ ເຊິ່ງມີ
ຈຳນວນຫລາຍເກີນໄປ.
ສຳນັກຂ່າວຕ່າງປະເທດ ລາຍງານ ໃນວັນທີ 26 ທັນວານີ້ວ່າ ທ່ານ ເຈີຣີ ໂກໂຕຣາ ຜູ້ອຳນວຍການສຳນັກງານຄຸ້ມຄອງສັດ
ປ່າ ແລະ ອຸທິຍານແຫ່ງຊາດຊິມບັບເວ ໄດ້ເປີດເຜີຍໃນວັນພະຫັດທີ 25 ທັນວາຜ່ານມາວ່າ ທາງການກຽມສົ່ງອອກຊ້າງປ່າ
ຈຳນວນຢ່າງໜ້ອຍ 62 ໂຕ ພາຍໃນໄລຍະໄຕມາດທຳອິດຂອງປີໜ້າ ແລະ ຖືເປັນການສົ່ງອອກເຊິ່ງທາງລັດຖະບານຈະໄດ້
ຮັບຄ່າຕອບແທນ ບໍ່ແຕກຕ່າງຫຍັງກັບການສົ່ງອອກສິນຄ້າທົ່ວໄປ.
ເບື້ອງຕົ້ນມີລາຍງານວ່າ ມີຜູ້ສົນໃຈສັ່ງຊື້ຊ້າງປ່າຈາກຊິມບັບເວແລ້ວຫລາຍລາຍ ຈາກຝຣັ່ງ, ຈີນ ລວມໄປເຖິງເສດຖີກະ
ເປົາໜັກໃນສະຫະລັດອາຫລັບເອມິເຣດ ອີກດ້ວຍ.
ທັງນີ້ ລາຍງານຂ່າວໄດ້ກ່າວວ່າ ຊິມບັບເວມີສັກກະຍະພາບ ໃນການຄຸ້ມຄອງຮອງຮັບຊ້າງປ່າໄດ້ພຽງ 42,000 ໂຕເທົ່ານັ້ນ
ແຕ່ຈຳນວນຊ້າງປ່າພາຍໃນປະເທດໃນເວລານີ້ ແມ່ນມີສູງເຖິງ 80,000 ໂຕ. | ຂ່າວຕ່າງປະເທດ | 2014-12-26T16:00:45+00:00 | https://laopost.com/?p=16462 |
8 ທະນາຄານເຊື່ອມໂຍງຕູ້ ATM ຫລາຍກ່ວາ 90% ໃນທົ່ວປະເທດ | ຂປລ. ພາຍຫລັງທີ່ມີການຮ່ວມມືພາຍໃຕ້ ໂຄງການເຊື່ອມໂຍງລະບົບຕູ້ ATM ຫລື BConnex ລະຫວ່າງ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ), ທະນາຄານ ລາວ-ຫວຽດ, ທະນາຄານ ສົ່ງເສີມ ກະສິກໍາ, ທະນາຄານ ພັດທະນາລາວ, ທະນາຄານ ຮ່ວມພັດທະນາ, ທະນາຄານ ເອັສທີຈໍາກັດ ແລະ ທະນາຄານ ມາຣູຮານເຈແປນລາວ, ຄັ້ງຫລ້າສຸດ ກໍໄດ້ຮ່ວມໂຄງການດັ່ງກ່າວ ກັບທະນາຄານ ກຸງສີອະຍຸດທະຍາ ຈໍາກັດມະຫາຊົນ ເຊິ່ງເປັນທະນາຄານ ແຫ່ງທີ 8 ທີ່ສາມາດເຊື່ອມໂຍງ ລະບົບຕູ້ ATM ຜ່ານລະບົບຮ່ວມ BConnex ຫລາຍກ່ວາ 750 ໜ່ວຍ ທີ່ມີຢູ່ໃນທົ່ວ ສປປ ລາວ ເຮັດໃຫ້ລູກຄ້າທະນາຄານ ສາມາດຖອນເງິນສົດເປັນ ສະກຸນເງິນກີບ ແລະ ກວດຍອດເງິນ ໃນບັນຊີໄດ້ຢ່າງງ່າຍດາຍ ໂດຍຜ່ານຕູ້ ATM ຂອງ 8 ທະນາຄານ.
ການເຂົ້າຮ່ວມການເຊື່ອມໂຍງລະບົບຕູ້ ATM ຫລື BConnex ຂອງທະນາຄານກຸງ ສີອະຍຸດທະຍາ ຈໍາກັດມະຫາຊົນ ໄດ້ຈັດຂຶ້ນໃນວັນທີ 18 ກັນຍາ 2015 ທີ່ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ພູໂຂງ ຈັນທະຈັກ ຮັກສາການຜູ້ອໍານວຍການ ທຄຕລ ເຊິ່ງໃນຜ່ານມາ ທຄຕລ ກັບ ທະນາຄານກຸງສີອະຍຸດທະຍາ ໄດ້ມີການຮ່ວມມືສ້າງສິດທິພິເສດ ໃຫ້ແກ່ລູກຄ້າຂອງທັງ 2 ທະນາຄານ ຄື ຜູ້ທີ່ຖືບັດ ATM ບັດນັກສຶກສາ, ບັດ CUP, ບັດ VISA ຂອງ ທຄຕລ ສາມາດຖອນເປັນເງິນບາດສະກຸນເງິນໄທ ຈາກຕູ້ ATM 5.300 ຕູ້ຂອງທະນາຄານ ກຸງສີອະຍຸດທະຍາ ຈໍາກັດມະຫາຊົນ ຢູ່ທີ່ປະເທດໄທ ໂດຍໄດ້ຮັບສ່ວນຫລຸດ 20% ຂອງຄ່າທໍານຽມ ໃນການຖອນເງິນສົດ ແຕ່ລະຄັ້ງ ແລະ ບັດ CUP, ບັດ VISA ຂອງທະນາຄານ ກຸງສີອະຍຸດທະຍາ ສາມາດຖອນເປັນເງິນກີບ ຈາກຕູ້ ATM ຂອງ ທຄຕລ ແລະ ໄດ້ຮັບສ່ວນຫລຸດ 20% ຂອງຄ່າທໍານຽມ ໃນການຖອນແຕ່ລະຄັ້ງ ເຊັ່ນດຽວກັນ.
ທ່ານ ນັນທະລາດ ແກ້ວປະເສີດ ຄະນະອໍານວຍການ ທຄຕລ ຢືນຢັນວ່າ: ການເຊື່ອມໂຍງລະບົບຕູ້ ATM ໄດ້ສະແດງໃຫ້ເຫັນຄວາມເປັນຈິດໜຶ່ງ ໃຈດຽວກັນທີ່ຕ້ອງການພັດທະນາລະບົບບໍລິການຕ່າງໆຂອງ ທະນາຄານພາຍໃນ ໃຫ້ທັນສະໄໝ ເພື່ອກ້າວສູ່ປະຊາຄົມ ເສດຖະກິດອາຊຽນ ( AEC ), ໂຄງການນີ້ ເປັນໜຶ່ງໃນບັນດາໜ້າວຽກທີ່ສໍາຄັນ ທີ່ເຮັດໃຫ້ທະນາຄານຂອງຕ່າງປະເທດເຫັນຄວາມສາມາດ ແລະ ຄວາມຮ່ວມມືກັນຂອງທະນາຄານລາວ, ໃນຂະນະນີ້ ປະຊາຊົນ ຫລື ລູກຄ້າ ໄດ້ນໍາໃຊ້ BConnex ນັບມື້ຫລາຍຂຶ້ນ ແລະ ການເຊື່ອມໂຍງລະບົບຕູ້ ATM ສາມາດ ຄວບຄຸມການບໍລິການ ໄດ້ຫລາຍກ່ວາ 90% ໃນຂອບເຂດທົ່ວປະເທດ.
ຜູ້ອໍານວຍການໃຫຍ່ ກຸ່ມລູກຄ້າທະນາຄານທຸລະກິດຍີ່ປຸ່ນ ແລະ ບໍລິສັດຂ້າມຊາດ ທະນາຄານກຸງສີອະຍຸດທະຍາ ຈໍາກັດ ມະຫາຊົນ, ທ່ານ Masaaki Suzuki ກ່າວວ່າ: ເປັນບາດກ້າວສໍາຄັນຂອງລະບົບທະນາຄານທັງ 2 ປະເທດທີ່ມີການເຊື່ອມໂຍງລະບົບຕູ້ ATM ຮ່ວມກັນ ແລະ ກໍເປັນທະນາຄານແຫ່ງທໍາອິດ ຈາກປະເທດໄທ ເປັນທະນາຄານ ລໍາດັບທີ 8 ໃນສປປ ລາວ ທີ່ໄດ້ເຂົ້າຮ່ວມໂຄງການ BConnex ເຊິ່ງຈະອໍານວຍຄວາມ ສະດວກ ໃຫ້ລູກຄ້າບັດ ATM ຂອງທະນາຄານກຸງສີ ໃນ ສປປ ລາວ ກັບສະມາຊິກ 7 ທະນາຄານ ໃຫ້ສາມາດເຮັດທຸລະກໍາ ຜ່ານຕູ້ ATM ໄດ້ຫລາຍກ່ວາ 750 ໜ່ວຍ ໃນສປປ ລາວ, ບໍ່ສະເພາະເທົ່ານັ້ນ ແຕ່ມັນຍັງບົ່ງບອກເຖິງ ຄວາມພ້ອມ ຂອງລະບົບການເງິນ-ການທະນາຄານ ຂອງ ສປປ ລາວ ກ້າວສູ່ AEC ໃນທ້າຍປີ 2015 ອີກດ້ວຍ.
ແຫລ່ງຂ່າວ: | ຂ່າວພາຍໃນ | 2015-09-23T12:08:29+00:00 | https://laopost.com/?p=36046 |
ສຳເລັດແລ້ວສະຖານີລົດໄຟກາສີພ້ອມກຽມເປີດນຳໃຊ້ໃນບໍ່ຊ້ານີ້ | ສະຖານີລົດໄຟກາສີ ເຊິ່ງຕັ້ງຢູ່ເມືອງກາສີ, ແຂວງວຽງຈັນ ເປັນໜຶ່ງໃນສະຖານີທີ່ນອນໃນໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ປັດຈຸບັນກໍ່ສ້າງສ້າງສຳເລັດແລ້ວພ້ອມກຽມເປີດນຳໃຊ້ໃນບໍ່ຊ້ານີ້.
ສະຖານີລົດໄຟກາສີນອນຢູ່ໃນພື້ນທີ່ກໍ່ສ້າງ 1498,7 ຕາລາງແມັດ, ຮັບເໝົາກໍ່ສ້າງສະຖານີໂດຍກຸ່ມບໍລິສັດກໍ່ສ້າງທາງລົດໄຟ ສປ ຈີນ ເປັນສະຖານນີຂົນສົ່ງໂດຍສານ, ມີບ່ອນລໍຖ້າຂຶ້ນລົດ 1 ບ່ອນ ໂດຍມີເສັ້ນທາງລົດໄຟຂັ້ນກາງ 3 ສາຍ, ສາມາດບັນຈຸຜູ້ໂດຍສານໄດ້ສູງສຸດ 150 ຄົນ ດ້ວຍການອອກແບບປະສົມປະສານກັນລະຫວ່າງສະຖາປັດຕະຍະກໍາແບບດັ້ງເດີມຂອງລາວ ແລະຈີນ ເຊິ່ງມີຄວາມສວຍງາມ ແລະມີສະເໜ່ດ້ວຍວັດທະນະທໍາລາວ ແລະຈີນ.
ຄະນະບໍລິສັດຮັບເໝົາກໍ່ສ້າງສະຖານີກາສີແຈ້ງໃຫ້ຮູ້ວ່າ: ໄດ້ມີການນໍາໃຊ້ເຕັກນິກສ້າງແບບຈຳລອງ BIM ແລະໄດ້ຜ່ານຜ່າຄວາມຫຍຸ້ງຍາກໃນການກໍ່ສ້າງໃນລະດູຝົນ, ການປ້ອງກັນພະຍາດໂຄວິດ-19, ການຂົນສົ່ງວັດສະດຸກໍ່ສ້າງແລະອື່ນໆ ແລະສາມາດສໍາເລັດໂຄງລ່າງສ່ວນຫຼັກຂອງອາຄານສະຖານີກ່ອນເວລາກໍານົດ 15 ມື້. ປັດຈຸບັນ, ສະຖານີດັ່ງກ່າວພວມດໍາເນີນການກວດຮັບ ແລະຄາດວ່າຈະໄດ້ເປີດນໍາໃຊ້ຕາມແຜນທີ່ວາງໄວ້.
ຂໍ້ມູນຈາກ: Lao National Radio | ຂ່າວພາຍໃນ | 2021-10-01T01:16:08+00:00 | https://laopost.com/?p=128143 |
ໄຊສົມບູນ ກຽມພັດທະນາພູເບ້ຍ ເປັນແຫຼ່ງທ່ອງທ່ຽວທຳມະຊາດ | ທ່ານ ອາຊາງ ລາວລີ ຮອງນາຍົກລັດຖະມົນຕີ
ໃນວັນທີ 15 ກໍລະກົດນີ້ ຢູ່ນະຄອນຫລວງວຽງຈັນ, ໄດ້ມີສຳມະນາກ່ຽວກັບການພັດທະນາພູເບ້ຍ
ໂດຍການເປັນປະທານຂອງທ່ານ ອາຊາງ ລາວລີ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານວັດທະ
ນະທຳ-ສັງຄົມ, ມີທ່ານ ສົມບັດ ເຢຍລີເຮີ ເຈົ້າແຂວງໆໄຊສົມບູນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າ
ຮ່ວມຢ່າງພ້ອມພຽງ.
ຊຸດສຳມະນາຄັ້ງນີ້ ໄດ້ປຶກສາຫາລືແລກປ່ຽນຄວາມຄິດເຫັນກ່ຽວກັບ ການພັດທະນາພູເບ້ຍ ເພື່ອ
ໃຫ້ກາຍເປັນແຫລ່ງທ່ອງທ່ຽວທີ່ໜ້າທ່ຽວຊົມແຫ່ງໜຶ່ງຂອງ ສປປ ລາວ, ພ້ອມທັງປຶກສາຫາລື
ກ່ຽວກັບປະຫວັດຄວາມເປັນມາໃນການກຳເນີດ, ສະຖານທີ່ຕັ້ງ, ລັກສະນະ ແລະ ວັນ, ເດືອນ, ປີ ຫລື
ໄລຍະທີ່ຕັ້ງຊື່ຂອງພູເບ້ຍ ພ້ອມນັ້ນຍັງໄດ້ຮັບຟັງການຜ່ານບົດລາຍງານເບື້ອງຕົ້ນກ່ຽວກັບການພັດ
ທະນາພູເບ້ຍວ່າ: ການພັດທະນາພູເບ້ຍໃຫ້ກາຍເປັນແຫລ່ງທ່ອງທ່ຽວນັ້ນ, ກ່ອນອື່ນໝົດຕ້ອງປົກ
ປັກຮັກສາປ່າໄມ້ ແລະ ທຳມະຊາດທີ່ອຸດົມສົມບູນໄວ້ໃຫ້ມີຄວາມຍືນຍົງຕະຫລອດໄປ, ຟື້ນຟູປ່າໄມ້
ທຳມະຊາດ ແລະ ຈັດສັນໃຫ້ສວຍງາມ ສາມາດຈັດເປັນສະຖານທີ່ທ່ອງທ່ຽວແບບອະນຸລັກທຳມະຊາດ,
ຈັດໃຫ້ມີກິດຈະກຳເພື່ອໄປທ່ຽວຊົມ ການດຳລົງຊີວິດຂອງຝູງສັດແຕ່ລະຊະນິດຕາມລະດູການໃນແຕ່
ລະປີ, ຈັດສັນສະຖານທີ່ທຳມະຊາດເພື່ອຈັດເປັນເສັ້ນທາງຍ່າງຊົມປ່າ ເສັ້ນທາງສະເພາະຂີ່ລົດຖີບ,
ລົດຈັກເພື່ອທ່ຽວຊົມປ່າເທິງຈອມພູເບ້ຍ, ນອກນີ້ຕ້ອງຟື້ນຟູອ່າງນ້ຳໃຫຍ່ເພື່ອເປັນບ່ອນລ້ຽງປາ,
ສາມາດເປັນສະຖານທີ່ແຂ່ງຂັນເຮືອປະເພນີ ຫລື ສາມາດຂັບຂີ່ແຈັດສະກີໄດ້, ຄຽງຄູ່ກັນນັ້ນ ສິ່ງທີ່ຈຳ
ເປັນຈະຕ້ອງເຮັດກໍຄື ການພັດທະນາດ້ານພື້ນຖານໂຄງລ່າງ ໂດຍສະເພາະສ້າງເສັ້ນທາງຂຶ້ນພູເບ້ຍ
ເຊິ່ງມີຄວາມຍາວປະມານ 40 ກິໂລແມັດ ປູຢາງສອງຊັ້ນ ເພື່ອສາມາດທຽວໄດ້ສະດວກສະບາຍຕະ
ຫລອດປີ, ມີເຮືອນສຳລັບພັກຜ່ອນ, ມີຮ້ານອາຫານ, ຮ້ານຂາຍເຄື່ອງທີ່ລະນຶກ, ຈັດສວນພຶກສາຊາດ
ໂດຍເນັ້ນປູກດອກໄມ້ເມືອງໜາວ, ສວນນ້ຳພຸ, ຕິດຕັ້ງລະບົບໄຟຟ້າ, ລະບົບບຳບັດນ້ຳເປື້ອນ, ນ້ຳໃຊ້
ຄົບຊຸດ, ມີສະຖານທີ່ຈອດລົດ, ມີຫ້ອງນ້ຳສາທາລະນະ ແລະ ລະບົບຮັກສາຄວາມສະອາດ ຫລື ອີກທາງ
ໜຶ່ງອາດຈະລົງທຶນສ້າງກະຕ່າລອຍຟ້າ ຂຶ້ນໄປຈອມພູເບ້ຍເພື່ອຊົມທິວທັດທຳມະຊາດທີ່ສວຍສົດງົດ
ງາມຢູ່ບໍລິເວນດັ່ງກ່າວ ທັງໝົດທີ່ກ່າວມານັ້ນຕ້ອງ ໄດ້ມີການອອກແບບ ແລະ ສຳຫລວດເປັນຢ່າງດີ
ສ່ວນການຈັດຕັ້ງປະຕິບັດນັ້ນແມ່ນເຮັດໄປເທື່ອລະຂັ້ນຕອນ ທັງນີ້ເພື່ອຮັບປະກັນທາງດ້ານງົບປະ
ມານ ຫລື ອາດຈະເຮັດລັກສະນະມອບເໝົາໃຫ້ເອກະຊົນມີສ່ວນຮ່ວມໃນການພັດທະນາຕາມຄວາມ
ເໝາະສົມ.
ໂອກາດດັ່ງກ່າວ ທ່ານ ອາຊາງ ລາວລີ ເນັ້ນໃຫ້ພາກສ່ວນທີ່ກ່ຽວຂ້ອງກຳແໜ້ນ ແລະ ມີຄວາມຮັບຮູ້
ທີ່ເປັນເອກະພາບ ກ່ຽວກັບປະຫວັດຄວາມເປັນມາຂອງພູເບ້ຍ, ບຸກຄົນຜູ້ທີ່ຕັ້ງຊື່ພູເບ້ຍ, ວັນ, ເດືອນ,
ປີທີ່ຕັ້ງຊື່ພູເບ້ຍ, ຕ້ອງຊອກໃຫ້ໄດ້ຂໍ້ມູນທີ່ຈະແຈ້ງ ແລະ ຖືກຕ້ອງກັບສະພາບຕົວຈິງ, ມີເຫດມີຜົນອ້າງ
ອີງ ແລະ ມີສິ່ງຢັ້ງຢືນໂດຍອີງໃສ່ຮ່ອງຮອຍທາງປະຫວັດສາດຂອງລາວເຮົາ, ພ້ອມນັ້ນທ່ານຍັງມີຄຳເຫັນ
ແນະນຳໃຫ້ພາກສ່ວນທີ່ກ່ຽວຂ້ອງນຳໄປປຶກສາຫາລື ແລະ ຈັດຕັ້ງປະຕິບັດ ເພື່ອໃຫ້ບັນດາຈຸດປະສົງ
ລະດັບຄາດໝາຍທີ່ໄດ້ວາງໄວ້ປະກົດຜົນເປັນຈິງໃນຕໍ່ໜ້າ.
ແຫຼ່ງຂ່າວ: ໜັງສືພິມລາວພັດທະນາ | ຂ່າວທ່ອງທ່ຽວ | 2014-07-16T19:38:13+00:00 | https://laopost.com/?p=7305 |
ອິນເດຍ ພະເຊີນກັບອາກາດຮ້ອນ ຄາດວ່າຈະຮອດ 44 ອົງສາ | ອິງຕາມການລາຍງານຂອງສຳນັກຂ່າວ ກຸງນິວເດລີ ຂອງອິນເດຍ ໄດ້ລາຍງານໃນວັນທີ 28 ເມສາ 2022 ທີ່ຜ່ານມາວ່າ: ອິນເດຍພະເຊີນສະພາບອາກາດທີ່ຮ້ອນສູງເຖິງ 40 ອົງສາ ແລະ ມີການຄາດການວ່າໃນອາທິດນີ້ອຸນຫະພູມຈະສູງເຖິງ 44 ອົງສາຂະນະທີ່ນາຍົກ ອິນເດຍ ເຕືອນລະວັງການເກິດໄຟໄໝ້.
ປະຊາຊົນຈຳນວນຫຼາຍຫາວິທີຄາຍຮ້ອນ ບາງເມືອງກໍມີລາຍງານວ່າຄວາມນິຍົມໃນການລົງຮຽນລອຍນ້ຳເພີ່ມຂຶ້ນສູງ ຂະນະທີ່ຄົນສ່ວນໜຶ່ງອາໃສຜ້າປົກປິດຫົວເມື່ອຕ້ອງດີນທາງຕາກແດດ.
ເຈົ້າໜ້າທີ່ສວນສັດລະບຸວ່າ: ຂະນະນີ້ຕ້ອງຕິດຕັ້ງເຄື່ອງພົ່ນອາຍນ້ຳ ເພື່ອພົ່ນລະອອງນ້ຳໃນສວນນົກເພື່ອຊ່ວຍໃນຫຼຸດຄວາມຮ້ອນ ແລະ ພັດລົມເປັນອີກສິ່ງໜຶ່ງທີ່ຂາດບໍ່ໄດ້ ລງວມເຖິງການເສີມວິຕາມິນພູມຄຸ້ມກັນໃຫ້ສັດ.
ສຳລັບອາກາດຮ້ອນເລີ່ມຕັ້ງແຕ່ເດືອນ ມີນາ ທີ່ຜ່ານມາເຊິ່ງໜ່ວຍງານ ອຸຕຸນິຍົມ ວິທະຍາອິນເດຍລະບຸວ່າ: ເດືອນ ມີນາ ທີ່ຜ່ານມາ ອາກາດຮ້ອນທີ່ສຸດໃນຮອບ 122 ປີ ຕັ້ງແຕ່ເລີ່ມເກັບສະຖິຕິ ຂະນະທີ່ຜູ້ຊ່ຽວຊານລະບຸວ່າ: ໃນພາບລວມແລ້ວມີຫຼາຍປັດໃຈທີ່ເຮັດໃຫ້ອາກາດປ່ຽນແປງ ແຕ່ຕົ້ນຕໍຄືປັນຫາໂລກຮ້ອນ ແລະ ເກງວ່າປັນຫານີ້ຈະບໍ່ໄດ້ເກີດຂຶ້ນແລ້ວຜ່ານໄປ ແຕ່ຈະມີແນວໂນ້ມຄົງຢູ່ອີກດົນນານ.
ຢ່າງໃດກໍຕາມໃນອາດີດຄວາມຮ້ອນໄດ້ເຮັດໃຫ້ຄົນອິນເດຍເສຍຊີວິດເປັນຈຳນວນຫຼາຍໃນປີ 2015 ຈຳນວນ 2000 ຄົນ.
ທີ່ມາ:ໄທ ພີບີເອັສ | ຂ່າວຕ່າງປະເທດ | 2022-05-03T14:30:48+00:00 | https://laopost.com/?p=133622 |
ນັກວິສະວະກຳຈີນ ພັດທະນາຕູ້ເອທີເອັມ ສາມາດຈື່ຈຳໃບໜ້າເຈົ້າຂອງບັດໄດ້! | ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 4 ມິຖຸນານີ້ວ່າ ນັກວິໄຈຈີນ ໄດ້ພັດທະນາຕູ້ເອທີເອັມ ທີ່ມີເຕັກໂນໂລຊີຈື່ຈຳໃບໜ້າຂອງຄົນໄດ້ໃນຕົວ ອັນຈະສາມາດຊ່ວຍປ້ອງກັນບັນຫາອາຊະຍາກຳ ທີ່ເກີດຂຶ້ນກັບຕູ້ເອທີເອັມ.
ແຫລ່ງຂ່າວຂອງຈີນໄດ້ລະບຸວ່າ ຕູ້ເອທີເອັມທີ່ໃຊ້ກັນຢູ່ໃນປະເທດຈີນທຸກວັນນີ້ ແມ່ນລ້ວນແຕ່ອາໄສເຕັກໂນໂລຊີຈາກຕ່າງປະເທດທັງໝົດ ໂດຍຕູ້ເອທີເອັມໃໝ່ນີ້ຜະລິດໂດຍຄົນຈີນເອງ ສາມາດນັບທະນາບັດໄດ້ວ່ອງໄວ ແລະ ສາມາດດັກກວດຈັບເງິນປອມໄດ້ອີກດ້ວຍ ພ້ອມກັນນັ້ນ ກໍຍັງສາມາດຈື່ຈຳໃບໜ້າເຈົ້າຂອງບັດເອທີເອັມໄດ້ອີກ ເຊິ່ງຖືເປັນຄວາມສາມາດຂອງນັກວິສະວະກຳຈີນລ້ວນໆ.
ຢ່າງໃດກໍຕາມ ໄດ້ມີການໂຕ້ຖຽງກັນໃນວົງນັກສັງເກດການວ່າ ຖ້າຫາກມີການນຳໃຊ້ຕູ້ເອທີເອັມດັ່ງກ່າວນີ້ແທ້ຈິງ ແລະ ເກີດມີກໍລະນີບາງໄປດັດແປງເຮັດສັນຍະກຳໃບໜ້າ ເພື່ອໃຫ້ຄ້າຍຄືກັບເສດຖີຄົນໃດໜຶ່ງຂຶ້ນມາ ແລ້ວຈະເກີດຫຍັງຂຶ້ນ. | ຂ່າວຕ່າງປະເທດ | 2015-06-04T11:17:34+00:00 | https://laopost.com/?p=27408 |
ເຮັດນ້ຳໝາກນາວ ຫຼຸດຄວາມຕຸ້ຍ ໄດ້ຜົນພຸງຍຸບແນ່ອນ | ເຄັບລັບ ສູດນ້ຳໝາກນາວ ຫລຸດຄວາມຕຸ້ຍ ຫຼຸດພຸງ ດື່ມກ່ອນນອນ ພຸງຍຸບແນ່ນອນ ງ່າຍເທົ່ານີ້!
ສ່ວນປະກອບ:
1. ໝາກນາວ 1 ໜ່ວຍ
ນ້ຳອຸ່ນ 1 ຈອກ
ນ້ຳຕານແດງ ຫຼືນ້ຳເຜິ້ງ 2 ບ່ວງກາເຟ
ເກືອໜ້ອຍດຽວ (ປາຍບ່ວງກາເຟ)
ວິທີເຮັດ
ຂັ້ນຕອນທຳອິດເອົານ້ຳຕານກັບເກືອລົງລະລາຍໃນຈອກນ້ຳອຸ່ນ ປະໄວ້ໃຫ້ນ້ຳເຢັນລົງ
ຂັ້ນຕອນທີສອງເມື່ອນ້ຳເຢັນລົງແລ້ວ ໃຫ້ບີບນ້ຳໝາກນາວລົງໃສ່ ຄົນໃຫ້ເຂົ້າກັນແລ້ວກິນໄດ້ເລີຍ ຫຼືຈະໃສ່ນ້ຳກ້ອນກິນກໍຍິ່ງແຊບຕື່ມອີກ.
ຂັ້ນຕອນທີສາມໂດຍເວລາທີ່ດີທີ່ສຸດ ຄືກິນກ່ອນນອນຈັກ 15-20 ນາທີ
ຂັ້ນຕອນທີ 4 ນ້ຳຕານແດງຈະເຮັດໃຫ້ມີຄວາມຫວານລົດຊາດແຊບກວ່າ ການໃຊ້ນ້ຳຕານຂາວ
ກິນປະຈຳທຸກວັນ 4 ເດືອນກໍເຫັນຜົນ ແອວນ້ອຍລົງ ຍິ່ງຖ້າກິນທຸກມື້ ໄດ້ຮັບວິຕາມິນ ຊີ ແຄນຊ່ຽມ ເຮັດໃຫ້ຮ່າງກາຍແຂງແຮງ ບໍ່ເປັນຫວັດງ່າຍ ກະດູກແຂງແຮງ ໄຂມັນໃນເລືອດກໍຈະຫຼຸດລົງ ກົດຢູລິກໍຈະຫຼຸດລົງ ໄຕກຣີນເຊີໄລກໍຈະປົກກະຕິ ໄຂມັນທີ່ບໍ່ດີຈະຫຼຸດລົງ ໄຂມັນດີກໍຈະເພິ່ມຂຶ້ນ.
ຂອບໃຈຂໍ້ມູນ: ອັບຍິ້ມ | ສຸຂະພາບ ແລະ ສີ່ງແວດລ້ອມ | 2016-07-24T10:53:24+00:00 | https://laopost.com/?p=65902 |
ອິນເດຍຈະປະຫານຄາດຕະການຕໍ່ເນື່ອງ ຂົ່ມຂືນຂ້າມາແລ້ວເກືອບ 20 ລາຍ! | ນັກໂທດຊາຍ ຄາດຕະກອນຕໍ່ເນື່ອງ ຊາວອິນເດຍ ກຽມເຂົ້າສູ່ລານປະຫານດ້ວຍການແຂວນຄໍ ຫຼັງກໍ່ຄະດີໂຫດຂ້າ
ຂົ່ມຂືນມາແລ້ວບໍ່ຕ່ຳກ່ວາ 19 ລາຍ.
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 5 ກັນຍາ 2014 ຜ່ານມານີ້ວ່າ ທ້າວ ສຸຣິນເດີ ໂກລີ ນັກໂທດປະຫານຊາຍ
ຊາວອິນເດຍ ກຽມຖືກປະຫານຊີວິດດ້ວຍການແຂວນຄໍ ໃນວັນທີ 12 ກັນຍາ 2014 ທີ່ຈະມາເຖິງນີ້ ຫຼັງຖືກສານສູງ
ໃນເມືອງມີຣັດ ລັດອຸດຕະຣະປະເທດ ໄດ້ຕັດສິນປະຫານຊີວິດເຂົາ ຕັ້ງແຕ່ປີ 2009 ເນື່ອງຈາກພົບວ່າໄດ້ກະທຳຜິດ
ໃນຄະດີໂຫດຫຼາຍຄະດີ.
ໂດຍ ທ້າວ ໂກລີ ເປັນຄາດຕະກອນຕໍ່ເນື່ອງ ກໍ່ເຫດສະເທືອນຂັວນມາຢ່າງຫຼວງຫຼາຍ ໂດຍມີສາວໄວລຸ້ນ ແລະ ເດັກ
ນ້ອຍຍິງຢ່າງໜ້ອຍ 19 ຄົນ ເຄີຍຖືກທ້າວໂກລີ ທັງຂົ່ມຂືນ, ຂ້າ ແລະ ມີຜູ້ເຄາະຮ້າຍບາງຄົນ ເຖິງກັບຖືກຂ້າແລ້ວ
ຫັ່ນສົບຈົນບໍ່ສາມາດຈື່ຈຳສະພາບເດີມໄດ້.
ດ້ານ ທ້າວໂກລີ ໄດ້ຍອມຮັບສາລະພາບຕໍ່ສານວ່າ ເຂົາໄດ້ຫຼອກລໍ້ໃຫ້ເດັກຍິງຫຼາຍຄົນເຂົ້າມາໃນເຮືອນ ດ້ວຍການ
ໃຊ້ເຂົ້າໜົມ ແລະ ຊ໊ອກໂກແລັດ, ຈາກນັ້ນກໍໄດ້ກະທຳຮຸນແຮງຕໍ່ເດັກນ້ອຍ ໂດຍມີສົບເດັກນ້ອຍບາງຄົນ ຖືກຍັດ
ໃສ່ຖົງຢາງ ແລະ ເຊື່ອງໄວ້ໃນເຮືອນອີກດ້ວຍ.
ຕາມການເປີດເຜີຍຂອງຕຳຫຼວດລະບຸວ່າ ທ້າວ ໂກລີ ໄດ້ກະທຳຄວາມຜິດໃນຄະດີລັກພາໂຕ, ຄາດຕະກຳ ແລະ
ພະຍາຍາມຂົ່ມຂືມຜູ້ເຄາະຮ້າຍ ຢ່າງໜ້ອຍ 5 ຄົນ ລວມທັງເດັກນ້ອຍ ຈົນເຖິງໄດ້ລົງມືກໍ່ເຫດຄາດຕະກຳເດັກຍິງ
ອາຍຸ 14 ປີ ເຊິ່ງຖືເປັນຄະດີສະເທືອນຂັວນຊາວອິນເດຍທັງປະເທດ.
ສຳລັບການລົງໂທດປະຫານຊີວິດ ຖືເປັນບົດລົງໂທດທີ່ບໍ່ຄ່ອຍເກີດຂຶ້ນໃນປະເທດອິນເດຍ ເພາະໃນຊ່ວງໄລຍະ 2
ປີຜ່ານມານີ້ ໄດ້ມີນັກໂທດໃນອິນເດຍຖືກຕັດສິນປະຫານຊີວິດ ດ້ວຍການແຂວນຄໍພຽງແຕ່ 2 ລາຍເທົ່ານັ້ນ. | ຂ່າວຕ່າງປະເທດ | 2014-09-08T10:11:23+00:00 | https://laopost.com/?p=10035 |
ທ່ານທອງລິດ ປະມູນໄດ້ລົດນາຍົກ | ໂດຍປະຕິບັດຕາມນະໂຍບາຍ ສົ່ງລົດຫຼູຄືນເພື່ອປະມູນຂາຍ ແລ້ວຊື້ລົດໃໝ່ທີ່ຖືກກວ່າມາຮັບໃຊ້ ຂອງລັດຖະບານທີ່ໄດ້ປະກາດໄປ ໃນໄລຍະທີ່ຜ່ານມາ. ມາຮອດຕອນບ່າຍຂອງວັນທີ 28 ກຸມພາ 2017 ໄດ້ມີພິທີປະມູນແບບເປີດກວ້າງຂຶ້ນຢ່າງເປັນທາງການ ທີ່ຫໍປະຊຸມແຫ່ງຊາດ ມີນັກປະມູນແລະມວນຊົນເຂົ້າຮ່ວມຈຳນວນຫຼວງຫຼາຍ ສ້າງໃຫ້ມີບັນຍາກາດຄຶກຄື້ນມ່ວນຊື່ນພໍສົມຄວນ.
ຜົນການປະມູນເບື້ອງຕົ້ນ ໂດຍອີງຕາມການລາຍງານຂອງ ສຳນັກຂ່າວ ເສດຖະກິດ-ການຄ້າ ບອກວ່າ ເວລາ 16:30 ນາທີ ແມ່ນສຳເລັດການປະມູນໄປແລ້ວ 3 ຄັນ ເຊິ່ງເປັນລົດ BMW ລຸ້ນ 730 LI ໝາຍເລກທະບຽນ ກຜ 8893 ທີ່ເຄີຍເປັນລົດປະຈຳຕຳແໜ່ງ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ. ຄັນທີ 2 ແມ່ນລົດ BENZ ລຸ້ນ S350 ເຄີຍນຳໃຊ້ເປັນລົດປະຈຳຕຳແໜ່ງທ່ານ ຈັນສີ ໂພສີຄຳ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ແລະຄັນທີ 3 ແມ່ນລົດ BMW ລຸ້ນ 730 LI ເຄີຍນຳໃຊ້ເປັນລົດປະຈຳຕຳແໜ່ງ ທ່ານ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ລາຄາເລີ່ມຕົ້ນ 830 ລ້ານກີບ ແລະ ແມ່ນທ່ານ ທອງລິດ ກິ່ງແກ້ວອຸດົມ ນັກທຸລະກິດ ເປັນຜູ້ຊະນະການປະມູນໃນລາຄາ 1,330 ລ້ານກີບ.
ສ່ວນລາຍລະອຽດທັງໝົດຂອງການປະມູນ ທີມຂ່າວຈະສືບຕໍ່ນຳສະເໜີໃນໄລຍະຕໍ່ໄປ. | ຂ່າວພາຍໃນ | 2017-02-28T20:49:56+00:00 | https://laopost.com/?p=86058 |
ໂຄວິດ-19 ກະທົບເສດຖະກິດໂລກ! ເປີດຊ່ອງທາງໃຫ້ການຄ້າມະນຸດຂະຫຍາຍຕົວຂຶ້ນ | ຜູ້ຊ່ຽວຊານມີຄວາມເຫັນວ່າ ບັນຫາເສດຖະກິດທີ່ສືບເນື່ອງມາຈາກການລະບາດຂອງໂຣກໂຄວິດ-19 ເຮັດໃຫ້ຫຼາຍປະເທດໃຊ້ມາດຕະການປິດເມືອງ ປິດກິດຈະການຮ້ານຄ້າ ທີ່ຖືກຈັດເປັນກຸ່ມສ່ຽງໃນແຜ່ການລະບາດ ແລະ ສິ່ງທີ່ຕາມມາຄືມີຄົນຕົກງານຈຳນວນມະຫາສານ ເຊິ່ງບັນດາຜູ້ຊ່ຽວຊານເຕືອນວ່າ ການຕົກງານຂອງຄົນຈຳນວນຫຼາຍ ມັນຈະເປີດຊ່ອງທາງໃຫ້ຄົນທີ່ໝົດຫວັງເລື່ອງໜ້າທີ່ວຽກງານຕົກເປັນເຫຍື່ອຂອງຂະບວນການຄ້າມະນຸດໄດ້ງ່າຍ ແລະ ໃນທີ່ສຸດກໍ່ເຂົ້າສູ່ຂະບວນການບັງຄັບໃຊ້ແຮງງານແບບກົດຂີ່.
ສຳລັບພາກພື້ນອາຊີຕະເວັນອອກສຽງໃຕ້ ມີບັນຫາເລື່ອງການຄ້າມະນຸດມາໂດຍຕະຫຼອດ ໃນທຸກໆປິລັດຖະບານອາເມລິກາຈະເຜີຍແຜ່ລາຍງານການຄ້າມະນຸດ ພ້ອມທັງປະເມີນຄວາມພະຍາຍາມຂອງແຕ່ລະປະເທດໃນການຕໍ່ສູ້ກັບບັນຫານີ້ ເຊິ່ງປະເທດໃນອາຊຽນສ່ວນໃຫຍ່ຢູ່ໃນບັນຊີລາຍຊື່ປະເທດທີ່ຢູ່ໃນລະດັບ 2 ຫຼື 3 (Tier 2 or Tier 3) ເຊິ່ງເປັນກຸ່ມທີ່ໜ້າເປັນຫ່ວງຫຼາຍທີ່ສຸດ.
ສຳນັກງານວ່າດ້ວຍຢາເສບຕິດ ແລະ ອາຊະຍາກຳແຫ່ງສະຫະປະຊາຊາດ (UNODC) ລະບຸວ່າ ການຄ້າມະນຸດເກີດຂຶ້ນໃນເຄືອຂ່າຍທີ່ມີຄວາມສະຫຼັບຊັບຊ້ອນທັງໃນແງ່ທາງສັງຄົມ, ເສດຖະກິດ ແລະ ທາງວັດທະນະທຳທີ່ເປັນຄືກັບດັກທີ່ເຮັດໃຫ້ຄົນທີ່ບໍ່ມີທາງເລືອກຕົກເປັນເຫຍື່ອຂອງຂະບວນການນີ້ ແລະ ການເປັນແຮງງານທາດຍຸກໃໝ່ກໍ່ຄວບຄຸມເຖິງການຄ້າມະນຸດທາງເພດ, ການປະເວນີເດັກ, ການບັງຄັບໃຊ້ແຮງງານ, ການຜູກແຮງງານກັບວົງຈອນໜີ້, ການຖືກໃຊ້ງານຄືກັບທາດໃນເຮືອນຕົນເອງ, ການບັງຄັບໃຊ້ແຮງງານຢ່າງຜິດກົດໝາຍ ແລະ ການໃຊ້ເດັກນ້ອຍໄປເປັນທະຫານ.
ຮຽບຮຽງຂ່າວ: ພຸດສະດີ
ແຫຼ່ງຂໍ້ມູນ: bangkokbiznews | ຂ່າວຕ່າງປະເທດ | 2020-05-08T14:16:16+00:00 | https://laopost.com/?p=119031 |
ລະຫວ່າງວັນທີ 14-17 ມີນາ 2019! ກຽມຮັບມືກັບຝົນຕົກ, ລົມພັດແຮງ | ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 14-17 ມີນາ 2019 ບໍລິເວນຄວາມກົດດັນອາກາດສູງຂອງອາກາດເຢັນຈາກປະເທດຈີນຈະແຜ່ລົງມາປົກຫຸ້ມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງປານກາງ, ສົມທົບກັບກະແສລົມຕາເວັນອອກ-ຕາເວັນອອກສຽງໃຕ້ພັດປົກຄຸມ, ເຊິ່ງຈະເຮັດໃຫ້ອາກາດໂດຍທົ່ວໄປເຢັນ ແລະ ອາກາດຈະໜາວເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ແຂວງພາກເໜືອ, ແຂວງ ໄຊສົມບູນ ແລະ ເຂດພູພຽງບໍລະເວນ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ ແລະ ໃນຕອນບ່າຍອາກາດຍັງສືບຕໍ່ຮ້ອນຢູ່ ແຂວງພາກກາງ ແລະ ພາກໃຕ້.
ພາກເໜືອດ້ານຕາເວັນອອກ: ໃນໄລຍະວັນທີ 14-17 ມີນາ 2019 ອາກາດຈະໜາວເຢັນລົງ 1 ຫາ 3 ອົງສາ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງ ຊຽງຂວາງ.
ພາກເໜືອດ້ານຕາເວັນຕົກ: ໃນໄລຍະວັນທີ 14-17 ມີນາ 2019 ອາກາດຈະໜາວເຢັນລົງ 1 ຫາ 2 ອົງສາ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງ ຫຼວງພະບາງ ແລະ ໄຊຍະບູລີ.
ພາກກາງ: ໃນໄລຍະວັນທີ 14-17 ມີນາ 2019 ອາກາດຈະເຢັນລົງໃນຕອນກາງຄືນ ຫາ ຕອນເຊົ້າພ້ອມຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງ ຄຳມ່ວນ ແລະ ສະຫວັນນະເຂດ ພ້ອມຈະມີລົມພັດແຮງເປັນບາງໂອກາດ.
ສະເພາະແຂວງ ໄຊສົມບູນ, ເຂດຫຼັກ 20, ເມືອງ ວຽງທອງ ແລະ ເມືອງ ນາກາຍ: ໃນໄລຍະວັນທີ 14-17 ມີນາ 2019 ອາກາດຈະເຢັນລົງໃນຕອນເຊົ້າ ພ້ອມມີລົມພັດແຮງເປັນບາງໂອກາດ.
ພາກໃຕ້: ໃນໄລຍະວັນທີ 14-17 ມີນາ 2019 ອາກາດຈະເຢັນລົງໃນຕອນກາງຄືນ ຫາ ຕອນເຊົ້າພ້ອມຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງ ສາລະວັນ ແລະ ຈຳປາສັກ.
ສະເພາະເຂດພູພຽງບໍລະເວນ: ໃນໄລຍະວັນທີ 14-17 ມີນາ 2019 ອາກາດຈະໜາວເຢັນລົງ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ.
ນະຄອນຫຼວງວຽງຈັນ: ໃນໄລຍະວັນທີ 14-17 ມີນາ 2019 ອາກາດຈະເຢັນລົງໃນຕອນກາງຄືນ ຫາ ຕອນເຊົ້າພ້ອມຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍມີລົມພັດແຮງຢູ່ບາງບໍລິເວນ.
ຄຳເຕືອນ: ໃນໄລຍະວັນທີ 14-17 ມີນາ 2019 ບໍລິເວນຄວາມກົດດັນອາກາດສູງຂອງອາກາດເຢັນຈາກປະເທດຈີນຈະແຜ່ລົງມາປົກຫຸ້ມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນອອກ-ຕາເວັນອອກສຽງໃຕ້ຈະມີກຳລັງແຮງເພີ່ມຂຶ້ນພັດປົກຄຸມດ້ວຍກຳລັງປານກາງ, ເຊິ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງ, ຟ້າເຫຼື້ອມ,ໝາກເຫັບຕົກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.
ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: ກົມອຸຕຸນິຍົມ ແລະ ອຸທົກກະສາດ | ຂ່າວພາຍໃນ | 2019-03-14T11:33:00+00:00 | https://laopost.com/?p=111906 |
ມຸກດາວັນ ມີຄິວການສະແດງຍາວ | ມຸກດາວັນ ສັນຕິພອນ ເຈົ້າຂອງຜົນງານເພງ ສຽງແຄນແທນໃຈ ແລະເອີ້ນອ້າຍໃສ່ໝໍ້ໜຶ້ງ ຈາກຄ້າຍເພງກ້ວຍສຸກຂຽວ ສະຫວັນນະເຂດ ພວມເປັນທີ່ນິຍົມຊົມຊອບ ຂອງປະຊາຊົນຄົນລາວ ທັງພາຍໃນແລະຕ່າງປະເທດ ຈົນເຮັດໃຫ້ຄິວງານຕິດຕໍ່ກັນຍາວຢຽດ ເກືອບບໍ່ໄດ້ນອນພັກຢູ່ເຮືອນເລີຍ ເພາະແຕ່ລະມື້ເອົາແຕ່ຂີ່ລົດ ຂຶ້ນເໜືອລົງໃຕ້.
ຖ້າຜູ້ອ່ານໄດ້ຕິດຕາມແຟນເພຈ ມຸກດາວັນ ສັນຕິພອນ (www.facebook.com/moukdavanyh) ຈະໄດ້ຮູ້ວ່າ ມຸກດາວັນ ຈະປາກົດໂຕໃນແຕ່ລະມື້ ໃນສະຖານທີ່ທີ່ຫ່າງໄກ ແລະແຕກຕ່າງກັນ ບາງມື້ເຫັນຢູ່ວຽງ, ບາງມື້ຢູ່ຫຼວງພະບາງ, ບາງມື້ຢູ່ປາກເຊ, ບາງມື້ຢູ່ບຶງການ… ນັ້ນແມ່ນການເດິນທາງໄປສະແດງ ຕາມຄຳເຊີນຂອງເຈົ້າພາບງານ ເຊິ່ງມຸກດາວັນຈະຮັບທຸກລະດັບງານ ຕັ້ງແຕ່ສູ່ຂວັນຂຶ້ນເຮືອນໃໝ່ ຈົນເຖິງລະດັບຊາດ ດ້ວຍຄ່າໂຕທີ່ເຈົ້າພາບທຸກລະດັບ ສາມາດຈ່າຍໄດ້ ຫຼືຖ້າເປັນງານເພື່ອສັງຄົມກໍຈະບໍ່ເອົາຄ່າໂຕເລີຍ.
ຄົງຈະເປັນຍ້ອນ ມຸກດາວັນ ເປັນຄົນ ບໍ່ໄດ້ຖືເນື້ອຖືໂຕ ສຸພາບອ່ອນໂຍນ ຮູ້ຈັກນົບຈັກໄຫວ້ ຮູ້ຈັກຂອບໃຈຜູ້ຊ່ວຍເຫຼືອອຸ້ມຊູ ປະກອບກັບຮູບແບບການສະແດງອອກ ເປັນເອກະລັກ ເໝາະສົມກັບການເປັນນັກຮ້ອງບ້ານນາ ຜູ້ໃຫຍ່ຈຶ່ງອິດູຕົນ ສັງຄົມຈຶ່ງໃຫ້ການຕ້ອນຮັບ ຈຶ່ງມີໂອກາດໄດ້ຮັບໃຊ້ສັງຄົມ ຫຼາຍຂະໜາດນີ້. | ຂ່າວບັນເທິງ | 2015-01-09T11:17:07+00:00 | https://laopost.com/?p=17496 |
ເຟສບຸ໊ກຮ່ວມແບນຮົວເຫວີຍ ງົດຕິດຕັ້ງແອັບໃນມືຖືລຸ້ນໃໝ່ | ບໍລິສັດເຟສບຸ໊ກຊຶ່ງເປັນບໍລິສັດໃຫຍ່ລາຍຫຼ້າສຸດຂອງອາເມຣິກາທີ່ຍຸຕິການຮ່ວມມືກັບຮົວເຫວີຍ ໂດຍຈະບໍ່ອະນຸຍາດໃຫ້ສິນຄ້າລຸ້ນໃໝ່ຂອງບໍລິສັດຮົວເຫວີຍຈາກ ສປ ຈີນ ຕິດຕັ້ງແອັບພລີເຄເຊິນທັງໝົດໃນເຄືອຂອງເຟສບຸ໊ກລ່ວງໜ້າ.
ຈາກແຫຼ່ງຂ່າວໃນເຟສບຸ໊ກທີ່ໄດ້ເປີດເຜີຍວ່າ ບໍລະສັດໄດ້ສັ່ງລະງັບຄວາມຮ່ມມືກັບບໍລິສັດຮົວເຫວີຍຕາມຄຳສັ່ງປະກາດເມື່ອກາງເດືອນພຶດສະພາຜ່ານມາ ໂດຍຈະບໍ່ອະນຸຍາດໃຫ້ອຸປະກອນລຸ້ນໃໝ່ຂອງຮົວເຫວີຍຕິດຕັ້ງແອັບພລີເຄເຊິນເຟສບຸ໊ກລ່ວງໜ້າ ລວມເຖິງແອັບພລີເຄເຊິນໃນເຄືອຂອງເຟສບຸ໊ກຄື Insatagram ແລະ WhatsApp ທັງນີ້ ສະມາດໂຟນລຸ້ນປັດຈຸບັນຂອງຮົວເຫວີຍທີ່ວາງຈຳໜ່າຍຢູ່ໃນປັດຈຸບັນນີ້ກໍຍັງສາມາດໃຊ້ງານ ແລະ ອັບເດດແອັບພລີເຄເຊິນທັງໝົດໃນເຄືອຂອງເຟສບຸ໊ກໄດ້ຕໍ່ໄປ.
ຂະນະທີ່ຮົວເຫວີຍຍັງບໍ່ມີການຕອບໂຕ້ຕໍ່ເຄື່ອນໄຫວດ່ັງກ່າວຂອງເຟສບຸ໊ກ ແຕ່ກໍລະນີດັ່ງກ່າວນີ້ຈະສົ່ງຜົນສິນຄ້າຂອງຮົວເຫວີຍໃນອະນາຄົດບໍ່ສາວມາດໃຊ້ງານ ເພລສະໂຕຣ ຊຶ່ງປຽບດັ່ງຕະຫຼາດແອັບພລີເຄເຊິນຂະໜາດໃຫຍ່ທີ່ຮອງຮັບໂດຍລະບົບປະຕິບັດການແອນດຣອຍ ແຕ່ກໍມີກະແສຂ່າວອອກມາກ່ຽວກັບຮົວເຫວີຍທີ່ຈະນຳໃຊ້ລະບົບປະຕິບັດການຂອງຕົນເອງທີ່ມີຊື່ວ່າ “ຫົງເມິ່ງ” ພາຍໃນທ້າຍປີນີ້.
ຮຽບຮຽງ: ສະຫະລັດ ວອນທິວົງໄຊ
ຮູບພາບ: AFP | ຂ່າວຕ່າງປະເທດ | 2019-06-08T19:15:13+00:00 | https://laopost.com/?p=114798 |
ນະຄອນຫຼວງເລັ່ງແກ້ໄຂຍານພາຫະນະນຳເຂົ້າບໍ່ຖືກຕ້ອງ | ນະຄອນຫຼວງວຽງຈັນກຳລັງເລັ່ງແກ້ໄຂຍານພາຫະນະນຳເຂົ້າທີ່ບໍ່ຖືກຕ້ອງ ເຊິ່ງມີໄວ້ຄອບຄອງ, ນຳໃຊ້ຂອງບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງ ໂດຍກຳນົດໃຫ້ບຸກຄົນ, ນິຕິບຸກຄົນ ລວມທັງອົງການຈັດຕັ້ງພາຍໃນນະຄອນຫຼວງວຽງຈັນທີ່ຄອບຄອງຍານພາຫະນະນຳເຂົ້າບໍ່ຖືກຕ້ອງດັ່ງກ່າວ ນຳເອົາເອກະສານ ແລະຍານພາຫະນະຕົວຈິງມາແຈ້ງຂຶ້ນບັນຊີບໍ່ໃຫ້ກາຍວັນທີ 5 ພະຈິກ ທີ່ຈະມາເຖິງນີ້.
ອີງຕາມແຈ້ງການຂອງ ກົມພາສີ, ກະຊວງການເງິນ ໃນວັນທີ 11 ຕຸລາ 2021, ພະແນກສືບສວນ-ສອບສວນ ແລະປາບປາມລັກລອບໜີພາສີ ໄດ້ແຈ້ງມາຍັງບຸກຄົນ, ນິຕິບຸກຄົນ ແລະການຈັດຕັ້ງພາຍໃນນະຄອນຫຼວງວຽງຈັນ ຜູ້ທີ່ຄອບຄອງ, ນຳໃຊ້ຍານພາຫະນະນຳເຂົ້າບໍ່ຖືກຕ້ອງ ແມ່ນໃຫ້ນຳເອົາເອກະສານ ແລະຍານພາຫະນະຕົວຈິງມາແຈ້ງຂຶ້ນບັນຊີກັບພະແນກສືບສວນ-ສອບສວນ ແລະປາບປາມລັກລອບໜີພາສີ ເພື່ອເກັບກຳຂໍ້ມູນ ແລະສະພາບເຕັກນິກ ເພື່ອແກ້ໄຂ, ເສຍພາສີອາກອນໃຫ້ຖືກຕ້ອງຕາມກົດໝາຍ.
ກຳນົດເວລາຮັບແຈ້ງຂຶ້ນບັນຊີຍານພາຫະນະແມ່ນເລີ່ມແຕ່ວັນທີ 12 ຕຸລາ 2021 ຫາວັນທີ 5 ພະຈິກ 2021. ຖ້າມີການແຈ້ງເກີນເວລາທີ່ກຳນົດໄວ້ ຫຼື ກໍລະນີເຈົ້າໜ້າທີ່ກວດກາພົບເຫັນ ຫຼື ຢຶດຍານພາຫະນະດັ່ງກ່າວໄດ້ ແມ່ນຈະຖືກປະຕິບັດມາດຕະການບັງຄັບໃຊ້ກົດໝາຍຢ່າງເຂັ້ມງວດ. | ຂ່າວພາຍໃນ | 2021-10-13T13:34:29+00:00 | https://laopost.com/?p=128488 |
ກິນຂີ້ໝິ້ນໃຫ້ຖືກເວລາ ພາໃຫ້ສຸຂະພາບແຂງແຮງ | ຫລາຍໆຄົນຮູ້ກັນດີແລ້ວວ່າ ຂີ້ໝິ້ນເປັນຢາສະໝຸນໄພພື້ນເມືອງທີ່ມີຄຸນປະໂຫຍດຢ່າງຫລວງ ຫລາຍ ດັ່ງນັ້ນ ເມື່ອເຮົາຈະກິນຂີ້ໝິ້ນເທື່ອໃດ ກໍຄວນໃຫ້ຖືກກັບເວລາ ເປັນຕົ້ນວ່າ :
ເວລາ 3:00-5:00 ຊ່ວຍບຳລຸງປອດ ປ້ອງກັນການເປັນມະເຮັງປອດ ຊ່ວຍເຮັດໃຫ້ປອດແຂງ ແຮງ ຊ່ວຍໃຫ້ພູມແພ້ໃນການຫາຍໃຈຍາກໝົດໄປ ແລະຊ່ວຍສ້າງລະບົບພູມຄຸ້ມກັນທີ່ຜິວໜັງ.
ເວລາ 5:00-7:00 ຊ່ວຍແກ້ບັນຫາລຳໄສ້ໃຫຍ່ ຊ່ວຍຟື້ນຟູປາຍປະສາດຂອງລຳໄສ້ໃຫຍ່ ບໍ່ເຮັດໃຫ້ເປັນລິດສະດວງທະວານ ແລະບໍ່ເປັນມະເຮັງລຳໄສ້ອີກດ້ວຍ.
ເວລາ 7:00-9:00 ຊ່ວຍແກ້ບັນຫາເລື່ອງກະເພາະອາຫານ ທີ່ເກີດຈາກການກິນເຂົ້າບໍ່ເປັນເວລາ ເປັນຕົ້ນວ່າ ທ້ອງອືດ ແໜ້ນທ້ອງ ປວດຫົວເຂົ່າ ຂາເຄັ່ງ ຊ່ວຍບຳລຸງສະໝອງ ປ້ອງກັນຄວາມຈຳເສື່ອມ.
ເວລາ 9:00-11:00 ຊ່ວຍແກ້ບັນຫາເລື່ອງນ້ຳເຫລືອງ ເປັນແຜໃນປາກ ອ້ວນເກີນໄປ ຈ່ອຍເກີນໄປທີ່ກ່ຽວຂ້ອງກັບມ້າມ ຫລຸດອາການເບົາຫວານ.
ເວລາ 11:00-13:00 ຊ່ວຍບຳລຸງຫົວໃຈໃຫ້ແຂງແຮງ
ເວລາ 13:00-15:00 ຊ່ວຍແກ້ບັນຫາເລື່ອງອາການປວດທ້ອງເລື້ອຍໆ ເພາະມີໄຂມັນມາເກາະລຳໄສ້ນ້ອຍ ໄຂມັນທີ່ເກາະລຳໄສ້ກັກຂີ້ເຫຍື້ອເອົາໄວ້ ແລ້ວສະສົມຕົວກັນ ເຮັດໃຫ້ເກີດແກັດ ແລະມີອາການປວດທ້ອງ.
ເວລາ 15:00-17:00 ຊ່ວຍພົກຍ່ຽວໃຫ້ແຂງແຮງ ແກ້ບັນຫາເລື່ອງຕົກຂາວຂອງຜູ້ຍິງ ແລະຄວນກິນນ້ຳກະຊາຍໃສ່ພ້ອມ ຊ່ວງເວລານີ້ຖ້າເຮັດໃຫ້ເຫື່ອໄຄອອກຕາມຕົນໂຕຈະດີຫລາຍ ເພາະຮ່າງກາຍຕ້ອງການຂັບສານພິດອອກ.
ເມື່ອກາຍເວລາເຫລົ່ານີ້ໄປ ຈົນໄປເຖິງການກິນກ່ອນນອນ ຂີ້ໝິ້ນຈະຊ່ວຍເລື່ອງຄວາມຈື່ຈຳໃຫ້ດີກວ່າເກົ່າ ຊ່ວຍຂັບໄຂມັນໃນຕັບໃນເວລາ 01:00-03:00 ເມື່ອຕື່ນມາຕອນເຊົ້າຈະບໍ່ເມື່ອຍ ແລະການຂັບຖ່າຍກໍດີຂຶ້ນ. | ສຸຂະພາບ ແລະ ສີ່ງແວດລ້ອມ | 2016-07-09T14:59:18+00:00 | https://laopost.com/?p=64693 |
ສະຫວັນນະເຂດມອບກະດູກໄດໂນເສົາ ອາຍຸ 115 ລ້ານປີ ໃຫ້ກະຊວງວິທະຍາສາດຯ | ວັນທີ 29 ກັນຍາ ນີ້ທ່ານ ດຣ ແສງທອງ ວັງແກ້ວມະນີ ຫົວໜ້າພະແນກວິທະຍາສາດ ແລະເຕັກໂນໂລຊີແຂວງສະຫວັນນະເຂດ ໄດ້ຕ່າງໜ້າໃຫ້ພະນັກງານ, ວິຊາການໃນພະແນກຂຶ້ນມອບໂຄງກະດູກໄດໂນເສົາ (ກອບປີ)ສາຍພັນ ສະປາຍໂນຊໍ ໃຫ້ກັບທ່ານ ສັນຍາ ປະເສີດ ຫົວໜ້າຫ້ອງການກະຊວງວິທະຍາສາດ ແລະເຕັກໂນໂລຊີ ໂດຍຊ້ອງໜ້າພະນັກງານທັງສອງຝ່າຍທີ່ເຂົ້າຮ່ວມ ເພື່ອນຳໄປວາງສະແດງ ແລະນຳໃຊ້ເຂົ້າໃນວຽກງານທີ່ຈຳເປັນຕໍ່ໄປ.
ອີງຕາມໜັງສືມອບ-ຮັບໂຄງກະດູກໄດໂນເສົາ (ກອບປີ) ທີ່ນຳມາມອບໃນຄັ້ງນີ້ປະກອບມີ: ກະດູກຫາງ 6 ອັນ, ກະດູກຄ້ຳຫາງ 2 ອັນ, ຄີນ້ອຍ 8 ອັນ, ກະດູກຄ້ຳຄີນ້ອຍ 6 ອັນ, ຄີໃຫຍ່ 7 ອັນ, ກະໂພກ 2 ອັນ, ຄ້ຳກະໂພກ 2 ອັນ, ຂາ 2 ອັນ, ແຄ່ງ 1 ອັນ, ຄໍ 4 ອັນ ແລະກະດູກຂ້າງ 9 ອັນ; ໄດໂນເສົາສາຍພັນ ສະປາຍໂນຊໍ ນີ້ແມ່ນໄດ້ຖືກຄົ້ນພົບທີ່ບ້ານກະລືມ ເມືອງຊົນນະບູລີ ເປັນສັດກິນປາຄາດວ່າມີອາຍຸໄດ້ 115 ລ້ານປີ.
ສະເພາະຢູ່ທີ່ຫໍພິພິທະພັນມີໂຄງກະດູກໄດໂນເສົາທັງໝົດ 6 ສາຍພັນທີ່ໄດ້ຖືກຄົ້ນພົບໃນ 6 ເມືອງຄື: ອາດສະພອນ, ຊົນນະບູລີ, ເຊໂປນ, ໄກສອນພົມວິຫານ, ໄຊບູລີ ແລະໄຊພູທອງ.
ຂ່າວ-ພາບ: ພຸດທະສິນ | ຂ່າວພາຍໃນ | 2015-10-05T13:18:36+00:00 | https://laopost.com/?p=37084 |
ລຸ້ນສົມບັດມະຫາສານໃນເຮືອຣັດເຊຍທີ່ຈົມໃນທະເລເກົາຫຼີໃຕ້ດົນກວ່າ 113 ປີ | ເມື່ອວັນທີ 18 ກໍລະກົດ 2018 ສຳນັກຂ່າວ ອາຣທີ ຂອງຣັດເຊຍລາຍງານວ່າ ເກີດກະແສຮືຮາເຖິງການລຸ້ນສົມບັດໃຕ້ທ້ອງທະເລ ຈາກການທີ່ບໍລິສັດຊີນິລ ກຣຸບ ຂອງເກົາຫຼີໃຕ້ ເຜີຍແຜ່ຮູບການຄົ້ນພົບເຮືອ ດາມິທຣີ ດອນສກອຍ – Dmitrii Donskoi ຂອງຣັດເຊຍຈົມຢູ່ທະເລນ້ຳເລິກໃນນ້ຳຂອງເກົາຫຼີໃຕ້ມາດົນກວ່າ 113 ປີ ແລະ ຄາດວ່າເຮືອຈະບັນທຸກຄຳມານຳເຖິງ 200 ຕັນ ໃນຫີບ 5,500 ຫີບ ມີມູນຄ່າເຖິງ 133,000 ລ້ານໂດລາ
ເຮືອ Dmitrii Donskoi ເປັນເຮືອຂອງກອງຈັກກະພັດຣັດເຊຍ ສົ່ງໃນໃຊ້ໃນຊ່ວງສົງຄາມຣັດເຊຍ-ຍີປຸ່ນ ເມື່ອປີ 1904-1905 ພ້ອມກັບເຮືອອື່ນໆອີກ ໃນເສິກສືຊິມະ ທີ່ລົງເອີຍດ້ວຍຄວາມປຣາໄຊຂອງຝ່າຍຣັດເຊຍ ຖືກກອງທັບຍີ່ປຸ່ນໄລ່ລ່າ ຈົນລູກເຮືອຕັດສິນໃຈເຈາະທ້ອງເຮືອເພື່ອຈົມເຮືອແທນທີ່ຈະຍອມຈຳນົນ ທີ່ບໍລິເວນເກາະອຸລລຶງໂດ ຂອງເກົາຫຼີໃຕ້ ຈາກປະຫວັດສາດເຮືອລຳດັ່ງກ່າວ ເປັນເຮືອຂົນສົມບັດລ້ຳຄ່າເພື່ອຈະເປັນຄ່າໃຊ້ຈ່າຍໃນສົງຄາມ ແລະ ເປັນໄປໄດ້ວ່າມີບັນດາຄຳຈາກເຮືອລຳທີ່ເສຍຫາຍລຳອື່ນຖ່າຍໂອນມາໄວ້ໃນເຮືອລຳນີ້ ດັ່ງນັ້ນ ຈິ່ງໄດ້ມີຄຳລືຊາກັນວ່າໃຜທີ່ໄດ້ສາກເຮືອ ດອນສກອຍນີ້ຕ້ອງເປັນເສດຖີທັນທີ
ທາງບໍລິສັດຊີນິລຍັງກ່າວໄວ້ລ່ວງໜ້າວ່າ ຖ້າພົບສົມບັດໃນເຮືອນີ້ແທ້ຈະແບ່ງໃຫ້ 10% ໄປໃຊ້ໃນການລົງທຶນພັດທະນາເກາະອຸລລຶງໂດ ເພື່ອເປັນແຫຼ່ງທ່ອງທ່ຽວຂອເກົາຫຼີໃຕ້ ຮວມທັງສ້າງພິພິດຕະພັນສຳລັບຊົມເຮືອລຳດັ່ງກ່າວ ນອກຈາກນີ້ຍັງເອື້ອຍເຖິງຣັດເຊຍເຈົ້າຂອງເຮືອ ແຕ່ເມື່ອບໍ່ໄດ້ສົ່ງທີມມາຊ່ວຍເຫຼືອຕັ້ງແຕ່ມຳອິດ ຈິ່ງຈະໃຊ້ເງິນໄປໃນໂຄງການພັດທະນາກັບຣັດເຊຍແທນ ຢ່າງ ສ້າງທາງລົດໄຟເຊື່ອມຕໍ່ກັບຣັດເຊຍກັບເກົາຫຼີໃຕ້ ຕັດຜ່ານເກົາຫຼີເໜືອ | ຂ່າວຕ່າງປະເທດ | 2018-07-19T17:40:27+00:00 | https://laopost.com/?p=102104 |
ຊາວໜຸ່ມເຊື້ອສາຍອິຣານ ກວາດຍີງປະຊາຊົນ ຢູ່ສູນການຄ້າແຫ່ງໜຶ່ງໃນເຢຍລະມັນ | ເກີດເຫດຄົນຮ້າຍກວາດຍີງບໍລິເວນແຫຼ່ງຊອບປິງໃນເມືອງມິວນິກ ປະເທດເຢຍລະມັນ ເບື້ອງຕົ້ນພົບວ່າມີຜູ້ບາດເຈັບ ແລະເສຍຊີວິດ
ເມື່ອວັນທີ 22 ກໍລະກົດ 2016 ສຳນັກຂ່າວ CNN ລາຍງານວ່າ ໄດ້ເກີດເຫດຄົນຮ້າຍກວາດຍີງບໍລິເວນທາງໜ້າສູນການຄ້າໂອລິມເປຍ (Olympia shopping mall) ໃນເມືອງມິວນິກ ເບື້ອງຕົ້ນມີຜູ້ເສຍຊີວິດຢ່າງໜ້ອຍ 1 ຄົນ ແລະບາດເຈັບອີກຫຼາຍສິບຄົນ.
ໂດຍໜຶ່ງໃນໂຄສົກຕຳຫຼວດຂອງເຢຍລະມັນກ່າວວ່າ ເຫດການກວາດຍີງດັ່ງກ່າວ ເກີດຈາກຄວາມຫຶກເຫີມຂອງມືປືນ ແຕ່ຍັງບໍ່ສາມາດສະຫຼຸບໂຕເລກຂອງຜູ້ເສຍຊີວິດແລະຜູ້ບາດເຈັບໄດ້ ສ່ວນຄົນຮ້າຍຍັງຄົງຫຼົບໜີ. ແນວໃດກໍຕາມ ເຈົ້າໜ້າທີ່ຕຳຫຼວດເມືອງມິວນິກໄດ້ເຕືອນປະຊາຊົນ ບໍ່ໃຫ້ຢູ່ໃນແຫຼ່ງຊຸມນຸມ ເນື່ອງຈາກສະຖານະການຍັງບໍ່ສະຫງົບ. | ຂ່າວຕ່າງປະເທດ | 2016-07-23T16:24:02+00:00 | https://laopost.com/?p=65876 |
ສຶກສາອົບຮົມຄັ້ງທີ 2 ຜູ້ໂຄສະນາແລກປ່ຽນເງິນຕາ | ສຶກສາອົບຮົມຄັ້ງທີ 2 ຜູ້ໂຄສະນາແລກປ່ຽນເງິນຕາ.
ໃນວັນທີ 27 ມິຖຸນາ 2022 ເຈົ້າໜ້າທີ່ກົມຕຳຫຼວດເສດຖະກິດ ກົມໃຫຍ່ຕຳຫຼວດກະຊວງ ປກສ ໄດ້ຮຽກຕົວທ້າວ ເດຊາ ອາຍຸ 29 ປີ, ນັກທຸລະກິດບ້ານ ສີສັງວອນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ມາສືບສວນ-ສອບສວນ ຄັ້ງທີ 2 ຍ້ອນຜູ້ກ່ຽວເຄື່ອນໄຫວຊ້ຳໂຄສະນາແລກເງິນຕາບໍ່ຖືກຕ້ອງຜ່ານສື່ສັງຄົມອອນລາຍ.
ເຈົ້າໜ້າທີ່ໃຫ້ຂໍ້ມູນວ່າ: ໃນຄັ້ງທຳອິດເຈົ້າໜ້າທີ່ກົມຕຳຫຼວດເສດຖະກິດ ໄດ້ຮຽກ ທ້າວ ເດຊາ ມາເຮັດບົດບັນທຶກ ສຶກສາອົບຮົມກ່າວເຕືອນບໍ່ໃຫ້ຜູ້ກ່ຽວເຄື່ອນໄຫວແລກເງິນຕາບໍ່ຖືກຕ້ອງຕາມລະບຽບກົດໝາຍອີກ, ຕໍ່ມາທີ 13 ມິຖຸນາ 2022 ເຈົ້າໜ້າທີ່ໄດ້ກວດພົບເຫັນຜູ້ກ່ຽວໄດ້ມີການສືບຕໍ່ມີການເຄື່ອນໄຫວໂຄສະນາແລກປ່ຽນເງິນຕາຕ່າງປະເທດຜ່ານສື່ສັງຄົມອອນລາຍເປັນຄັ້ງທີ 2 ເຫັນວ່າການກະທຳຂອງຜູ້ກ່ຽວແມ່ນການກະທຳຜິດຊ້ຳ, ບໍ່ເຂັດຫຼາບ. ສະນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ອອກຄຳສັ່ງເປີດການສືບສວນ – ສອບສວນຕໍ່ຜູ້ກ່ຽວໃນຂໍ້ກ່າວຫາ ການລະເມີດລະບຽບການຄຸ້ມຄອງເງິນຕາຕ່າງປະເທດມາດຕາ 285 ແລະ ການດຳເນີນທຸລະກິດບໍ່ຖືກຕ້ອງຕາມກົດໝາຍຕາມມາດຕາ 297 ຂອງປະມວນກົດອາຍາການ ປີ 2017.
ໃນການນຳຮຽກຕົວ ຜູ້ກ່ຽວຍອມຮັບຜິດວ່າບໍ່ມີໃບຖະບຽນວິສະຫະກິດ ແລະ ໃບອານຸຍາດກຳເນີນທຸລະກິດແລກປ່ຽນເງິນຕາ ແລະ ບໍ່ມີມອບພັນທະອາກອນໃຫ້ແກ່ລັດ. ເຈົ້າໜ້າທີ່ສຶກສາອົບຮົມ ພ້ອມກ່າວເຕືອນ ໄດ້ເຮັດບົດບັນທຶກແລະປ່ອຍຕົວ.
ລວມຍອດການເຮັດທຸລະກຳເຄື່ອນໄຫວບັນຊີຂອງທ້າວ ເດຊາ ນັບແຕ່ວັນທີ 1 ເມສາ 2022 ຫາ ວັນທີ 27 ພຶດສະພາ 2022, ຕາມການເຄື່ອນໄຫວບັນຊີ ສໍາຮອງມີລາຍລະອຽດດັ່ງລຸ່ມນີ້:
ເງິນໂດລາໂອນເຂົ້າຈໍານວນ: 334.661 ໂດລາ (ຈໍານວນ 102 ຄັ້ງ), ເງິນໂດລາ ໂອນອອກຈໍານວນ: 226.332 ໂດລາ (ຈໍານວນ 63 ຄັ້ງ)
ເງິນບາດ ໂອນເຂົ້າຈໍານວນ: 12.599.136 ບາດ (ຈໍານວນ 223 ຄັ້ງ) ເງິນບາດ ໂອນອອກຈໍານວນ: 11.885.610 ບາດ ( ຈໍານວນ 93ຄັ້ງ)
ເງິນກີບໂອນເຂົ້າຈຳນວນ:14.452.782.000ກີບ (ຈໍານວນ 1.117 ຄັ້ງ) ເງິນກີບໂອນອອກຈໍານວນ: 14.665.630.196 ກີບ (ຈໍານວນ 1.631 ຄັ້ງ).
ປັດຈຸບັນ, ເຈົ້າໜ້າທີ່ຕຳຫຼວດກຳລັງສືບສວນ-ສອບສວນ ຂະຫຍາຍຜົນຫາບຸກຄົນທີ່ມີສ່ວນຮ່ວມພົວພັນໃນການແລກປ່ຽນເງິນຕາຕ່າງປະເທດບໍ່ຖືກຕ້ອງ ເພື່ອດຳເນີນຄະດີຕາມລະບຽບກົດໝາຍ.
ແຫຼ່ງຂ່າວຈາກ ຄວາມສະຫງົບ | ຂ່າວພາຍໃນ | 2022-06-28T10:44:28+00:00 | https://laopost.com/?p=135125 |
ປະທານປະເທດ ຊີ້ນໍາກະຊວງປ້ອງກັນປະເທດໃຫ້ມີແບບແຜນ-ທັນສະໄໝ | ໃນໂອກາດເຂົ້າຮ່ວມກອງປະຊຸມສະຫລຸບຕີລາຄາການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດປະຈໍາປີ 2016 ທີ່ໄຂຂຶ້ນໃນວັນທີ 22-23 ທັນວານີ້ ທີ່ນະຄອນຫລວງວຽງຈັນ ຂອງສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນໍາ ໃຫ້ຄະນະນໍາກະຊວງປ້ອງກັນປະເທດ ແລະ ຄະນະບັນຊາທຸກຂັ້ນ ຈົ່ງເພີ່ມທະວີການຈັດຕັ້ງປະຕິບັດຍຸດທະສາດແນວທາງປ້ອງກັນຊາດຂອງພັກ ໃນການປັບປຸງກໍ່ສ້າງກອງທັບປະຊາຊົນລາວ ໃຫ້ກາຍເປັນກອງທັບປະຕິວັດທີ່ມີແບບແຜນ ແລະ ທັນສະໄໝ, ສ້າງໃຫ້ກອງທັບເປັນກໍາລັງຫລັກແຫລ່ງໃນການປະຕິບັດ 2 ໜ້າທີ່ຍຸດທະສາດຂອງພັກເຮັດສໍາເລັດທຸກໜ້າທີ່ວຽກງານທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້, ຮັບປະກັນເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງອັນໜັກແໜ້ນ, ສ້າງເງື່ອນໄຂເອື້ອອໍານວຍໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດຊາດໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ປະຊາຊົນບັນດາເຜົ່າຍູ້ທ້າງທໍາມາຫາກິນພັດທະນາຊີວິດການເປັນຢູ່ຂອງເຂົາເຈົ້າໃຫ້ດີຂຶ້ນຢ່າງຕໍ່ເນື່ອງ.
ໃນກອງປະຊຸມ, ສະຫາຍ ພົຈວ ຄໍາສີ ວົງຄໍາຊາວ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຜ່ານບົດສະຫລຸບການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດປະຈໍາປີ 2016 ແລະ ທິດທາງແຜນການປະຈໍາປີ 2017ວ່າ: ປີ 2016 ນີ້ ກະຊວງປ້ອງກັນປະເທດໄດ້ຕັ້ງໜ້າຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ແລະ ວຽກງານຈຸດສຸມຂອງຕົນ ສາມາດຍາດໄດ້ຜົນສໍາເລັດອັນພົ້ນເດັ່ນຫລາຍດ້ານໃນການເປັນກໍາລັງຫລັກແຫລ່ງປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງຊາດ, ຮັບປະກັນການພັດທະນາເສດຖະກິດ-ສັງຄົມຂອງຊາດສືບຕໍ່ຂະ ຫຍາຍຕົວດ້ວຍທ່ວງທ່າອັນໜັກແໜ້ນ, ການປັບປຸງກໍ່ສ້າງກອງທັບກໍມີຫລາຍດ້ານທີ່ພົ້ນເດັ່ນ ແລະ ກ້າວເຂົ້າສູ່ຄວາມເປັນລະບຽບແບບແຜນ ແລະ ທັນສະໄໝເທື່ອລະກ້າວ.
ຂ່າວ: ລາວພັດທະນາ | ຂ່າວພາຍໃນ | 2016-12-26T11:58:11+00:00 | https://laopost.com/?p=81451 |
ມະຫາກໍາບຸນຊ້າງ ໄຊຍະບູລີ 13-20 ກຸມພາ 2023 | ເພື່ອເປັນການສືບຕໍ່ເສີມຂະຫຍາຍວັດທະນະທໍາ ແລະ ຮີດຄອງປະເພນີທີ່ເປັນເອກະລັກໃນແບບວິຖີການດໍາລົງຊີວິດຂອງປະຊາຊົນບັນດາເຜົ່າ ທີ່ຕິດພັນກັບຊ້າງມາແຕ່ບູຮານນະການ ແລະ ເພື່ອໃຫ້ຄົນຮຸ່ນຕໍ່ໆໄປໄດ້ມີຄວາມຮັບຮູ້ກ່ຽວກັບຊ້າງຫຼາຍຂຶ້ນ, ເພາະຊ້າງເປັນປະເພດສັດໃຫຍ່, ເປັນສັດຄໍາຮູ້ທີ່ສາມາດຮັບຟັງຄໍາສັ່ງຂອງຜູ້ເປັນເຈົ້າຂອງໄດ້ເປັນຢ່າງດີ, ແລະ ເພື່ອໃຫ້ທຸກຄົນຄວນໄດ້ຮູ້ ແລະ ອານຸລັກຮັກສາ ແລະ ຫວງແຫນຊ້າງໃຫ້ຍືນຍົງຄົງຢູ່ຄູ່ກັບປະຊາຊົນຕະຫຼອດໄປ ໃຫ້ສົມກັບທີ່ວ່າປະເທດລາວເປັນ ດິນແດນລ້ານຊ້າງ.
ງານມະຫາກຳບຸນຊ້າງ ປະຈຳປີ 2023 ເຊິ່ງຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 13-20 ກຸມພາ 2023 ທີ່ເມືອງໄຊຍະບູລີ ແຂວງໄຊຍະບູລີ.
ຂໍເຊີນຊວນບັນດາທ່ານແຂກ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມ ພາຍໃນງານທ່ານຈະໄດ້ພົບກັບກິດຈະກຳທີ່ຫລາກຫລາຍຂອງຊ້າງ ເຊັ່ນວ່າ ຂີ່ຊ້າງ ຊົມຊ້າງນ້ອຍຄຳຮູ້, ຊ້າງເຕັ້ນລຳວົງ ແລະ ອື່ນໆ. | ຂ່າວທ້ອງຖິ່ນ | 2022-12-22T10:32:18+00:00 | https://laopost.com/?p=140114 |
ແຟນເພງອາໄລ “ກິດາວເພັດ ໜູຫ່ວງ” ນັກຮ້ອງຊື່ດັງແຫ່ງວົນການເພງບ້ານນາ ມໍລະນະກຳໃນໄວ 48 ປີ | ເມື່ອກ່າວເຖິງວົງການເພງບ້ານນາຂອງລາວ ຄົງຈະບໍ່ມີໃຜທີ່ບໍ່ຮູ້ຈັກ “ກິດາວເພັດ ໜູຫ່ວງ” ເຈົ້າຂອງຜົນງານເພງດັງນັບບໍ່ຖ້ວນ ແລະ ຍັງເປັນທີ່ເຄົາລົບຮັກແພງຂອງເພື່ອນຮ່ວມວົງການລວມເຖິງແຟນເພງທົ່ວປະເທດ ແຕ່ໃນຕອນເຊົ້າຂອງວັນທີ 24 ເມສາ 2020 “ກິດາວເພັດ ໜູຫ່ວງ” ໄດ້ຈາກໄປຢ່າງສະຫງົບ ປິດຕຳນານນັກຮ້ອງດັງ 2 ທົດສະວັດ ດ້ວຍໄວອາຍຸ 48 ປີ ເນື່ອງຈາກບັນຫາທາງສຸຂະພາບຂອງຜູ້ກ່ຽວ.
“ກິດາວເພັດ ໜູຫ່ວງ” ເລີ່ມກ້າວເຂົ້າສູ່ເສັ້ນທາງນັກຮ້ອງ ຈາກວົງດົນຕີ “ໜຸ່ມໂກສິນ” ໄລຍະຊຸມປີ 1990 ໃນຍຸກທີ່ເຄື່ອງສຽງໃຊ້ກະແຊັດ ແລະ ຄົນຟັງວິທະຍຸ ວົງດົນຕີໜຸ່ມໂກສິນ ໄດ້ເດີນສາຍຈັດຄອນເສີດຕາມເມືອງຕ່າງໆ ໂດຍສະເພາະງານວັດ ງານບຸນຕ່າງໆ ເຊິ່ງໄດ້ຮັບຄວາມນິຍົມໄປທົ່ວປະເທດ.
ຜົນງານທີ່ສ້າງຊື່ສຽງໃຫ້ກັບ ກິດາວເພັດ ໜູຫ່ວງ ມີຫຼາຍເພງເຊັ່ນ: ຄວາຍເສຍ, ສໍສີ, ເຫຼົ້າຂາວເຫຼົ້າລາວ ແລະ ຜົນງານອື່ນໆ ໃນຊຸມປີ 2010 ຜົນງານເພງ “ຂີ້ໂມ້” ທີ່ຮ້ອງຮ່ວມກັບ ພິ້ງ ລັດສະໝີ ໄດ້ຮັບຄວາມນິຍົມເປັນວົງກວ້າງ. ຕໍ່ມາກໍ່ມີຜົນງານເພງຟ້າອຸ້ມຝົນຄືຄົນອຸ້ມນ້ອງ ຜົນງານທີ່ປ່ອຍອອກມາເມື່ອບໍ່ເທົ່າໃດປີກ່ອນ ຖືວ່າເປັນອີກໜຶ່ງເພງທີ່ປະສົບຄວາມສຳເລັດສູງ ໄດ້ຮັບການຕອບຮັບເປັນຢ່າງດີຈາກແຟນເພງ ພາຍຫຼັງທີ່ປ່ອຍໃຫ້ຟັງທາງ YouTube ເມື່ອເດືອນຕຸລາ 2016 ມາຈົນຮອດປັດຈຸບັນມີຜູ້ເປີດຟັງແລ້ວຫຼາຍກວ່າ 26 ລ້ານເທື່ອ.
ການສູນເສຍບຸກຄົນທີ່ມີຄວາມສາມາດທາງສຽງເພງຂອງລາວໄປໃນຄັ້ງນີ້ ຖືວ່າເປັນການສູນເສຍທີ່ສ້າງຄວາມສະເທືອນໃຈໃຫ້ກັບວົງການເພງບ້ານເຮົາພໍສົມຄວນ.
ບົດໂດຍ: ພຸດສະດີ | ຂ່າວບັນເທິງ | 2020-04-27T11:22:38+00:00 | https://laopost.com/?p=118720 |
ສຳນັກພະຣາຊະວັງຍີ່ປຸ່ນ ຖະແຫລງຢືນຢັນ ເຈົ້າມະຫາຈັກກະພັດ ບໍ່ມີປະສົງສະຫລະຣາຊະບັນລັງ! | ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 14 ກໍລະກົດຜ່ານມານີ້ວ່າ ສຳນັກພະຣາຊະວັງຍີ່ປຸ່ນ ໄດ້ອອກມາຖະແຫລງປະຕິເສດ ຕໍ່ກັບກໍລະນີສື່ມວນຊົນຂອງຍີ່ປຸ່ນ ໄດ້ລາຍງານວ່າ ເຈົ້າມະຫາຈັກກະພັດອະກິຮິໂຕະ ກຳລັງມີແຜນກຽມສະຫລະຣາຊະບັນລັງ ໂດຍສຳນັກພະຣາຊະວັງຂອງຍີ່ປຸ່ນ ໄດ້ລະບຸວ່າ ຂ່າວດັ່ງກ່າວນີ້ ບໍ່ແມ່ນຄວາມຈິງຢ່າງສິ້ນເຊີງ.
ດ້ານນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ ຊິນໂຊະ ອາເບະ ກໍໄດ້ປະຕິເສດທີ່ຈະໃຫ້ຄວາມເຫັນ ຕໍ່ກັບກໍລະນີດັ່ງກ່າວນີ້ ຊຶ່ງຖືເປັນເລື່ອງລະອຽດອ່ອນທາງດ້ານການເມືອງ ພາຍໃນແດນອາທິດອຸໄທ ຊຶ່ງມີເຈົ້າຈັກກະພັດ ເປັນປະມຸກແຫ່ງລັດ ມາໄດ້ຫລາຍຮ້ອຍປີ.
ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ! | ຂ່າວຕ່າງປະເທດ | 2016-07-15T16:22:41+00:00 | https://laopost.com/?p=65297 |
“ອາເລັກຊານດຣ້າ” ໄດ້ຮັບແຕ່ງຕັ້ງເປັນຜູ້ອໍານວຍການ Miss Universe Laos | ທາງເຟສບຸກເພສ Miss Universe Laos ມີສຢູນີເວີຣສ ລາວ ເປີດເຜີຍເມື່ອວັນທີ 8 ມິຖຸນາ 2018ນີ້ວ່າ ບໍລິສັດ ທີວີລາວ ຈໍາກັດ ໄດ້ແຕ່ງຕັ້ງໃຫ້ ທ່ານນາງ ອາເລັກຊານດຣ້າ ບຸນຊ່ວຍ ໃຫ້ດໍາລົງຕໍາແໜ່ງ ຜູ້ອໍານວຍການ Miss Universe Laos (ເປັນຜູ້ຈັດ ແລະ ເບີ່ງແຍງກອງປະກວດ Miss Universe Laos ຢ່າງເປັນທາງການ) ເຊີ່ງຈະມີການຈັດຖະແຫຼງຂ່າວເປີດຕົວໂຄງການປະກວດ Miss Universe Laos 2018 ຢ່າງເປັນທາງການ ຂື້ນໃນວັນທີ 26 ມິຖຸນາ 2018 ທີ່ຈະມາເຖີງນີ້
ແຫລ່ງຂ່າວ: Miss Universe Laos ມີສຢູນີເວີຣສ ລາວ
ຮູບປະກອບ: raosukunfung.com | ຂ່າວບັນເທິງ | 2018-06-09T09:56:20+00:00 | https://laopost.com/?p=101297 |
ບໍ່ໃຫ້ໃຜຊ່ວຍ! ພໍ່ແທ້ໆເລືອກໃຫ້ລູກສາວຈົມນ້ຳຕາຍ ດີກ່ວາໃຫ້ຊາຍແປກໜ້າແຕະເນື້ອຕ້ອງຕົວ! | (ພາບປະກອບ)
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 11 ສິງຫານີ້ວ່າ ພໍ່ຊາວອາຊີຄົນໜຶ່ງ ໂດຍບໍ່ມີການເປີດເຜີຍຊື່ ແລະ ສັນຊາດ ໄດ້ພາເມຍ ແລະ ລູກສາວຂອງຕົນ ເພື່ອໄປພັກຜ່ອນທີ່ຊາຍຫາດແຫ່ງໜຶ່ງໃນນະຄອນດູໄບ ປະເທດສະຫະລັດອາຫລັບເອມິເຣດ ຊຶ່ງໃນຂະນະທີ່ລູກສາວຂອງລາວ ອາຍຸ 20 ປີ ກຳລັງຫລິ້ນນ້ຳທະເລຢູ່ນັ້ນ ໄດ້ເກີດຈົມນ້ຳ ແລະ ຮ້ອງຂໍຄວາມຊ່ວຍເຫລືອ ໂດຍເຈົ້າໜ້າທີ່ຍາມຊາຍຫາດຂອງດູໄບ ຈຳນວນ 2 ຄົນ ພາຍຫລັງເຫັນເຫດການ ໄດ້ແລ່ນພະຍາຍາມຈະລົງໄປຊ່ວຍຊີວິດ ແຕ່ຖືກພໍ່ແທ້ໆຂອງຜູ້ເຄາະຮ້າຍຂັດຂວາງ ດ້ວຍການດຶງ ແລະ ທຳຮ້າຍເຈົ້າໜ້າທີ່ແທນ ດ້ວຍເຫດຜົນເພາະບໍ່ຢາກໃຫ້ລູກສາວຂອງຕົນ ຖືກຊາຍແປກໜ້າແຕະເນື້ອຕ້ອງຕົວ ອັນຈະເປັນການເສຍກຽດສັກສີ ໂດຍຜູ້ເປັນພໍ່ໄດ້ກ່າວກັບເຈົ້າໜ້າທີ່ວ່າ ເຂົາເລືອກທີ່ຈະໃຫ້ລູກສາວຈົມນ້ຳຕາຍ ດີກ່ວາຈະປ່ອຍໃຫ້ເກີດເລື່ອງເສຍກຽດຄືແນວນັ້ນ.
ພັນໂທ ອາເໝັດ ເບີກີບາ ເຈົ້າໜ້າທີ່ຕຳຫລວດຂອງດູໄບລະບຸວ່າ ພໍ່ຂອງຜູ້ເຄາະຮ້າຍເປັນຄົນຮ່າງສູງໃຫຍ່ ແລະ ແຂງແຮງຫລາຍ ລາວດຶງ ແລະ ຂັດຂວາງໜ່ວຍກູ້ໄພ ແລະ ໃຊ້ຄວາມຮຸນແຮງກັບພວກເຂົາ ໂດຍລາວບອກວ່າຂໍເລືອກໃຫ້ລູກສາວຕາຍ ດີກ່ວາໃຫ້ນາງຖືກແຕະເນື້ອຕ້ອງໂຕໂດຍຊາຍແປກໜ້າ ຊຶ່ງເຄາະຮ້າຍສຳລັບນາງ ທີ່ຕ້ອງມາຕາຍທັງໆທີ່ມີໂອກາດລອດຊີວິດ.
ທັງນີ້ ເຈົ້າໜ້າທີ່ດູໄບ ໄດ້ຈັບກຸມຕົວພໍ່ຄົນດັ່ງກ່າວ ແລະ ຕັ້ງຂໍ້ຫາຫລາຍກະໂທງ ຊຶ່ງຜິດຕໍ່ກົດໝາຍອາຍາຂອງດູໄບ. | ຂ່າວຕ່າງປະເທດ | 2015-08-11T10:32:30+00:00 | https://laopost.com/?p=32606 |
ຫວຽດນາມໄດ້ຕັ້ງເປົ້າເພີ່ມການສົ່ງອອກສິນຄ້າກະສິກຳໃນປີ 2020 ໃຫ້ໄດ້ຫຼາຍກວ່າ 41,000 ລ້ານໂດລາ | ເວັບໄຊ posttoday ລາຍງານວ່າ ກະຊວງກະສິກຳຂອງຫວຽດນາມໄດ້ຕັ້ງເປົ້າທີ່ຈະເພີ່ມການສົ່ງອອກສິນຄ້າກະສິກຳ ໃນປີ 2020 ຂຶ້ນມາເປັນຫຼາຍກວ່າ 41,000 ລ້ານໂດລາ ຈາກປະມານ 40,000 ລ້ານໂດລາໃນປີທີ່ຜ່ານມາ.
ທ່ານ ເຈິ້ນດິ່ງລວນ ຫົວໜ້າກົມປະມົງຫວຽດນາມໃຫ້ສຳພາດກັບ Bloomberg ວ່າຫວຽດນາມກຳລັງດຳເນີນມາດຕະການເພື່ອເພີ່ມການສົ່ງອອກສິນຄ້າປະມົງໃຫ້ໄດ້ເຖິງ 9,000 ລ້ານໂດລາ ໃນປີ 2020.
ທ່ານ ເຈິ້ນດິ່ງບວນ ຄາດການວ່າໃນປີນີ້ຫວຽດນາມຈະແຊງປະເທດໄທຂຶ້ນມາເປັນຜູ້ສົ່ງອອກເຂົ້າລາຍໃຫຍ່ອັນດັບສອງຂອງໂລກ.
ການຄາດການຂອງເຈົ້າໜ້າທີ່ລະດັບສູງຂອງຫວຽດນາມສອດຄ່ອງກັບການປະເມີນຂອງກະຊວງກະສິກຳອາເມລິກາ ເດືອນ ສິງຫາ 2020 ທີ່ລະບຸວ່າ ຫວຽດນາມກຳລັງຈະແຊງໜ້າໄທໃນປີ 2019/2020 ໃນຖານະຜູ້ສົ່ງອອກເຂົ້າອັນດັບສອງຂອງໂລກ ເນື່ອງຈາກປະເທດຫວຽດນາມໄດ້ຮັບປະໂຫຍດຈາກປະລິມານເຂົ້າທີ່ຫຼຸດລົງໃນທ້ອງຕະຫຼາດ ແລະ ລາຄາເຂົ້າທີ່ເພີ່ມສູງຂຶ້ນໃນໄທ.
ຮຽບຮຽງຂ່າວ: ພຸດສະດີ | ຂ່າວທ້ອງຖິ່ນ | 2020-09-07T13:45:35+00:00 | https://laopost.com/?p=121202 |
ພາຍຸຖະຫຼົ່ມ ເຮັດໃຫ້ເດັກນ້ອຍຕົກຈາກເຄື່ອງຫຼິ້ນເສຍຊີວິດ | ເວັບໄຊ້ຂ່າວຕ່າງປະເທດ ໄດ້ລາຍງານວ່າ: ໃນວັນທີ 16 ທັນວາ 2021 ທີ່ຜ່ານມາ ໄດ້ເກີດມີລົມພັດແຮງໃສ່ງານຂອງໂຮງຮຽນປະຖົມແຫ່ງໜຶ່ງໃນປະເທດອົດສະຕຣາລີ. ທາງດ້ານຕໍາຫຼວດໄດ້ອອກມາເປີດເຜີຍວ່າມີເດັກນ້ອຍເສຍຊີວິດຢ່າງໜ້ອຍ 4 ຄົນ ເປັນເດັກນ້ອຍຜູ້ຊາຍ 2 ຄົນ ແລະ ຜູ້ຍິງ 2 ຄົນ ແລະ ອີກ 5 ຄົນແມ່ນໄດ້ຮັບບາດເຈັບ ໂດຍຕົກຈາກເຄື່ອງຫຼີ້ນທີ່ລົມພັດຂຶ້ນໄປ ເຮັດໃຫ້ເດັກນ້ອຍຕົກຈາກຄວາມສູງປະມານ 10 ແມັດ.
ທາງດ້ານໜ່ວຍແພດໄດ້ໄປບ່ອນເກີດເຫດ ແລະ ປະຖົມພະຍາບານເບື້ອງຕົ້ນໃຫ້ກັບເດັກນ້ອຍຜູ້ທີ່ໄດ້ຮັບບາດເຈັບ ແລະ ນໍາສົ່ງໂຮງໝໍດ້ວຍເຮລິຄອບເຕີ. ເຫດການດັ່ງກ່າວແມ່ນເກີດຂຶ້ນໃນມື້ສຸດທ້າຍຂອງງານຈົບປີການສຶກສາ. | ຂ່າວຕ່າງປະເທດ | 2021-12-17T13:44:51+00:00 | https://laopost.com/?p=130500 |
ຍີ່ປຸ່ນນຳສົ່ງຈະຫລວດສູ່ວົງໂຄຈອນ ແຕ່ຫລັງຈາກປ່ອຍໄດ້ພຽງຫນ້ອຍດຽວ ກໍເກີດລະເບີດແຕກຂື້ນຢ່າງຮຸນແຮງ (ມີວິດີໂອ) | ຍີ່ປຸ່ນຍິງຈະຫລວດຊື່ງພັດທະນາໂດຍນັກທຸລະກິດຍີ່ປຸ່ນຂື້ນສູ່ອະວາກາດ ແຕ່ຫລັງຈາກທີ່ຍິງອອກໄປໄດ້ຫນ້ອຍດຽວ ຈະຫລວດກໍຕົກລົງມາໃສ່ຖານຍິງເຮັດໃຫ້ເກີດລະເບີດ ແຕ່ບໍ່ມີຜູ້ໄດ້ຮັບບາດເຈັບ.
ສຳນັກຂ່າວຕ່າງປະເທດລາຍງານວ່າ ຈະຫລວດອະວາກາດ MOMO-2 ຊື່ງພັດທະນາໂດຍ ທາຄາຟູມິ ໂຮລິເອະ, ຜູ້ກໍ່ຕັ້ງບໍລິສັດເຕັກໂນໂລຊີອະວາກາດ Interstellar Technologies ໄດ້ປ່ອຍຈະຫລວດໄປສູ່ວົງໂຄຈອນໂລກ ໃນ ເມື່ອວັນທີ 30 ມິຖຸນາ. ແຕ່ພາຍຫລັງປ່ອຍຂື້ນໄປໄດ້ພຽງຫນ້ອຍດຽວກໍຕົກລົງມາໃສ່ຖານຈົນເກີດລະເບີດ ຕໍ່ຫນ້າຜູ້ຄົນເປັນຈຳນວນຫລວງຫລາຍທີ່ມານັ່ງລໍຖ້າເບີ່ງ. ປະຈຸບັນແມ່ນບໍ່ມີລາຍງານຜູ້ໄດ້ຮັບບາດເຈັບຈາກເຫດການໃນຄັ້ງນີ້.
ຕາມການກຳນົດທີ່ວາງໄວ້, ຈະຫລວດອະວາກາດ MOMO-2 ຄວາມຍາວ 10 ກວ່າແມັດ ຈະຖືກນຳສົ່ງຍິງອອກໄປສູ່ວົງໂຄຈອນໂລກ ເພື່ອສົ່ງອຸປະກອນສັງເກດການຢູ່ທີ່ຄວາມສູງ 100 ກິໂລແມັດ ແລະ ເປັນຈະຫລວດອະວາກາດທີ່ໄດ້ຮັບການສະຫນັບສະໜູນຈາກບໍລິສັດເອກະຊົນເປັນເທື່ອທຳອິດທີ່ໄດ້ອອກສູ່ອະວາກາດ ແຕ່ພາລະກິດນີ້ກໍບໍ່ເປັນຜົນ. ຄວາມພະຍາຍາມໃນການສົ່ງຈະຫລວດອອກສູ່ອະວາກາດຂອງພາກເອກະຊົນຍີ່ປຸ່ນແມ່ນບໍ່ເປັນໄປຕາມທີ່ຄາດການມາໂດຍຕະຫລອດ ເມື່ອທຽບກັບຜົນງານຂອງສຳນັກງານສຳຫລວດອະວາກາດຍີ່ປຸ່ນ JAEA ຂອງລັດຖະບານ.
Interstellar Technologies ເຄີຍພະຍາຍາມຍິງຈະຫລວດ MOMO-2 ເມື່ອເດືອນກໍລະກົດ 2017 ແຕ່ຂາດການຕິດຕໍ່ຈະຫລວດພຽງນາທີດຽວຫລັງຈາກທີ່ປ່ອຍອອກໄປ.
ແຫລ່ງຂ່າວຕ່າງປະເທດ: TRN | ຂ່າວຕ່າງປະເທດ | 2018-07-02T11:11:48+00:00 | https://laopost.com/?p=101861 |
ສັນຕິສຸກ ອິນທະວົງ ນັກກີລາລອຍນໍ້າຂອງລາວ ສ້າງຜົນງານ ໃນໂອລິມປິກ 2016 | ສັນຕິສຸກ ອິນທະວົງ (Santisouk INTHAVONG) ນັກກິລາລອຍນໍ້າຂອງລາວ ທີ່ເຂົ້າຮ່ວມໃນໂອລິມປິກ 2016 ນີ້, ໃນວັນທີ 11 ສິງຫາ ຜ່ານມາ, ສັນຕິສຸກ ໄດ້ລົງແຂ່ງໃນລາຍການ ລອຍນໍ້າຊາຍ 50 ແມັດ ຟຣິສະໄຕລ (Men’s 50m freestyle) ໃນຮອບຄັດເລືອກ ເຊິ່ງຈັດຢູ່ໃນ Heat ທີ 3 ລົງລອຍໃນ ລູ່ທີ 8 (Lane 8). ຜົນການແຂ່ງຂັນ ໃນ Heat ທີ 3 ນີ້ ອັນດັບທີ 1 ເປັນຂອງ ໄດອ່ອນນິຊິໂອ ອົກກັດສະຕິນລີ (Dionisio Augustine Ii) ຈາກ ໄມຄຣອນເນເຊຍ (Micronesia) ເຮັດເວລາໄດ້ 26.17 ວິນາທີ, ອັນດັບທີ 2 ເປັນຂອງ ສັນຕິສຸກ ອິນທະວົງ ເຮັດເວລາໄດ້ 26.54 ວິນາທີ, ແລະ ອັນດັບທີ 3 ເປັນຂອງ ໄອບຣາຮິມ ນິສແວນ (Ibrahim Nishwan) ຈາກ ມາວດິບ (Maldives) ເຮັດເວລາໄດ້ 26.72 ວິນາທີ.
ສຳລັບ ສັນຕິສຸກ ສະຖິຕິເຮັດໄດ້ ກ່ອນໜ້ານັ້ນແມ່ນ 27.42 ວິນາທີ, ແຕ່ໂອລິບປິກຄັ້ງນີ້ ລາວໄດ້ເວລາໄດ້ດີກວ່າຄັ້ງຜ່ານມາ ແລະ ການເຮັດເວລາໃນໂອລິມປິກ ຮອບຄັດເລືອກນີ້ ຕາມຫຼັງຄູ່ຮ່ວມແຂ່ງຂັນ ທີ່ຜ່ານເຂົ້າຮອບຮອງຊະນະເລີດຢູ່ 5.05 ວິນາທີ ເຮັດໃຫ້ລາວບໍ່ສາມາດ ຜ່ານເຂົ້າສູ່ຮອບຮອງຊະນະເລີດຕໍ່ໄປໄດ້, ຖ້າຈັດອັນດັບໃນຮອບຄັດເລືອກ ສັນຕິສຸກ ເປັນອັນດັບທີ 69 ຂອງຄູ່ຮ່ວມແຂ່ງຂັນທັງໝົດ 85 ຄົນ ກໍ່ຖືວ່າລາວໄດ້ສ້າງຜົນງານໄດ້ດີ ພໍສົມຄວນ ສາມາດທຽບໄດ້ໃນລະດັບສາກົນໄດ້. ເຖິງຈະບໍ່ໄດ້ເຂົ້າຮອບກໍ່ຕາມ ແຕ່ ສັນຕິສຸກ ກໍ່ໄດ້ແລກປ່ຽນປະສົບການ ກັບບັນດານັກລອຍນໍ້າໃນລະດັບໂລກ.
ຂ່າວຈາກ: http://news.com.la/detail/17397 | ຂ່າວພາຍໃນ | 2016-08-13T12:38:22+00:00 | https://laopost.com/?p=68374 |
ລາວ-ກຳປູເຈຍ ຕົກລົງແກ້ໄຂບັນຫາຊາຍແດນຢ່າງສັນຕິວິທີ. | ສປປ ລາວ ແລະ ກຳປູເຈຍ ຕົກລົງແກ້ໄຂບັນຫາຊາຍແດນຢ່າງສັນຕິວິທີ ສອງຝ່າຍຕົກລົງຖອນທະຫານອອກຈາກເຂດທີ່ມີບັນຫາແລ້ວ, ຫລັງຈາກນາຍົກລັດຖະມົນຕີຂອງສອງປະເທດ ໄດ້ພົບປະກັນ ທີ່ນະຄອນຫລວງວຽງຈັນ ໃນຕອນເຊົ້າວັນທີ 12 ສິງຫາ 2017.
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສົມເດັດ ຮຸນເຊນ ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກກຳປູເຈຍ ໄດ້ມີການພົບປະ ປຶກສາຫາລືແກ້ໄຂບັນຫາຊາຍແດນລະຫວ່າງຂອງປະເທດ ແລະ ຮ່ວມກັນຖະແຫລງຂ່າວພາຍຫລັງສຳເລັດການພົບປະ ເຊິ່ງສັງລວມໄດ້ເນື້ອໃນສຳຄັນຄື: ສອງຝ່າຍໄດ້ປຶກສາຫາລືກັນຢ່າງກົງໄປກົງມາ ດ້ວຍຄວາມເປັນມິດ ເພື່ອບໍ່ໃຫ້ສະຖານະການໃນຂົງເຂດນັ້ນເຄັ່ງຕຶງ ຫລືໃຊ້ກຳລັງຕໍ່ກັນ; ສອງຝ່າຍ ໄດ້ຕົກລົງຖອນທະຫານອອກຈາກເຂດທີ່ມີບັນຫາທັງໝົດ, ພາຍຫລັງ ສົມເດັດຮຸນເຊນ ໄດ້ສັ່ງໃຫ້ຢຸດຕິການສ້າງເສັ້ນທາງເຂົ້າໄປເຂດດັ່ງກ່າວ ເພື່ຶອໃຫ້ສະຖານະການຢູ່ເຂດດັ່ງກ່າວເຂົ້າສູ່ສະພາບປົກກະຕິໂດຍໄວ, ສ້າງຄວາມເຊື່ອໝັ້ນໃຫ້ປະຊາຊົນທັງສອງປະເທດວ່າຈະບໍ່ມີເຫດການທີ່ບໍ່ເພິ່ງປາຖະໜາເກີດຂຶ້ນ; ສອງຝ່າຍ ໄດ້ປຶກສາຫາລື ແລະ ຕົກລົງກັນ ໃຫ້ຄະນະກຳມາທິການຊາຍແດນຂອງສອງປະເທດ ກໍຄືສອງກະຊວງການຕ່າງປະເທດ ສືບຕໍ່ປຶກສາຫາລືພົບປະເຈລະຈາແກ້ໄຂບັນຫາຊາຍແດນທີ່ຍັງບໍ່ທັນໄດ້ຕົກລົງປັກຫລັກໝາຍນຳກັນໃຫ້ສຳເລັດໄວ ເທົ່າທີ່ຈະໄວໄດ້.
ການພົບປະຂອງສອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ລາຊະອານາຈັກກຳປູເຈຍ ໃນຄັ້ງນີ້ ມີຂຶ້ນເພື່ອປຶກສາຫາລືກັນແກ້ໄຂສະພາບເຄັ່ງຕຶງຢູ່ເຂດຊາຍແດນລະຫວ່າງແຂວງອັດຕະປື ຂອງລາວ ແລະ ຊຽງແຕງ ຂອງກຳປູເຈຍ, ພາຍຫລັງເກີດເຫດການຄວາມບໍ່ເຂົ້າໃຈກັນເກີດຂຶ້ນໃນເຂດຊາຍແດນດັ່ງກ່າວ.
ແຫລ່ງຂ່າວຈາກ: ສຳນັກຂ່າວສານປະເທດລາວ | ຂ່າວພາຍໃນ | 2017-08-12T18:02:08+00:00 | https://laopost.com/?p=93684 |
ປະເທດລາວຈະເປັນເຈົ້າພາບຈັດງານກິລາຊີເກມໃນປີ 2029 | ລາວໄດ້ຮັບການສະເໜີຊື່ໃຫ້ເປັນເຈົ້າພາບຈັດງານແຂ່ງຂັນກິລາຊີເກມຄັ້ງທີ 38 ໃນປີ 2029. ຕາມການລາຍງານຂອງວຽງຈັນທາມສ໌, ກຳປູເຈຍຈະເປັນເຈົ້າພາບຈັດງານແຂ່ງຂັນກິລາຊີເກມຄັ້ງທີ 32 ໃນປີ 2023, ໃນຂະນະທີ່ໄທຈະເປັນເຈົ້າພາບຈັດງານແຂ່ງຂັນກິລາຊີເກມຄັ້ງທີ 33 ໃນປີ 2025. ສ່ວນອິນໂດເນເຊຍຈະເປັນເຈົ້າພາບຄັ້ງທີ 34 ໃນປີ 2027 ຂະນະທີ່ ສປປ ລາວ ຈະເປັນເຈົ້າພາບ ຄັ້ງທີ 35 ໃນປີ 2029.
ກອງປະຊຸມສະຫະພັນກິລາຊີເກມຄັ້ງຫຼ້າສຸດໃຫ້ຂໍ້ສັງເກດວ່າ, ກຳປູເຈຍຈະຈັດກຸ່ມກິລາ 3 ກຸ່ມສໍາລັບກິລາຊີເກມໃນປີໜ້າ ແລະ ຈະຮັບເອົາການລົງຄະແນນສຽງສະໜັບສະໜູນຈາກປະເທດອື່ນໆທີ່ເຂົ້າຮ່ວມ. ລາວ, ມາເລເຊຍ ແລະ ອິນໂດເນເຊຍ ໄດ້ສະເໜີໃຫ້ລວມສິລະປະການປ້ອງກັນຕົວແບບໃໝ່ເຂົ້າໃນງານແຂ່ງຂັນກິລາຊີເກມໃນປີໜ້າ.
ໃນຂະນະທີ່ມາເລເຊຍ ແລະ ອິນໂດເນເຊຍ ສະເໜີໃຫ້ມີກິລາປັນຈັກສີລັດ (Pensak silat), ສ່ວນລາວກໍ່ໄດ້ສະເໜີກິລາວູຊູ (Wushu). ປັດຈຸບັນເຈົ້າໜ້າທີ່ກຳປູເຈຍກໍາລັງເຮັດໜ້າທີ່ໃນການຄວບຄຸມການລະບາດຂອງພະຍາດໂຄວິດ-19ຢູ່ ລວມທັງສັກວັກຊີນໃຫ້ປະຊາຊົນເຊິ່ງກໍ່ເປັນສ່ວນໜຶ່ງຂອງການກະກຽມການແຂ່ງຂັນໃນປີໜ້າ.
ງານແຂ່ງຂັນກິລາຊີເກມປີ 2021 ທີ່ຈະຈັດຂຶ້ນຢູ່ກຸງຮາໂນ່ຍ ປະເທດຫວຽດນາມ ນັບຕັ້ງແຕ່ວັນທີ 12 ຫາ 23 ພຶດສະພາປີນີ້ ພາຍຫຼັງການລະບາດຂອງພະຍາດໂຄວິດ-19 ທີ່ເຮັດໃຫ້ບໍ່ສາມາດຈັດງານແຂ່ງຂັນກິລາຂຶ້ນໃນປີກາຍນີ້.
ອ້າງອີງຈາກ: The Laotian Times | ຂ່າວພາຍໃນ | 2022-04-21T17:39:06+00:00 | https://laopost.com/?p=133320 |
ທ້າວ ເອື້ອຍ ສີມາຍ ຄວ້າ 2 ຫລຽນຄຳ ໃຫ້ກັບທີມກິລາຄົນພິການ ແຂວງ ບໍລິຄຳໄຊ | ການແຂ່ງຂັນກິລາ ຍົກນ້ຳຫນັກໃນງານກິລາຄົນພິການແຫ່ງຊາດຄັ້ງທີ 3 ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ໃນລະຫວ່າງ 14-18 ກຸມພາ 2023
ໃນວັນທີ 13 ກຸມພາຜ່ານມາ, ທີ່ພະແນກແຜນການ ແລະ ການລົງທືນແຂວງ ຊຽງຂວາງ ມີການຈັດການແຂ່ງກິລາຍົກນ້ຳຫນັກ ເຊິ່ງເປັນການແຂ່ງຂັນກ່ອນພິທີເປີດ ມີນັກກິລາເຂົ້າຮ່ວມທີ່ມາຈາກ 13 ແຂວງ ແລະ 1 ນະຄອນຫລວງ ມີນັກກິລາຊາຍ 44 ຄົນ ນັກກິລາຍິງ 6 ຄົນ.
ໃນວັນທີ 13 ກຸມພາ ຜ່ານມາ, ເປັນການແຂ່ງຂັນມື້ທີ 1 ມີການແຂ່ງຂັນ 5 ລາຍການ ປະເພດຍິງ 03 ລາຍການ ໃນລຸ້ນ 41 kg 45 kg ແລະ 50 kg ສ່ວນປະເພດຊາຍ ແຂ່ງຂັນ 2 ລາຍການ ລຸ້ນ 49 kg ແລະ 54 kg ຜ່ານການແຂ່ງຂັນ ທ້າວ ເອື້ອຍ ສີມາຍ ນັກກິລາຍົກນໍ້າຫນັກ ຄົນພິການທີມຊາດລາວ ແຂ່ງຂັນໃນນາມ ນັກກິລາແຂວງບໍລິຄຳໄຊ ລົງແຂ່ງຂັນ ໃນລຸ້ນ 54 ກິໂລກຣາມ ຍົກ 3 ຄັ້ງ ຄັ້ງທີ 1 ຍົກໄດ້ 65 ກິໂລກຣາມ ຄັ້ງທີ 2 ຍົກໄດ້ 67 ກິໂລກຣາມ ແລະ ຄັ້ງທີ 3 ຍົກໄດ້ 68 ກິໂລກຣາມ ເຮັດຄະແນນລວມໄດ້ເປັນອັນດັບທີ 1 ຄວ້າຫລຽນຄຳ ແລະ ອີກຫນື່ງຫລຽນຄຳ ແມ່ນໄດ້ຈາກການສະເຫລ່ຍ ນໍ້າໜັກ ລວມທີ່ຫຼາຍກວ່າຫມູ່.
ແຫຼ່ງຂ່າວ: ລາວສູ້ໆ | ຂ່າວພາຍໃນ | 2023-02-15T13:53:07+00:00 | https://laopost.com/?p=142277 |
ຈີນໂຕ້ກັບສະຫະລັດ ຍົກເລີກຫາລືທາງການທະຫານ ຫຼັງຖືກຄວໍ້າບາດ | ເມື່ອວັນທີ 23 ກັນຍາ 2018 ສຳນັກຂ່າວຣອຍເຕີລາຍງານວ່າ ລັດຖະບານຈີນຕອບໂຕ້ສະຫະລັດທັນທີ ຫຼັງຈາກອອກມາດຕະການຄວໍ້າບາດໜ່ວຍງານໃນກອງທັບຈີນ ໂທດຖານສັ່ງຊື້ເຮືອບິນຮົບຂັບໄລ່ SU-35 ແລະ ລະບົບປ້ອງກັນທາງອາກາດຈາກຣັດເຊຍ ໂດຍ ທ່ານ ເຈີ້ນ ຊີກວງ ລັດຖະມົນຕີກະຊວງການຕ່າງປະເທດຈີນ ໄດ້ຮຽກຕົວທ່ານ ເທີຣີ ແບຣນສຕັດ ເອກອັກຄະຣາຊະທູດສະຫະລັດ ປະຈຳນະຄອນຫຼວງປັກກິ່ງເຂົ້າພົບເພື່ອນຍື່ນໜັງສືສະແດງຄວາມບໍ່ພໍໃຈຂອງລັດຖະບານຈີນຕໍ່ສະຫະລັດ.
ທັງນີ້, ເມື່ອວັນທີ 21 ກັນຍາ 2018ທີ່ຜ່ານມາ ປະທານາທິບໍດີ ໂດນັລ ທຣໍ້າຂອງສະຫະລັດໄດ້ອອກມາດຕະການຄວໍ້າບາດຕໍ່ກອງພັດທະນາຍຸດໂທປະກອນ ໜ່ວຍງານໃນກອງທັບຈີນ ລວມທັງທ່ານ ຫລີ່ ຊາງຟູ ຜູ້ອຳນວຍການກອງພັດທະນາຍຸດໂທປະກອນ ເພື່ອຕອບໂຕ້ທີ່ກອງທັບຈີນສັ່ງຊື້ເຮືອບິນຂັບໄລ່ SU-35 ຈຳນວນ 10 ລຳຈາກຣັດເຊຍໃນປີ 2017 ລວມເຖິງຍັງໄດ້ສັ່ງຊື້ຂີປະນາວຸດ ລະບົບປ້ອງກັນທາງອາກາດ S-400 ແລະ ອຸປະກອນທີ່ກ່ຽວຂ້ອງຈາກຣັດເຊຍ.
ດ້ານກະຊວງປ້ອງກັນປະເທດຂອງຈີນ ອອກຖະແຫຼງການກອງທັບໄດ້ຮຽກຕົວຜູ້ບັນຊາການກອງທັບເຮືອຂອງຈີນ “ສິ່ນ ຈິ້ນຫຼົງ” ທີ່ຢູ່ໃນລະຫວ່າງຢຽມຢາມສະຫະລັດກັບປະເທດ ພ້ອມຍົກເລີກແຜນເຈລະຈາລະຫວ່າງເຈົ້າໜ້າທີ່ລະດັບສູງຂອງກອງທັບຈີນກັບສະຫະລັດທີ່ຈະມີຂຶ້ນໃນເດືອນໜ້າ.
ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂ່າວ: www.thairath.co.th | ຂ່າວຕ່າງປະເທດ | 2018-09-25T17:33:05+00:00 | https://laopost.com/?p=104313 |
ສູນກາງພັກປະຊາຊົນປະຕິວັດລາວແຈ້ງລັດຖະບານກວດສອບຕົ້ນເຫດໂຄວິດລະບາດໃນ ນວ | ສູນກາງພັກປະຊາຊົນປະຕິວັດລາວໄດ້ອອກແຈ້ງການໃຫ້ລັດຖະບານດຳເນີນການສອບສວນຫາສາເຫດຕົ້ນຕໍຂອງການລະບາດໃຫຍ່ຂອງພະຍາດໂຄວິດ-19 ໃນນະຄອນຫຼວງວຽງຈັນ ເນື່ອງຈາກຜູ້ຕິດເຊື້ອເພີ່ມຈຳນວນຫຼາຍຂຶ້ນໃນໂຮງງານຫຼາຍແຫ່ງ ເຮັດໃຫ້ເຊື້ອໄວຣັສແຜ່ກະຈາຍອອກສູ່ຊຸມຊຸນຫຼາຍຂຶ້ນກວ່າເກົ່າ.
ໃນວັນທີ 20 ກັນຍາຜ່ານມາ, ຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວໄດ້ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບສະພາບການ, ທິດທາງ ແລະມາດຕະການແກ້ໄຂຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ພ້ອມທັງຕົກລົງເຫັນດີໃຫ້ມີການດຳເນີນການສອບສວນເພື່ອຊອກຫາສາເຫດຕົ້ນຂອງການແຜ່ລະບາດພາຍໃນນະຄອນຫຼວງວຽງຈັນໃຫ້ຊັດເຈນ.
ອີງຕາມແຈ້ງການຂອງຫ້ອງວ່າການສູນກາງພັກ ເລກທີ 56, ລົງວັນທີ 22 ກັນຍາ ໂດຍໄດ້ເນັ້ນໃຫ້ລັດຖະບານປະສານສົມທົບກັບພາກສ່ວນກ່ຽວຂ້ອງເພື່ອສືບສວນຫາແຫ່ງທີ່ມາ ລວມທັງສາເຫດ ແລະຄວາມຮັບຜິດຊອບຂອງຜູ້ປະກອບການ ແລະພາກສ່ວນກ່ຽວຂ້ອງທີ່ເຮັດໃຫ້ມີການລະບາດໃນຄັ້ງນີ້ ພ້ອມທັງໃຫ້ປິດບັນດາໂຮງງານເພື່ອກວດກາ ແລະປະເມີນຄືນຕໍ່ການປະຕິບັດມາດຕະການທີ່ວາງອອກ ກ່ອນຈະໃຫ້ລັດຖະບານອະນຸຍາດຕາມຄວາມຈຳເປັນ.
ຂໍ້ມູນຈາກ: ໜັງສືພິມ Vientiane Times | ຂ່າວພາຍໃນ | 2021-09-27T15:22:37+00:00 | https://laopost.com/?p=128019 |
ເຮືອຂົນສິນຄ້າເກົາຫຼີໃຕ້ ຈົມໃນມະຫາສະໝຸດອັດລັງຕິກໃຕ້ ມີຜູ້ສູນຫາຍ 22 ຄົນ | ບີບີຊີລາຍງານເມື່ອວັນທີ 2 ເມສາ 2017 ຜ່ານມາວ່າ ທາງການເກົາຫຼີໃຕ້ຂໍຄວາມຊ່ວຍເຫຼືອຈາກກອງທັບອາກາດບຣາຊິນ ໃຫ້ເອົາເຮືອບິນ ຊີ-130 ອອກຄົ້ນຫາລູກເຮືອ 22 ຄົນທີ່ສູນຫາຍ ພ້ອມເຮືອຂົນສົ່ງສິນຄ້າສັນຊາດເກົາຫຼີໃຕ້ ເຊິ່ງຈົມໄປໃນນ່ານນໍ້າແອດແລນຕິກໃຕ້ ຂະນະທີ່ມີລູກເຮືອທັງໝົດ 24 ຄົນ
ຕາມການລາຍງານຂອງກອງທັບເຮືອອຸຣຸກໄວ ທະຫານເຮືອອຸຣຸກໄວ ຊ່ວຍຊີວິດລູກເຮືອຄົນຟີລິບປິນສອງຄົນທີ່ລອຍມາກັບເຮືອຢາງສຸກເສີນ ໃນວັນສຸກຜ່ານມາ ມີການສົ່ງຂໍ້ມູນຂໍຄວາມຊ່ວຍເຫຼືອຢ່າງຮີບດ່ວນ ຈາກສະມາຊິກລູກເຮືອຂອງເຮືອບັນທຸກສິນຄ້າ ສະເຕລລາ ເດຊີ ມີຄວາມຍາວ 312 ແມັດ
ກອງທັບເຮືອ ໄດ້ສົ່ງສັນຍານເຕືອນໄປຍັງເຮືອ ຂົນສົ່ງສິນຄ້າທຸກລຳໃນນ່ານນໍ້າ ຫຼັງຈາກມີການເລີ່ມຄົ້ນຫາເຮືອທີ່ຈົມທະເລ ເຊິ່ງໂຄສົກກອງທັບເຮືອບອກວ່າ ທາງກອງທັບໄດ້ຮັບລາຍງານເເຖິງກິ່ນເຊື້ອໄຟທີ່ຮຸນແຮງ
ທັງນີ້ ເຮືອ ສະເຕລລາ ເດຊີ ມີຂະໜາດ 266,000 ໂຕນ ເຊິ່ງເປັນເຮືອຂົນແຮ່ຂະໜາດໃຫຍ່ ມີລູກເຮືອເປັນຄົນເກົາຫຼີໃຕ້ 8 ຄົນ ແລະຄົນຟີລິບປິນ 16 ຄົນ ແລ່ນອອກຈາກທ່າເຮືອຂອງ ນະຄອນຣິໂອ ເດິ ຈາເນໂຣ ເມື່ອວັນທີ 26 ມີນາ 2017 | ຂ່າວຕ່າງປະເທດ | 2017-04-03T10:13:54+00:00 | https://laopost.com/?p=87994 |
ຜົນຂອງການແຂ່ງຂັນ Toyota Mekong Club Championship 2016 ນັດ LANEXANG UNITED vs Yadanarbon F.C. | ການແຂ່ງຂັນ Toyota Mekong Club Championship 2016 ນັດ LANEXANG UNITED vs Yadanarbon F.C. ໃນສະໜາມ ທີ່ ປະເທດ ມຽນມາ ຖືວ່າທັງສອງທີມໄດ້ຟາດແຂ່ງກັນໃນສະໜາມຢ່າງດຸເດັດເຜັດມັນ ໃນເຄິ່ງເວລາທຳອິດ ທີມລ້ານຊ້າງ ຢູໄນເຕັດສາມາດຍິງປະຕູນຳໄປກ່ອນ 2-1 ຈາກການຍິງຂອງ ຂອງ ມະໂນລົມ ແລະ ລັດສະໝີ
ມາຮອດເຄິ່ງເວລາທີສອງ ທີມລ້ານຊ້າງ ຢູໄນເຕັດກໍ່ບໍ່ເຮັດໃຫ້ແຟນບານຜິດຫວັງ ໂດຍການຍິງປະຕູເພີ່ມອີກລູກໜຶ່ງ ໃນທີທີ 83 ຈາກການຍິງຂອງ ສຸກອາພອນວົງ ຈຽງຄຳ ເປັນທີມລ້ານຊ້າງ ຢູໄນເຕັດ ນຳທີມ Yadanarbon F.C. 3-1 ແຕ່ບໍ່ພໍເທົ່າໃດນາທີ ມຽນມາ ກໍ່ສາມາດເຮັດປະຕູ ພາຍໃນ 5 ນາທີ ໄດ້ 2 ປະຕູຕິດຕໍ່ກັນ
ຜົນຂອງການແຂ່ງຂັນ Toyota Mekong Club Championship 2016 ນັດ LANEXANG UNITED vs Yadanarbon F.C. ຈົບເກມ ສະເໝີກັນ 3-3 ເຊິ່ງເຮັດໃຫ້ທີມ ລ້ານຊ້າງ ຢູໄນເຕັດ ສາມາດຜ່ານເຂົ້າໄປຮອບຊິງຊະນະເລີດ ເຊິ່ງຈະພົບກັບ ທີມ ສະໂມສອນ Boeung Ket Angkor
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ! | ຂ່າວພາຍໃນ | 2016-12-27T20:34:34+00:00 | https://laopost.com/?p=81685 |
ເສນາທິການກະຊວງປ້ອງກັນປະເທດສະຫະລັດລາອອກຈາກຕຳແໜ່ງ | ເມື່ອວັນທີ 6 ມັງກອນ 2019 ພົນຕຳຫຼວດ ເຄວິນ ສະວີນີ ເສນາທິການທະຫານເຮືອ ປະຈຳກະຊວງປ້ອງກັນປະເທດສະຫະລັດ ປະກາດຂໍລາອອກຈາກຕຳແໜ່ງເສນາທິການປະຈຳກະຊວງ ເຊິ່ງເປັນຕຳແໜ່ງສຳຄັນລຳດັບທີ 3 ຂອງໜ່ວຍງານ ຫຼັງຕັ້ງໜ້າປະຕິບັດໜ້າທີ່ດັ່ງກ່າວມາຕັ້ງແຕ່ເດືອນ ມັງກອນ 2018 ໂດຍການລາອອກຂອງພົນຕຳຫຼວດ ສະວີນີ ເກີດຂຶ້ນປະມານ 1 ອາທິດ ຫຼັງຈາກທີ່ທ່ານ ນາງ ດານາ ໄວ ລາອອກຈາກຕຳແໜ່ງໂຄສົກພົນລະເຮືອນຂອງກະຊວງ ເຊິ່ງໄດ້ສິ້ນສຸດການດຳລົງຕຳແໜ່ງໃນວັນທີ 31 ທັນວາ 2018 ທີ່ຜ່ານມາ ພ້ອມກັບ ພົນເອກ ເຈມ ແມັດທິສ ຍື່ນໃບລາອອກຈາກຕຳແໜ່ງລັດຖະມົນຕີວ່າການກະຊວງປ້ອງກັນປະເທດສະຫະລັດ ກ່ອນໝົດວາລະ (ຕາມກຳນົດແມ່ນຈະໝົດວາລະໃນວັນທີ 28 ກຸມພາ 2019ນີ້).
ໂດຍພົນຕຳຫຼວດ ເຄວິນ ສະວີນີ ໄດ້ຊີ້ແຈງວ່າ ເຖິງເວລາທີ່ຈະກັບໄປຢູ່ສ່ວນຕົວແລ້ວ ແລະ ຖືເປັນກຽດທີ່ໄດ້ເຮັດວຽກຮ່ວມກັບເພື່ອນຮ່ວມງານໃນກະຊວງ.
ປະທານາທິບໍດີ ໂດນັລ ທຣໍ້າ ໄດ້ແຕ່ງຕັ້ງທ່ານ ແພທຣິກ ຊານາຮານ ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດໃຫ້ປະຕິບັດໜ້າທີ່ຮັກສາການໃນຕຳແໜ່ງເຈົ້າໜ້າທີ່ລະດັບສູງແທນ ຕັ້ງແຕ່ວັນທີ 1 ມັງກອນ 2019 ທີ່ຜ່ານມາ.
ຮຽບຮຽງຂ່າວ: ບຸດສະດີ ສາຍນໍໍ້າມັດ
ແຫຼ່ງຂໍ້ມູນ ແລະ ຮູບປະກອບ: dailynews | ຂ່າວຕ່າງປະເທດ | 2019-01-09T09:51:18+00:00 | https://laopost.com/?p=109123 |
5 ພະຍາດຮ້າຍຖາມຫາ ຫາກບໍ່ກິນອາຫານເຊົ້າ | ອາຫານເຊົ້າເປັນອາຫານທີ່ຫຼາຍໆຄົນມັກລະເລີຍຢູ່ຕະຫຼອດ ຈົນຕິດເປັນນິໄສ ຂໍໃຫ້ຮີບປັບປ່ຽນພຶດຕິກໍາໂດຍດ່ວນ ເພາະມີຄວາມສ່ຽງທີ່ຈະເປັນພະຍາດຮ້າຍໄດ້ເຊັ່ນ:
ພະຍາດອ້ວນ ( ຕຸ້ຍ ) ເພາະຖ້າເຮົາບໍ່ກິນອາຫານເຊົ້າ ລະບົບເຜົາຜານຈະທໍາງານຊ້າລົງ, ຫິວຢູ່ຕະຫຼອດ ຄວາມຫິວຈາກທີ່ບໍ່ກິນຕອນເຊົ້າກໍຈະໄປລົງກັບມື້ອື່ນໆ ເຮັດໃຫ້ກິນຫຼາຍເກີນກວ່າຮ່າງກາຍຕ້ອງການ ຈະເຮັດໃຫ້ອ້ວນ.
ພະຍາດເບົາຫວານ: ອາຫາເຊົ້າສໍາຄັນສຸດ ຮ່າງກາຍຕ້ອງການຫຼາຍ ເພາະຮ່າງກາຍຕ້ອງການພະລັງງານ ແລະສານອາຫານເຂົ້າໄປກະຕຸ້ນລະບົບເຜົາຜານ ລວມເຖິງສາາດຫຼຸດພາວະຜິດປົກກະຕິຂອງຮອກໂມນອິນຊູລິນ ຊຶ່ງຖືເປັນສາເຫດຂອງການເກີດພະຍາດເບົາຫວານກວ່າ 40-50% ດັ່ງນັ້ນ ບໍ່ພຽງສະເພາະຜູ້ສູງອາຍຸ ແຕ່ທຸກໄວບໍ່ຄວນລະເລີຍອາຫານເຊົ້າ.
ພະຍາດກົດໄຫຼກັບ: ກະເພາະອາຫານຂອງເຮົາເມື່ອເຖິງເວລາ ມັນກໍຈະຫຼັ່ງນໍ້າຍ່ອຍອອກມາເພື່ອຍ່ອຍອາຫານຕາມເວລາປົກກະຕິ ແຕ່ຖ້າຫາກເຮົາກັບອົດອາຫານເຊົ້າ ບໍ່ຍ່ອມກິນ ນໍ້າຍ່ອຍເຫຼົ່ານັ້ນກໍຈະບໍ່ໄດ້ທໍາງານ ແລະຖືກຂັງຢູ່ໃນຮ່າງກາຍຂອງເຮົາ ເຮັດໃຫ້ຫຼອດອາຫານ ແລະເຍື່ອຫຸ້ມກະເພາະອາຫານເກີດຄວາມລະຄາຍເຄືອງ ຍິ່ງເຮົາປະໃຫ້ເວລາຜ່ານໄປດົນຫຼາຍຂຶ້ນ ກົດນໍ້າຍ່ອຍເຫຼົ່ານັ້ນກໍອາດຈະກັບຈາກຫຼອດອາຫານຂຶ້ນໄປເຖິງຄໍຫອຍໄດ້.
ພະຍາດອັນໄຊເມີຣ໌: ບໍ່ກິນເຂົ້າແຕ່ກ່ຽວຫຍັງກັບສະໝອງ? ກໍເພາະວ່ານໍາຕານໃນເລືອດເປັນນອາຫານສໍາຄັນສໍາຫຼັບສະໝອງ ຫຼັງຈາກຕື່ນນອນ ຮ່ງກາຍເຮົາບໍ່ໄດ້ຮັບສານອາຫານມາເປັນເວລາດົນກວ່າ 10-12 ຊົ່ວໂມງ ຖ້າເຮົາບໍ່ກິນເຂົ້າເຊົ້າອີກ ຈະເຮັດໃຫ້ນໍ້າຕານໃນເລືອດຕໍ່າລົງ ເຮັດໃຫ້ມີນໍ້າຕານໄປລ້ຽງສະໝອງໜ້ອຍ ສົ່ງຜົນໃຫ້ສະໝອງສ່ວນຄວາມຊົງຈໍາທໍາງານບໍ່ເຕັມທີ່ ຊ້າ ແລະເສື່ອມລົງໄປນັ້ນເອງ.
ພະຍາດຫົວໃຈ ແລະຫຼອດເລືອດ: ເມື່ອບໍ່ໄດ້ກິນອາຫານເຊົ້າຈົນຕິດເປັນນິໄສ ຈະເຮັດໃຫ້ຕຸ້ຍ, ເບົາຫວານ ແລະອີກຫຼາຍໆພະຍາດ ເມື່ອພະຍາດດັ່ງກ່າວມາເຢືອນ ປະລິມານຄໍເລດເຕີລອຍໃນຮ່າງກາຍກໍຈະສູງຂຶ້ນ ເຮັດໃຫ້ມີຄວາມສ່ຽງທີ່ຈະເປັນພະຍາດຫົວໃຈ ແລະຫຼອດເລືອດຕາມມາ. | ສຸຂະພາບ ແລະ ສີ່ງແວດລ້ອມ | 2016-12-05T11:45:31+00:00 | https://laopost.com/?p=78688 |
ນິວຊີແລນ ກຽມອອກກົດໝາຍຫ້າມໄວໝຸ່ມຮຸ່ນໃໝ່ນໍາໃຊ້ຢາສູບ ຕັ້ງເປົ້າໃຫ້ສັງຄົມປາດສະຈາກຢາສູບຢ່າງຖາວອນ | ວັນທີ 9 ທັນວາ 2021, ສຳນັກຂ່າວຕ່າງປະເທດລາຍງານວ່າ ນິວຊີແລນມີແຜນຈະອອກກົດໝາຍຫ້າມຄົນທີ່ເກີດຫຼັງປີ 2008 ຊື້ຢາສູບ ຫຼື ຜະລິດຢາສູບຕະຫຼອດຊີວິດ. ຄາດວ່າຈະມີຜົນບັງຄັບໃຊ້ພາຍໃນປີ 2022.
ລັດຖະມົນຕີກະຊວງສາທາລະນະສຸກນິວຊີແລນ ທ່ານ ດຣ Ayisa Verral ກ່າວວ່າ: “ພວກເຮົາຕ້ອງການໃຫ້ແນ່ໃຈວ່າຄົນຮຸ່ນໃໝ່ຈະເລີ່ມຕົ້ນບໍ່ສູບຢາເລີຍ. ສະນັ້ນ, ພວກເຮົາຈຶ່ງເຮັດໃຫ້ມັນຜິດກົດໝາຍທີ່ຈະຂາຍ ຫຼື ສະໜອງຜະລິດຕະພັນຢາສູບໃຫ້ກັບໄວໜຸ່ມ”
ແຜນການດັ່ງກ່າວເປັນສ່ວນໜຶ່ງຂອງນະໂຍບາຍຂອງລັດຖະບານ ເພື່ອຫຼຸດຜ່ອນອັດຕາການສູບຢາໃຫ້ຕໍ່າກວ່າ 5% ຂອງປະຊາກອນທັງໝົດ ພາຍໃນປີ 2025 ແລະ ເຮັດໃຫ້ນິວຊີແລນເປັນປະເທດທີ່ບໍ່ມີຢາສູບເລີຍ.
“ການສູບຢາແມ່ນໜຶ່ງໃນສາເຫດຕົ້ນຕໍ ຂອງການເສຍຊີວິດ ທີ່ສາມາດປ້ອງກັນໄດ້ໃນນິວຊີແລນ ແລະ ມັນເປັນສາເຫດຂອງມະເຮັງໃນອັດຕາສູງເຖິງຫນຶ່ງໃນສີ່” ທ່ານດຣ Verral ກ່າວ.
ນອກເຫນືອຈາກການຈໍາກັດອາຍຸຂອງຜູ້ສູບຢາ. ລັດຖະບານນິວຊີແລນຍັງຈະເພີ່ມຂໍ້ຈໍາກັດໃນດ້ານອື່ນໆເຊັ່ນ: ຫຼຸດຜ່ອນຈໍານວນຮ້ານທີ່ຂາຍຢາສູບລົງ, ຢາສູບຈະບໍ່ໄດ້ຖືກອະນຸຍາດໃຫ້ຂາຍໃນສັບພະສິນຄ້າ ແລະ ຮ້ານຂາຍເຄື່ອງຍ່ອຍ, ລວມທັງການກໍານົດປະລິມານສານ nicotine ສໍາລັບການຜະລິດເຂົ້າຢາສູບໃຫ້ຢູ່ໃນລະດັບຕໍ່າ ແລະ ເພີ່ມທະວີການຈຳກັດການໂຄສະນາຢາສູບໃຫ້ເຂັ້ມງວດຂຶ້ນ.
ເຖິງຢ່າງໃດກໍຕາມ, ນະໂຍບາຍດັ່ງກ່າວຂອງລັດຖະບານ ຈະໄດ້ຮັບການຍ້ອງຍໍຈາກບັນດາແພດໝໍ ແລະ ບັນດາຜູ້ຊ່ຽວຊານດ້ານສາທາລະນະສຸກໃນທົ່ວປະເທດ ເຫັນວ່າ ນິວຊີແລນຈະກາຍເປັນຜູ້ນໍາຂອງໂລກໃນການຄວບຄຸມການສູບຢາຢ່າງຈິງຈັງ, ແຕ່ກໍຍັງມີຫຼາຍຝ່າຍ ທີ່ໄດ້ສະແດງຄວາມກັງວົນວ່າ ການກໍານົດປະລິມານສານນິໂຄຕິນ ອາດເປັນພາລະຂອງຜູ້ມີລາຍໄດ້ຕ່ຳທີ່ຕ້ອງຈ່າຍຄ່າຢາສູບຫຼາຍຂຶ້ນ ເພື່ອຈະໄດ້ຮັບສານນິໂຄຕິນໃນປະລິມານດຽວກັນ ແລະ ອາດຈະເຮັດໃຫ້ເກີດບັນຫາ ການຈໍາໜ່າຍຢາສູບທີ່ຜິດກົດໝາຍເກີດຂຶ້ນຕາມມາ.
ອ້າງອີງ: Workpointtoday | ຂ່າວຕ່າງປະເທດ | 2021-12-10T12:12:33+00:00 | https://laopost.com/?p=130266 |
ທ່ານນາງ ປາກ ກຶນເຮ ຖືກຖອດຖອນຈາກປະທານາທິບໍດີຢ່າງເປັນທາງການ | ເອພີລາຍງານເມື່ອວັນທີ 10 ມີນາ 2017 ນີ້ວ່າ ຄະນະຕຸລາການສານລັດຖະທຳມະນູນເກົາຫຼີໃຕ້ຢູ່ກຸງໂຊນ ອ່ານຄຳພິພາກສາສະໜັບສະໜູນໃຫ້ຖອດຖອນ ທ່ານນາງ ປາກ ກຶນເຮ ອອກຈາກຕຳແໜ່ງປະທານາທິບໍດີຢ່າງເປັນທາງການ, ຫຼັງຈາກທີ່ສະມາຊິກລັດຖະສະພາ ດຳເນີນການດັ່ງກ່າວດ້ວຍຂໍ້ກ່າວຫາວ່າ ທ່ານນາງ ປາກ ກຶນເຮ ພົວພັນການຄໍຣັບຊັນ ເປັນກໍລະນີທີ່ບໍ່ດີ ດັງໄປທົ່ວໂລກ.
ຄຳຕັດສິນຄັ້ງປະຫວັດສາດນີ້ ເຮັດໃຫ້ ທ່ານນາງ ປາກ ກຶນເຮ ບໍ່ມີເອກະສິດຄຸ້ມຄອງອີກຕໍ່ໄປ ຈຶ່ງຄາດວ່າຈະຖືກດຳເນີນຄະດີໃນເວລາໃກ້ໆນີ້, ນອກຈາກນີ້ ເກົາຫຼີໃຕ້ ຈະຈັດການເລືອກຕັ້ງປະທານາທິບໍດີຄົນໃໝ່ໃນເດືອນພຶດສະພານີ້. | ຂ່າວຕ່າງປະເທດ | 2017-03-10T10:55:44+00:00 | https://laopost.com/?p=86568 |
ກອງປະຊຸມສະໄໝສາມັນຄັ້ງທີ 6 ມີຫຼາຍບັນຫາທີ່ຈະພິຈາລະນາ ແລະ ຮັບຮອງເອົາ | ກອງປະຊຸມສະໄໝສາມັນ ຄັ້ງທີ 06 ຂອງສະພາແຫ່ງຊາດ ຊຸດທີ VIII ຈະໄດ້ຈັດຂຶ້ນໃນວັນທີ 20 ພະຈິກ ຫາວັນທີ 21 ທັນວາ 2018 ທີ່ຫ້ອງປະຊຸມສະພາແຫ່ງຊາດ (ຫຼັກ 6) ນະຄອນຫຼວງວຽງຈັນ ໂດຍຈະພິຈາລະນາ ແລະ ຮັບຮອງເອົາ 14 ບັນຫາສໍາຄັນ. ນອກຈາກນັ້ນ, ໃນໄລຍະດຳເນີນກອງດັ່ງກ່າວ ໄດ້ຈັດຕັ້ງໜ່ວຍງານຮັບຜິດຊອບໂທລະສັບສາຍດ່ວນ ເພື່ອຮັບເອົາຄຳຄິດຄຳເຫັນ ແລະ ຄຳສະເໜີໂດຍກົງຈາກທົ່ວສັງຄົມ ທີ່ຈະສົ່ງໄປຍັງກອງປະຊຸມ; ບັນດາທ່ານສາມາດສົ່ງຄຳຄິດຄຳເຫັນ ແລະ ຄຳສະເໜີໄປຍັງກອງປະຊຸມໄດ້ຕາມວິທີ ຄື: ໂທລະສັບບໍ່ເສຍຄ່າ ໝາຍເລກ 156, ໂທລະສານ ໝາຍເລກ 021 413 528 ແລະ ສົ່ງເປັນຈົດໝາຍທາງໄປສະນີ ຕູ້ໄປສະນີເລກທີ 662 ແລະ ສົ່ງອີເມລ: [email protected]
ບັນດາບັນຫາສໍາຄັນທີ່ຈະຈະພິຈາລະນາ ແລະ ຮັບຮອງບົດລາຍງານມີຄື:
ພິຈາລະນາ, ຮັບຟັງບົດລາຍງານຂອງ ທ່ານນາຍົກລັດຖະມົນຕີ ກ່ຽວກັບການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນ ປະຈຳປີ 2018 ແລະ ທິດທາງວຽກງານຈຸດສຸມ ໃນປີ 2019 ຂອງລັດຖະບານ
ລັດຖະມົນຕີກະຊວງການເງິນລາຍງານ ກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2018, ທິດທາງແຜນການປີ 2019 ແລະ ບົດລາຍງານການສະຫຼຸບຂາດຕົວ, ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2017
ພິຈາລະນາ, ຮັບຮອງເອົາການຊີ້ແຈງຂອງລັດຖະບານຕໍ່ຄຳຊັກຖາມຂອງ 02 ກະຊວງ ຄື: 1. ກະຊວງໂຍທາທິການ ແລະ ຂົນສົ່ງ ຊີ້ແຈງກ່ຽວກັບສະພາບການກໍ່ສ້າງ ແລະ ສ້ອມແປງຖະໜົນຫົນທາງ ໃນໄລຍະຜ່ານມາເຫັນວ່າຄຸນນະພາບຂອງການກໍ່ສ້າງຕໍ່າ ມູນຄ່າການກໍ່ສ້າງສູງ, ແກ່ຍາວເວລາກໍ່ສ້າງ ແລະ ທິດທາງແກ້ໄຂບັນຫາດັ່ງກ່າວໃນຕໍ່ໜ້າມີແນວໃດ; 2. ກະຊວງສາທາລະນະສຸກ ຊີ້ແຈງກ່ຽວກັບຄຸນນະພາບຂອງການບໍລິການ, ການປິ່ນປົວຢູ່ໃນໂຮງໝໍ, ສຸກສາລາ ແລະ ທິດທາງແກ້ໄຂໃນຕໍ່ໜ້າ
ພິຈາລະນາ, ຮັບຮອງການຈັດຕັ້ງປະຕິບັດມະຕິຂອງກອງປະຊຸມສະໄໝສາມັນ ເທື່ອທີ 04 ຂອງສະພາແຫ່ງຊາດ ຊຸດທີ VIII ວ່າດ້ວຍການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຕິດພັນກັບເປົ້າໝາຍການພັດທະນາແບບຍືນຍົງ
ພິຈາລະນາ, ຮັບຮອງເອົາການແຕ່ງຕັ້ງຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ຕາມການສະເໜີຂອງ ທ່ານນາຍົກລັດຖະມົນຕີ
ບົດສະເໜີຂອງລັດຖະບານກ່ຽວການຄົ້ນຄວ້າຊື່ເອີ້ນ ຊົນເຜົ່າບຣູ
ອົງການກວດສອບແຫ່ງລັດລາຍງານແຜນການເຄື່ອນໄຫວວຽກງານ ປະຈຳປີ 2018 ແລະ ທິດທາງແຜນການ ປະຈຳປີ 2019
ຜົນການກວດສອບບົດສະຫຼຸບຂາດຕົວແຜນງົບປະມານແຫ່ງລັດ ປະຈຳປີ 2017
ບົດລາຍງານຂອງອົງການກວດກາລັດຖະບານ ກ່ຽວກັບການກວດກາຕາມຜົນການກວດສອບບົດສະຫຼຸບຂາດຕົວ, ແຜນງົບປະມານແຫ່ງລັດ ສົກປີ 2015-2016
ໄອຍະການປະຊາຊົນສູງສຸດລາຍງານ ແຜນການເຄື່ອນໄຫວວຽກງານກາງສະໄໝ 2016-2018 ແລະ 09 ເດືອນ ປະຈຳປີ 2018, ທິດທາງແຜນການຮອດປີ 2020 ແລະ ວຽກງານຈຸດສຸມ ປະຈຳປີ 2019
ການຊີ້ແຈງຂອງອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບພາລະບົດບາດໃນການຕິດຕາມກວດກາ, ການລະເມີດສັນຍາກູ້ຢືມທີ່ມີຫຼັກຊັບຄໍ້າປະກັນ ແຕ່ມາດຳເນີນຄະດີອາຍາ ໃນຂໍ້ຫາສໍ້ໂກງຊັບຂອງພົນລະເມືອງ
ການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ຊຸດທີ VIII ກາງສະໄໝ ( 2016 – 2018 ) ປະຈຳປີ 2018, ທິດທາງແຜນການແຕ່ປີ 2019 ຮອດກອງປະຊຸມຄັ້ງປະຖົມມະເລີກ ຂອງສະພາແຫ່ງຊາດ ຊຸດທີ IX ແລະ ແຜນວຽກຈຸດສຸມ ປະຈຳປີ 2019 ຂອງສະພາແຫ່ງຊາດ
ການສ້າງ ແລະ ປັບປຸງກົດໝາຍຂອງສະພາແຫ່ງຊາດ ປະຈຳປີ 2019
ແຜນການຕິດຕາມກວດກາຂອງຄະນະປະຈຳສະພາແຫ່ງຊາດ ປະຈຳປີ 2019 ການສ້າງ, ປັບປຸງ ແລະ ທາບທາມຮ່າງກົດໝາຍຈຳນວນ 09 ສະບັບ.
ພ້ອມນັ້ນ, ຄະນະປະຈຳສະພາແຫ່ງຊາດ, ຄະນະເລຂາທິການສະພາແຫ່ງຊາດ ຂໍເຊີນບັນດາພະນັກງານ, ລັດຖະກອນ, ທະຫານ-ຕຳຫຼວດ, ນັກຮຽນ-ນັກສຶກສາ, ປັນຍາຊົນ-ກຳມະກອນ, ຊາວຜູ້ອອກແຮງງານ-ພໍ່ແມ່ພີ່ນ້ອງ, ປະຊາຊົນບັນດາເຜົ່າທຸກຊັ້ນຄົນໃນທົ່ວປະເທດ ແລະ ພີ່ນ້ອງຊາວລາວທີ່ອາໄສຢູ່ຕ່າງປະເທດ ຈົ່ງຕິດຕາມການດຳເນີນກອງປະຊຸມສະພາສະໄໝສາມັນຄັ້ງທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ຄັ້ງນີ້ດ້ວຍ.
ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ
ແຫຼ່ງຂໍ້ມູນຈາກ: ສະພາແຫ່ງຊາດ | ຂ່າວທ້ອງຖິ່ນ | 2018-11-16T17:22:59+00:00 | https://laopost.com/?p=106636 |
ຄາດຄະເນສະພາບອາກາດຕັ້ງແຕ່ວັນທີ 04 – 10 ມິຖຸນາ 2018 | ແຫລ່ງຂ່າວ: ກົມອຸຕຸນິຍົມ ແລະ ອຸທົກກະສາດ | ຂ່າວທ້ອງຖິ່ນ | 2018-06-05T18:47:33+00:00 | https://laopost.com/?p=101198 |
ຢູເອັນບອກວ່າປີ 2016 ເປັນປີທີ່ອາກາດຮ້ອນທີ່ສຸດ | ອີງຕາມການລາຍງານຂອງສຳນັກຂ່າວຕ່າງປະເທດລາຍງານວ່າ ອົງການສະຫະປະຊາຊາດ ຫຼືຢູເອັນ ໄດ້ບອກວ່າ ກາສເຮືອນແກ້ວ ເກີດການເຜົາຜານໄໝ້ຂອງເຊື້ອໄຟ ເຊິ່ງສ່ວນຫຼາຍເກີດຈາກການໃຊ້ພາຫະນະ, ຢູເອັນຄາດຄະເນໄວ້ວ່າ ປີ 2016 ອຸນຫະພູມຂອງໂລກ ສະເລ່ຍຈະເພີ່ມຂຶ້ນ 1.2 ອົງສາເຊ ເຊິ່ງຖືວ່າ ເກີນເຄິ່ງຈາກທີ່ກຳນົດເອົາໄວ້ວ່າ ບໍ່ຄວນເພີ່ມຂຶ້ນເກີນ 2 ອົງສາເຊ ຕາມຂໍ້ຕົກລົງຮ່ວມກັນຂອງປະເທດຕ່າງໆທົ່ວໂລກໃນ 196 ປະເທດ ໃນຂໍ້ຕົກລົງປາລີ ຫຼື Paris Agreement ໃນຊ່ວງຕົ້ນເດືອນຜ່ານມາ ແລະຢູເອັນ ຍັງເວົ້າວ່າ ປີ 2016 ນີ້ ຈະເປັນປີທີ່ມີອາກາດຮ້ອນທີ່ສຸດທີ່ບໍ່ເຄີຍມີບັນທຶກເອົາໄວ້
ອຸນຫະພູມທີ່ຮ້ອນຂຶ້ນ ເພາະກາສເຮືອນແກ້ວນີ້ ຍັງມີຜົນເຮັດໃຫ້ເກີດການປ່ຽນແປງຂອງສະພາບອາກາດໃນໂລກ ແລະມີຜົນຕໍ່ການເກີດກັບທຳມະຊາດ ທີ່ມີຄວາມຮຸນແຮງຫຼາຍຂຶ້ນອີກດ້ວຍ | ຂ່າວຕ່າງປະເທດ | 2016-11-16T09:19:32+00:00 | https://laopost.com/?p=76643 |
4 ແຂວງຍັງມີການລະບາດຮ້າຍແຮງ! ລັດຮ່ວມຫາລືກ່ຽວກັບການແກ້ໄຂ ແລະ ຄວບຄຸມການແຜ່ລະບາດ | ກອງປະຊຸມປຶກສາຫາລືການຈັດຕັ້ງປະຕິບັດ ຄໍາສັ່ງ 15/ນຍ ທາງໄກ ແລະ ມາດຕະການປ້ອງກັນ, ຄວບຄຸມ ແລະ ເເກ້ໄຂສະພາບການລະບາດຂອງພະຍາດ ໂຄວິດ-19 ຂອງບັນດາການນຳແຕ່ລະແຂວງໃນຂອບເຂດທົ່ວປະເທດໄດ້ຈັດຂຶ້ນໃນວັນທີ 17 ພຶດສະພາ 2021. ໂດຍການເປັນປະທານຂອງພະນະ ທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສ ປປ ລາວ, ມີບັນດາທ່ານການນຳຂັ້ນສູນກາງ, ການນຳຂັ້ນແຂວງໃນຂອບເຂດທົ່ວປະເທດ.
ກອງປະຊຸມຄັ້ງນີ້ຈະໄດ້ວາງແຜນການ ເພື່ອຄົ້ນຄ້ວາ,ປຶກສາຫາລືການຈັດຕັ້ງປະຕິບັດຄຳສັ່ງ15/ນຍ.ຮັບຟັງການລາຍງານຫຍໍ້ກ່ຽວກັບການແກ້ໄຂ ແລະ ຄວບຄຸມການແຜ່ລະບາດຂອງພະຍາດ ໂຄວິດ-19 ຂອງບັນດາແຂວງທີມີການລະບາດຮ້າຍແຮງໃນແຕ່ລະມື້ເປັນຕົ້ນ ນະຄອນຫຼວງວຽງຈັນ,ແຂວງບໍ່ແກ້ວ, ແຂວງຈຳປາສັກ ແລະ ແຂວງສະຫວັນນະເຂດ.
ໃນວັນທີ 15 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ 1,427 ຕົວຢ່າງ ໃນນັ້ນ ນະຄອນຫຼວງ 941 ຕົວຢ່າງ ແລະ ຕ່າງແຂວງ 486 ຕົວຢາງ, ພົບຜູ້ຕິດເຊື້ອໃໝ່ 21 ຄົນ ເຮັດໃຫ້ຜູ້ຕິດເຊື້ອສະສົມທັງໝົດ ເປັນ 1,591 ຄົນ , ເສຍຊິວິດສະສົມທັງໝົດ 2 ຄົນ. ປະຈຸບັນ ມີຜູ້ຍັງຕິດຕາມປິ່ນປົວທົ່ວປະເທດທັງໝົດ 1,015 ຄົນ ໃນນັ້ນ ໄດ້ຮັບການປິ່ນປົວດີ ທັງໝົດ 574 ຄົນ (ໃໝ່ 19 ຄົນ) ແລະ ພວກກ່ຽວຈະຕ້ອງໄປສືບຕໍ່ຈຳກັດບໍລິເວນຢູ່ເຮືອນ ຫຼື ສູນຈໍາກັດບໍລິເວນຢູ່ແຂວງບໍ່ແກ້ວ. ປະຈຸບັນທົ່ວແຂວງມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 390 ຄົນ, ຍິງ 237 ຄົນ, ໃນນັ້ນ ມີຄົນຢູ່ພາຍໃນແຂວງ 45 ຄົນ, ຍິງ 14 ຄົນ, ຢູ່ເຂດເສດຖະກິດພິເສດ 345 ຄົນ, ຍິງ 223 ຄົນ ໃນນີ້: ມີຄົນລາວ199 ຄົນ ຍິງ 170 ຄົນ, ຈີນ 95 ຄົນ ຍິງ 20 ຄົນ, ໄທ 9 ຄົນ ຍິງ 7 ຄົນ, ມຽນມາ 41 ຄົນ ຍິງ 25 ຄົນ ແລະ ຫວຽດນາມ 1 ຄົນ ຍິງ 1 ຄົນ (ສະເພາະຢູ່ເຂດ ໄດ້ກວດຫາເຊື້ອໝົດທຸກຄົນ ປະຈຸບັນໄດ້ ກວດແລ້ວ 43.471 ຄົນ) ສ່ວນສະເພາະຢູ່ພາຍໃນແຂວງແມ່ນເປັນມື້ທີ 8 ແລ້ວທີ່ກວດຫາເຊື້ອພະຍາດໂຄວິດ-19 ບໍ່ພົບ. ການປິ່ນປົວ:ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເຂົ້າມາປິ່ນປົວຢູ່ໂຮງໝໍທັງໝົດ 390 ຄົນ, ໃນນັ້ນໂຮງໝໍແຂວງ 45ຄົນ, ຍິງ 14 ຄົນ, ໂຮງໝໍເຂດເສດຖະກິດພິເສດ 345 ຄົນ, ຍິງ 223 ຄົນ.ໄດ້ມີການປິ່ນປົວທີ່ອອກໂຮງໝໍແລ້ວ 110 ຄົນ, ໃນນັ້ນ ໂຮງໝໍແຂວງ 24 ຄົນ, ໂຮງໝໍເຂດເສດຖະກິດພິເສດ 84 ຄົນ ( ໃນນີ້: ຄົນລາວ 45 ຄົນ, ຈີນ 33 ຄົນ, ມຽນມາ 2 ຄົນ ) ສ່ວນຍັງເຫຼືອແມ່ນມີອາການເບົາບາງ ເຊັ່ນ: ເຈັບຄໍ, ໄອ. ການຊັກຢາວັກຊີນ ປ້ອງກັນເຊື້ອພະຍາດໂຄວິດ-19:ຢູ່ພາຍໃນແຂວງເລີ່ມຕົ້ນຊັກຢາແຕ່ຕົ້ນເດືອນ 3 ປີ 2021 ເປັນຕົ້ນມາ, ຮອດປະຈຸບັນໄດ້ຊັກຢາເຂັມທີ1 ມີ 27,670 ຄົນ, ເຂັມທີ 2 ມີ 4,690 ຄົນ ( ລວມ 2 ເຂັມ 32,360 ຄົນ ).
ເຂດເສດຖະກິດພິເສດ ໄດ້ເລີ່ມຊັກຢາເຂັມທີ 1 ມີ 36,099 ຄົນ. ຈໍານວນປະຊາກອນຄາດຄະເນທັງໝົດ ຂອງແຂວງ 193,761 ຄົນ; ກຸ່ມອາຍຸ 18-60 ປີ ມີ103,634 ຄົນ ຕ້ອງການວັກຊີນເພີ່ມທັງ 2 ເຂັ້ມ ຈຳນວນ 132,000 ໂດສ ). ຈຳນວນປະຊາກອນຄາດຄະເນທັງໝົດ ຂອງເຂດ 51,238 ຄົນ ຕ້ອງການວັກຊີນເພີ່ມທັງ 2ເຂັ້ມ ຈຳນວນ 23,665 ໂດສ ).ເຂົ້າໃນການສະກັດກັ້ນ ຕ້ານພະຍາດໂຄວິດ-19.
ຮຽບຮຽງຂ່າວ: ພຸດສະດີ | ຂ່າວທ້ອງຖິ່ນ | 2021-05-19T10:37:14+00:00 | https://laopost.com/?p=124896 |
ຕາຝັ່ງເຈື່ອນຢູ່ຫາດຊາຍຟອງ ໃກ້ສູນດາວທຽມ ທ່ານ ລັດຖະມົນຕີ – ຮອງເຈົ້າຄອງ ລົງກວດກາໂຕຈິງ! | ທ່ານ ຫຽມ ພົມມະຈັນ ລັດຖະມົນຕີວ່າການ ກະຊວງໂທລະຄົມມະນາຄົມ-ໄປສະນີ ແລະ ການສື່ສານ
ທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງນະຄອນຫຼວງ ໄດ້ລົງຕິດຕາມເບິ່ງສະພາບຂອງຕາຝັ່ງ
ເຈື່ອນ ຢູ່ທີ່ສູນດາວທຽມ ເຂດບ້ານນາໄຮ່ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໃນວັນທີ 5 ສິງ
ຫາ 2014 ທີ່ຜ່ານມາໂດຍມີທ່ານ ບຸນທາມ ພຸດທະວົງສາ ເຈົ້າເມືອງຫາດຊາຍຟອງ ພ້ອມດ້ວຍພາກ
ສ່ວນກ່ຽວຂ້ອງຂອງເມືອງ.
ການລົງຕິດຕາມໃນຄັ້ງນີ້ ໄດ້ຮັບການລາຍງານສະພາບຕົວຈິງ ຈາກການນຳຂອງເມືອງ ເຊິ່ງຈຸດທຳອິດ
ການນຳໄດ້ລົງໄປກວດກາເບິ່ງສະພາບຕົວຈິງ ແມ່ນຢູ່ຫຼັງສູນດາວທຽມ ເຊິ່ງກໍ່ເປັນອີກຈຸດໜຶ່ງທີ່ເກີດມີ
ຕາຝັ່ງເຈື່ອນຍ້ອນໄພທຳມະຊາດ ແລະ ກໍ່ເປັນຈຸດທີ່ສຳຄັນ ເພາະໃກ້ກັບສະຖານີດາວທຽມ ເພື່ອເປັນການ
ປ້ອງກັນບໍ່ໃຫ້ເກີດມີສະພາບຢ່າງຮ້າຍແຮງໄປກວ່ານີ້ອີກ ຈາກນັ້ນ ກໍ່ໄດ້ໄປກວດກາເບິ່ງຢູ່ເຂດບ້ານໜອງ
ແຫ້ວ ທີ່ຢູ່ໃກ້ກັບຕາຝັ່ງເຈື່ອນ ເຊິ່ງເປັນຈຸດທີ່ຖືກເຈື່ອນຕໍ່ຈາກສະຖານີດາວທຽມລົງມາ ຈົນຮອດເຂດ
ບ້ານດົງໂພສີ ເຫັນໄດ້ສະພາບຕົວຈິງເຖິງຄວາມເສຍຫາຍ ເພື່ອທີ່ຈະໄດ້ນຳສະເໜີຂໍງົບປະມານມາສ້ອມ
ແປງ ເຮັດຕາຝັ່ງເຈື່ອນຢ່າງຮີບດ່ວນ.
ຂອບໃຈຂ່າວຈາກ: http://vientianemai.net/teen/khao/1/12402 | ຂ່າວທ້ອງຖິ່ນ | 2014-08-08T11:45:23+00:00 | https://laopost.com/?p=8339 |
ລາວໂທລະຄົມ ຊະນະການປະມູນເບີຫຼັກ 7 | ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ເປັນຜູ້ຊະນະການປະມູນຊື້ຫຸ້ນ ບໍລິສັດ ວິມເປວຄອມລາວ ຈໍາກັດ, ໃນວັນທີ 19 ພະຈິກ 2018 ທີ່ຜ່ານມາ ດ້ວຍມູນຄ່າ 42 ລ້ານໂດລາສະຫະລັດ ຫຼື ປະມານ 350 ຕື້ກີບ ເຊິ່ງຜູ້ຊົມໃຊ້ເບີໂທລະສັບ Beeline ຫຼື ເບີຫຼັກ 7 ສາມາດນໍາໃຊ້ທົ່ວປະເທດຮ່ວມກັບເຄືອຂ່າຍເບີຫຼັກ 5 ຂອງລາວໂທລະຄົມໄດ້ນັບແຕ່ເດືອນມັງກອນ 2019 ນີ້ເປັນຕົ້ນໄປ.
ໃນວັນທີ 16 ມັງກອນ 2019, ມີພິທີເຊັນສັນຍາວ່າດ້ວຍການຊື້-ຂາຍຫຸ້ນໃນບໍລິສັດ ວິມເປວຄອມລາວ ຈໍາກັດ ລະຫວ່າງລັດຖະບານລາວ ເຊິ່ງຕາງໜ້າໂດຍກະຊວງການເງິນ ແລະ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ຢູ່ທີ່ສໍານັກງານໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ, ນະຄອນຫຼງວຽງຈັນ, ລົງນາມໂດຍທ່ານ ສີລາ ວຽງແກ້ວ ຮອງລັດຖະມົນຕີ ກະຊວງການເງິນ, ຫົວໜ້າຄະນະກໍາມະການຂາຍຫຸ້ນ, ບໍລິສັດ ວິມເປວຄອມ ລາວ ຈໍາກັດ ແລະ ທ່ານ ຖາວອນ ສົມສະກຸນ ຜູ້ອໍານວຍການໃຫ່ຍບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ, ທ່ານ ທອງໃສ ຊານໄຊຍະ ຮອງລັດຖະມົນຕີ ກະຊວງໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ, ປະທານສະພາບໍລິຫານ ລາວ ໂທລະຄົມ ພ້ອມດ້ວຍຄະນະຜູ້ບໍລິຫານຂອງທັງສອງຝ່າຍ.
ໂອກາດດັ່ງກ່າວ, ທ່ານ ຖາວອນ ສົມສະກຸນ ຜູ້ອໍານວຍການໃຫ່ຍ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ກ່າວວ່າ: ການຊື້ຫຸ້ນຂອງບໍລິສັດ ວິມເປວຄອມ ລາວ ຈໍາກັດ ຄັ້ງນີ້, ຖືເປັນໂອກາດດີ ແລະ ເປັນສິ່ງທ້າທາຍສໍາຄັນຂອງບໍລີສັດ ທັງນີ້, ກໍເພື່ອແນ່ໃສ່ການພັດທະນາ ແລະ ຂະຫຍາຍການບໍລິການດ້ານໂທລະຄົມໃຫ້ນັບມື້ນັບກວ້າງຂວາງ, ຕອບສະໜອງເຕັກໂນໂລຊີດ້ານໂທລະຄົມມະນາຄົມ ແລະ ການສື່ສານທີ່ທັນສະໄໝໃຫ້ມີຄຸນນະພາບໃນສັງຄົມລາວໄປເທື່ອລະກ້າວ. ທ່ານກ່າວຕື່ມວ່າ: ລາວໂທລະຄົມ ຄືຜູ້ນໍາໃນການບໍລິການດ້ານການສື່ສານໂທລະຄົມມະນາຄົມ ແບບຄົບວົງຈອນຜູ້ທໍາອິດໃນລາວ ໂດຍນັບແຕ່ປີ 1996 ເປັນຕົ້ນມາ ປັດຈຸບັນ, ລາວໂທລະຄົມ ສາມາດຕອບສະໜອງການບໍລິການລູກຄ້າທັງລະບົບໃຊ້ສາຍ ແລະ ບໍ່ໃຊ້ສາຍ (wire line & wireless ) ໄດ້ແລ້ວ ເຊິ່ງສາມາດຮັບໃຊ້ລູກຄ້າໄດ້ຫຼາຍກວ່າ 3,5 ລ້ານຄົນໃນທົ່ວປະເທດ.
ປີ 2011, ລາວໂທລະຄົມ ໄດ້ເປີດໃຫ້ບໍລິການໃນລະບົບ 4G ຢ່າງເປັນທາງການ ເຊິ່ງເປັນບໍລິສັດທໍາອິດໃນລາວ ແລະ ເປັນປະເທດທີ່ 2 ໃນຂົງເຂດອາຊີຕາເວັນອອກສຽງໃຕ້ ຫຼື ອາຊຽນ ຖັດຈາກປະເທດສິງກະໂປ. ເພື່ອເປັນການຢັ້ງຢືນຄວາມເປັນຜູ້ນໍາ ທາງດ້ານການສື່ສານໂທລະຄົມມະນາຄົມໃນລາວ, ໃນຕົ້ນປີ 2017 ລາວໂທລະຄົມ ໄດ້ເປີດໃຫ້ບໍລິການລະບົບ 4,5G ໃນນະຄອນຫຼວງວຽງຈັນ ແລະ ຂະຫຍາຍການບໍລິການໄປສູ່ແຂວງຕ່າງໆ ເພື່ອໃຫ້ຄວບຄຸມໃນຂອບເຂດທົ່ວປະເທດ.
ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ
ແຫຼ່ງຂໍ້ມູນ, ຮູບພາບຈາກ: Lao National Radio | ຂ່າວທ້ອງຖິ່ນ | 2019-01-18T10:02:01+00:00 | https://laopost.com/?p=109515 |
6 ເດືອນຕົ້ນປີ ລັດວິສາຫະກິດຖືຮຸ້ນລາວ ມີລາຍຮັບເພີ່ມຂຶ້ນກວ່າ 55% | ຈາກການເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນ ໃນການດຳເນີນທຸລະກິດ ໂດຍປະກອບສ່ວນເຂົ້າໃນການຄຸ້ມຄອງຮັກສາ ແລະ ບໍລິຫານຮຸ້ນຂອງລັດຖະບານຢູ່ໃນບັນດາໂຄງການ ທີ່ລັດວິສາຫະກິດຖືຮຸ້ນລາວ (ລຮລ) ເຂົ້າຮ່ວມຖືຮຸ້ນ ແລະ ເຮັດວຽກກັບບັນດາຂາຮຸ້ນຕ່າງໆຢ່າງເປັນເຈົ້າການ ກໍ່ຄືການມີສ່ວນຮ່ວມໃນການເອົາໃຈໃສ່ຕິດຕາມກວດກາ ບັນດາໂຄງການລົງທຶນຂອງລັດຖະບານຢ່າງຕັ້ງໜ້າ ເຊິ່ງເຮັດໃຫ້ການດຳເນີນທຸລະກິດຂອງ ລຮລ ໄລຍະ 6 ເດືອນ ຕົ້ນປີ 2015 ມີລາຍຮັບເພີ່ມຂຶ້ນ ເທົ່າກັບ 55,5%.
ທ່ານ ດຣ. ສົມບູນ ມະໂນລົມ ຜູ້ອຳນວຍການລັດວິສາຫະກິດຖືຮຸ້ນລາວ ກ່າວວ່າ: ໃນໄລຍະ 6 ເດືອນຕົ້ນປີ 2015 ຜ່ານມາ ການດຳເນີນທຸລະກິດຂອງ ລຮລ ເຫັນວ່າ ໄດ້ມີຜົນສຳເລັດຫຼາຍດ້ານ ເປັນຕົ້ນແມ່ນ ການຈັດຕັ້ງປະຕິບັດວຽກງານໃນ 4 ໂຄງການທີ່ ລຮລ ເຂົ້າຮ່ວມຖືຮຸ້ນຄື: ໂຄງການໄຟຟ້ານ້ຳເທີນ 2 ໄຟຟ້າ ຄວາມຮ້ອນຫົງສາ ໄຟຟ້າເຊປຽນ-ເຊນ້ຳນ້ອຍ ແລະ ໂຄງການໄຟຟ້ານ້ຳງຽບ 1 ນອກຈາກນັ້ນ ຍັງມີໂຄງການທຸລະກິດຂີ້ເທົ່າລອຍໃນໂຄງການຫົງສາທີ່ ລຮລ ດຳເນີນການຈັດຕັ້ງປະຕິບັດເອງ ເຊິ່ງມາຮອດປັດຈຸບັນ ການກະກຽມວຽກງານຕ່າງໆ ເພື່ອຮອງຮັບການຊື້-ຂາຍຂີ້ເທົ່າລອຍຢ່າງເປັນທາງການ ແມ່ນປະຕິບັດໄດ້ປະມານ 70% ໃນໄລຍະ 6 ເດືອນຕົ້ນປີ 2015 ລຮລ ມີລາຍຮັບເງິນປັນຜົນຈາກໂຄງການໄຟຟ້ານ້ຳເທີນ 2 ຈຳນວນ 7 ລ້ານໂດລາສະຫະລັດ ທຽບໃສ່ແຜນ 6 ເດືອນຕົ້ນປີແມ່ນລື່ນແຜນການ 55,5% (ຕົວເລກເງິນປັນຜົນຂອງ ລຮລ ແຕ່ປີ 2011 ຮອດປັດຈຸບັນມີທັງໝົດ 105.214.357 ໂດລາ) ແລະ ໄດ້ປະຕິບັດພັນທະອາກອນຕ່າງໆໃຫ້ແກ່ລັດຖະບານ ຈຳນວນ 1.884.530 ໂດລາ ໃນນັ້ນ ປະກອບມີອາກອນ ເງິນປັນຜົນ 7 ແສນໂດລາ ອາກອນກຳໄລ 1.041.566 ໂດລາ ແລະ ເງິນປັນຜົນກຳໄລຂອງປີ 2014 ຈຳນວນ 142.964 ໂດລາ ພ້ອມນັ້ນ ກໍ່ໄດ້ຊຳລະໜີ້ເງິນກູ້ໃນໂຄງການໄຟຟ້ານ້ຳເທີນ 2 ທັງຕົ້ນທຶນ ແລະ ດອກເບ້ຍ ຈຳນວນ 4.953.390 ໂດລາ ອີກທັງໄດ້ຖອກເງິນຮຸ້ນເຂົ້າໃນໂຄງການໄຟຟ້າຄວາມຮ້ອນຫົງສາ ເຊປຽນ-ເຊນ້ຳນ້ອຍ ແລະ ໂຄງການໄຟຟ້ານ້ຳງຽບ 1 ຕາມຊັດສ່ວນການຖືຮຸ້ນເປັນເງິນທັງໝົດ 30.819.448 ໂດລາສະຫະລັດ ນອກຈາກ 4 ໂຄງການດັ່ງກ່າວ ລຮລ ຍັງໄດ້ປະຕິບັດສຳເລັດຫຼາຍໜ້າວຽກ ເພື່ອຮອງຮັບໃນການດຳເນີນທຸລະກິດຂີ້ເທົ່າລອຍ ໃນໂຄງການໄຟຟ້າຫົງສາ ເປັນຕົ້ນແມ່ນ ການກໍ່ສ້າງຫ້ອງທົດລອງ-ຫໍພັກພະນັກງານ ການຈັດຊື້-ຂາຍ ຈັດຫາອຸປະກອນວິໄຈຂີ້ເທົ່າລອຍ ແລະ ວຽກງານດ້ານການຕະຫຼາດ ເພື່ອແນໃສ່ຊຸກຍູ້-ສົ່ງເສີມການຈັດຕັ້ງປະຕິບັດໂຄງການຕ່າງໆ ໃຫ້ມີຜົນສຳເລັດ ແລະ ສ້າງລາຍຮັບເຂົ້າງົບປະມານຂອງລັດ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງຊາດ ໃຫ້ມີຄວາມເຂັ້ມແຂງ.
ແຫລ່ງຂ່າວ: | ຂ່າວພາຍໃນ | 2016-04-22T15:12:13+00:00 | https://laopost.com/?p=54433 |
ປະທານາທິບໍດີມຽນມາ ອະໄພຍະໂທດນັກໂທດ 83 ຄົນ ເນື່ອງໃນໂອກາດ ວັນປີໃໝ່ຂອງຊາດ! | ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 17 ເມສາຜ່ານມານີ້ວ່າ ທ່ານ ຖິ່ນຈໍ ປະທານາທິບໍດີມຽນມາ ໄດ້ອອກຖະແຫລງການ ໃນວັນຂຶ້ນປີໃໝ່ຂອງຊາວມຽນມາ ເມື່ອວັນທີ 17 ເມສາ 2016 ນີ້ວ່າ ໄດ້ມີການໃຫ້ອະໄພຍະໂທດ ແກ່ນັກໂທດຈຳນວນ 83 ຄົນ ເນື່ອງໃນໂອກາດປີໃໝ່ມຽນມາ ຊຶ່ງເປັນຄວາມຕັ້ງໃຈ ທີ່ຈະເຮັດໃຫ້ປະຊາຊົນຮູ້ສຶກມີຄວາມສຸກ ແລະ ສົ່ງເສີມຄວາມສາມັກຄີປອງດອງ ໃນໄລຍະປີໃໝ່.
ທັງນີ້ ຄຳກ່າວສູນທອນພົດ ເນື່ອງໃນໂອກາດປີໃໝ່ມຽນມາ ທີ່ມີການຖ່າຍທອດສົດທາງໂທລະພາບ ທ່ານປະທານາທິບໍດີມຽນມາ ກໍໄດ້ເນັ້ນຢ້ຳຄວາມຕັ້ງໃຈຂອງລັດຖະບານໃໝ່ ໃນການປ່ອຍຕົວນັກໂທດການເມືອງ ທີ່ຖືກຈຳຄຸກຢູ່ໃນປັດຈຸບັນ ຕາມນະໂຍບາຍຂອງພັກ NLD ຂອງທ່ານນາງ ອອງຊານ ຊູຈີ. | ຂ່າວຕ່າງປະເທດ | 2016-04-18T16:00:11+00:00 | https://laopost.com/?p=53746 |
ຈີນປະກາດຊ້ອມຮົບອ້ອມເກາະໄຕ້ຫວັນຕັ້ງແຕ່ວັນທີ 4ຫາ7ສິງຫານີ້ | ຈີນປະກາດຊ້ອມຮົບອ້ອມເກາະໄຕ້ຫວັນ ພາຍຫຼັງການຢ້ຽມຢາມຂອງ ນາງ ແນນຊີ ເພໂລຊີ ປະທານສະພາອາເມຣິກາ.
ຕາມການລາຍງານຂອງ ສຳນັກຂ່າວ ຊິນຫົວ ຂອງຈີນ ໄດ້ລາຍງານວ່າ ຕັ້ງແຕ່ເວລາ 12ໂມງ ຂອງວັນທີ 4 ສິງຫາ 2022 (ຕາມເວລາກຸງປັກກິ່ງ) ຮອດເວລາ 12 ໂມງຂອງວັນທີ 7 ສິງຫາ 2022 ກອງທັບປະຊາຊົນຈີນ ຈະເຝິກຊ້ອມທາງທະຫານ ແລະ ກິດຈະກຳການເຝິກທີ່ສຳຄັນ ເຊິ່ງລວມເຖິງການຊ້ອມຍິງດ້ວຍລູກປືນແທ້ໃນ 6 ເຂດ ທັງໃນເຂດທະເລ ແລະ ເຂດອາກາດ ຢູ່ອ້ອມໄຕ້ຫວັນ.
ເພື່ອຄວາມປອດໄພ ຫ້າມນຳເຮືອ ແລະ ເຮືອບິນເຂົ້າໄປໃນເຂດທະເລ-ເຂດອາກາດດັ່ງກ່າວ.
ກະຊວງການຕ່າງປະເທດຂອງຣັດເຊຍ ກ່າວວ່າ ການມາຢ້ຽມໃນເທື່ອນີ້ ເປັນຄວາມພະຍາຍາມຍົ່ວຍຸຂອງອາເມຣິກາ ເພື່ອສ້າງແຮງກົດດັນໃຫ້ຈີນ, ເຊິ່ງຣັດເຊຍໄດ້ຮ່ວມມືກັບຈີນໃນຊ່ວງບໍ່ເທົ່າໃດປີທີ່ຜ່ານມາ. | ຂ່າວຕ່າງປະເທດ | 2022-08-03T14:50:43+00:00 | https://laopost.com/?p=136284 |
ຮອງນາຍົກລົງຊີ້ນຳວຽກງານເກັບອາກອນມູນຄ່າເພີ່ມຢູ່ດ່ານຂົວມິດຕະພາບ 1 | ໃນວັນທີ 3 ພະຈິກຜ່ານມານີ້, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ພ້ອມດ້ວຍຄະນະ, ໄດ້ເຮັດວຽກຢູ່ດ່ານພາສີສາກົນຂົວມິດຕະພາບ1 ເພື່ອຕິດຕາມການເກັບລາຍຮັບເຂົ້າງົບປະມານ, ພ້ອມທັງໄດ້ຊີ້ນຳການຈັດຕັ້ງປະຕິບັດການເກັບອາກອນມູນຄ່າເພີ່ມຢູ່ດ່ານດັ່ງ ກ່າວ.
ຫົວໜ້າດ່ານພາສີດັ່ງກ່າວ ໄດ້ລາຍງານໃຫ້ທ່ານຮອງນາຍົກຊາບວ່າ: ດ່ານພາສີສາກົນຂົວມິດຕະພາບ1 ປະກອບມີ 3 ຈຸງານຄື: ຈຸງານຄຸ້ມຄອງພາຫະນະຜູ້ໂດຍສານ, ຈຸງານສາງ-ກວດກາສິນຄ້າ ແລະ ຈຸງານຄຸ້ມຄອງການນຳເຂົ້ານ້ຳມັນເຊື້ອໄຟ. ຜ່ານການຈັດຕັ້ງປະຕິບັດການຈັດເກັບອາກອນມູນຄ່າເພີ່ມ 10% ມາຮອດປັດຈຸບັນມີຄວາມພ້ອມຮ້ອຍສ່ວນຮ້ອຍເຊັ່ນ: ເຈົ້າໜ້າທີ່ພາສີປະຈຳດ່ານໄດ້ຮັບການຝຶກອົບຮົມ ແລະ ເຂົ້າໃຈເລິກເຊິ່ງກ່ຽວກັບຂັ້ນຕອນ ແລະ ການຈັດຕັ້ງປະຕິບັດ, ການຈັດເກັບພາສີຜ່ານລະບົບອີເລັກໂຕຣນິກ, ຜ່ານການຈັດຕັ້ງປະຕິບັດຕົວຈິງພຽງ 3 ວັນ (ວັນທີ 1-3 ພະຈິກ2016), ມີລົດເຂົ້າມາເສຍອາກອນມູນຄ່າເພີ່ມ 32 ຄັນ, ໄດ້ເງິນເຂົ້າງົບປະມານ 2,2 ລ້ານກວ່າກີບ.
ຈາກນັ້ນ, ທ່ານຮອງນາຍົກລັດຖະມົນຕີໄດ້ກ່າວຊົມເຊີຍ ແລະ ໃຫ້ທິດຊີ້ນຳດ່ານພາສີສາກົນຂົວມິດຕະພາບ 1 ໃຫ້ນໍາໃຊ້ທ່າແຮງຂອງດ່ານວ່າ: ການເກັບລາຍຮັບພາສີຕ້ອງລະອຽດ, ຖືກຕ້ອງຕາມລະບຽບການ, ພະນັກງານຕ້ອງມີຈັນຍາບັນ, ຮັບປະກັນການເກັບລາຍຮັບບໍ່ໃຫ້ຕົກເຮຍເສຍຫາຍ, ທັງຮັບປະກັນຄວາມປອດໄພ, ສ້າງຄວາມສະດວກສະບາຍໃຫ້ແກ່ປະຊາຊົນຜູ້ທຽວໄປມາ, ຮັບປະກັນຄວາມຖືກຕ້ອງຕາມລະບຽບກົດໝາຍ ແລະ ເນັ້ນໃຫ້ພະນັກງານທີ່ກ່ຽວຂ້ອງປະຕິບັດຢ່າງເຂັ້ມງວດ, ການໃຫ້ຄຳແນະນຳແກ່ປະຊາຊົນໃນການແຈ້ງອາກອນມູນຄ່າເພີ່ມຢ່າງຖືກຕ້ອງ, ໂດຍສະເພາະການປັບປຸງຂະຫຍາຍຊ່ອງເລນລົດສ່ວນຕົວ ຂາເຂົ້າຈາກ 5 ຊ່ອງເປັນ 8 ຊ່ອງ ແລະຂະຫຍາຍສະຖານທີ່ຮອງຮັບຕ່າງໆ, ເພື່ອຮັບປະກັນຄວາມສະດວກປອດໄພ, ວ່ອງໄວທັນການ, ຫລີກລ່ຽງການສວຍ ໂອກາດເພື່ອຜົນປະໂຫຍດສ່ວນຕົວ ແນໃສ່ຍົກສູງສະຕິໃນການຈັດຕັ້ງປະຕິບັດກົດໝາຍໃຫ້ສູງຂຶ້ນ.
ຂ່າວ: ລາວພັດທະນາ | ຂ່າວເຫດການ | 2016-11-07T10:57:54+00:00 | https://laopost.com/?p=75412 |
ເສັ້ນທາງນາຊາຍທອງ-ທ່າງ່ອນ ພ້ອມຂົວຂ້າມນ້ຳເຄັມຈະສຳເລັດເດືອນຕຸລານີ້! | ໂຄງການກໍ່ສ້າງເສັ້ນທາງນອກຊານເມືອງ ລະຫວ່າງນາຊາຍທອງເໜືອ – ນາຄູນອອກສູ່ທ່າງ່ອນ ເມືອງໄຊທານີ
ພ້ອມຂົວຂ້າມນ້ຳເຄັມ ມີຄວາມຄືບໜ້າຄາດວ່າໃນເດືອນຕຸລາ 2014 ທີ່ຈະມາເຖິງ ທາງ ແລະ ຂົວດັ່ງກ່າວຈະໃຫ້
ສຳເລັດ ແລະ ເປີດການນຳໃຊ້ໃຫ້ແກ່ການສັນຈອນເປັນປົກກະຕິ.
ທ່ານ ພູເຂົາຄຳ ພິມມະສອນ ຮອງຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງນາຊາຍທອງ, ຫົວໜ້າໂຄງ
ການກໍ່ສ້າງເສັ້ນທາງດັ່ງກ່າວແຈ້ງໃຫ້ຮູ້ວ່າ: ເສັ້ນທາງນາຊາຍທອງ- ທ່າງ່ອນມີຄວາມຍາວ 12 ກິໂລແມັດ ປູຢາງ
ສອງຊັ້ນ ມາຮອດປັດຈຸບັນສຳເລັດ 98%, ສ່ວນຂົວຂ້າມນ້ຳເຄັມຍາວ 77 ແມັດ, ກວ້າງ 10 ແມັດ ໄດ້ກໍ່ສ້າງສຳເລັດ
ແລ້ວ 92% ໂດຍບໍລິສັດກໍ່ສ້າງຂົວທາງ ເພັດບັນດິດ ເປັນຜູ້ຮັບເໝົາ ໃນມູນຄ່າ 90 ຕື້ກວ່າກີບ ເປັນເງິນງົບປະມານ
ໂດຍຄາດວ່າໃນເດືອນຕຸລາ 2014 ໂຄງ ການກໍ່ສ້າງທັງໝົດຈະໃຫ້ສຳເລັດ ແລະ ເປີດການນຳໃຊ້ຢ່າງເປັນທາງການ.
ເຖິງຢ່າງໃດກໍດີ, ເນື່ອງຈາກໄລຍະນີ້ພວມຢູ່ໃນລະຫວ່າງລະດູຝົນ ເຮັດໃຫ້ການກໍ່ສ້າງມີຄວາມຫຍຸ້ງຍາກໃນການ
ຈັດຕັ້ງປະຕິບັດວຽກງານ ຈຳເປັນຕ້ອງໄດ້ລໍໃຫ້ຝົນຂາດຊ່ວງ ຈຶ່ງຈະໄດ້ສືບຕໍ່ຈັດຕັ້ງປະຕິບັດການກໍ່ສ້າງຈົນກວ່າ
ຈະສຳເລັດ.
ຂອບໃຈຂ່າວຈາກ: http://laophatthananews.blogspot.com/2014/08/blog-post_55.html | ຂ່າວທ້ອງຖິ່ນ | 2014-08-11T11:33:00+00:00 | https://laopost.com/?p=8440 |
ທາງການອິນເດຍເຕືອນໄພ ອາກາດອາດຮ້ອນສູງເກີນ 50 ອົງສາ | ຄື້ນຄວາມຮ້ອນແຜ່ປົກຄຸມພາກເໜືອຂອງປະເທດອິນເດຍວັດແທກອຸນຫະພູມໃນລັດຣາຊາສະຖານສູງເຖິງ 50 ອົງສາ ພ້ອມນີ້ ກໍມີລາຍງານວ່າປະຊາຊົນຈຳນວນຫຼາຍທົນກັບສະພາບອາກາດຮ້ອນອົບເອົ້າບໍ່ໄຫວສົ່ງຜົນໃຫ້ມີຄົນເສຍຊີວິດແລ້ວຫຼາຍຮ້ອຍລາຍ.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງນິວເດລີເມື່ອວັນທີ 2 ມິຖຸນາຜ່ານມາວ່າ ສຳນັກອຸຕຸນິຍົມວິທະຍາແຫ່ງຊາດອິນເດຍ (IMD) ໄດ້ອອກມາຖະແຫຼງວ່າ ອຸນຫະພູມຢູ່ເມືອງຊູຣູ ເຂດທະເລຊາຍໃນລັດຣາຊາສະຖານທາງພາກເໜືອວັດແທກອຸນຫະພູມໄດ້ເຖິງ 50,6 ອົງສາ ແລະ ທົ່ວລັດພວມຜະເຊີນກັບອາກາດຮ້ອນທີ່ສຸດ ຂະນະທີ່ອີກຫຼາຍເມືອງກໍວັດແທກອຸນຫະພູມໄດ້ສູງເກີນ 47 ອົງສາ.
ທັງນີ້ ເດືອນເມສາ 2015 ເມືອງພາໂລດີໃນລັດຣາຊາສະຖານກໍເຄີຍເຮັດສະຖິຕິອາກາດຮ້ອນສູງສຸດເທົ່າທີ່ເຄີຍປາກົດມີ ຊຶ່ງສາມາດວັດແທກອຸນຫະພູມໄດ້ເຖິງ 51 ອົງສາ ຂະນະທີ່ໂຄສົກຂອງ IMD ກໍໄດ້ກ່າວວ່າ ອາກາດຮ້ອນຮຸນແຮງອາດແກ່ຍາວເຖິງ 1 ອາທິດຢູ່ໃນຫຼາຍໆລັດຄື ລັດຣາຊາສະຖານ ລັດມະຫາຣາດ ລັດມັດຢະປະເທດ ລັດບັນຈາບ ລັດຫໍຣະຢານະ ແລະ ລັດອຸຕຕະຣະປະເທດ ແລະ ຫຼ້າສຸດ ມີລາຍງານຜູ້ເສຍຊີວິດຈາກລົດແດດແລ້ວຫຼາຍຮ້ອຍລາຍ.
ໂດຍທາງການອິນເດຍກໍເຄີຍປະກາດເຕືອນໄພພາວະອາກາດຮ້ອນຮຸນແຮງລະດັບສີແດງໃນເຂດນະຄອນຫຼວງນິວເດລີພາຍຫຼັງທີ່ອຸນຫະພູມເພີ່ມສູງຂຶ້ນເກີນ 46 ອົງສາ ໂດຍເຈົ້າໜ້າທີ່ໄດ້ປະກາດແນະນຳໃຫ້ປະຊາຊົນຫຼີກເວັ້ນການອອກນອກອາຄານ ບ້ານເຮືອນ ໃນຊົ່ວໂມງອາກາດຮ້ອນຖ້າບໍ່ຈຳເປັນ ຂະນະທີ່ເມືອງໃຫຍ່ຫຼາຍໆແຫ່ງໂດຍສະເພາະເມືອງເຈນໄນ ຫຼື ອະມັທຣາສເກົ່າ ຊຶ່ງກຳລັງວິຕົກກັງວົນກ່ຽວກັບພາວະຂາດແຄນນ້ຳ ເນື່ອງຈາກລະດັບນ້ຳໃນທະເລສາບ ແລະ ແມ່ນ້ຳສາຍຕ່າງໆກຳລັງຫຼຸດລະດັບລົງເລື້ອຍໆ.
ຮຽບຮຽງ: ສະຫະລັດ ວອນທິວົງໄຊ
ຮູບພາບ: AFP, AP | ຂ່າວຕ່າງປະເທດ | 2019-06-02T22:15:35+00:00 | https://laopost.com/?p=114312 |
ບົດຖະແຫຼງຂ່າວຂອງຄະນະສະເພາະກິດ ປະຈໍາວັນທີ 05 ກຸມພາ 2022 | ວັນທີ 4 ກຸມພາ 2022, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊື້ອໂຄວິດ-19 ທັງໝົດ 2906 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ກວດພົບເຊື້ອທັງໝົດ 488 ຄົນ (ຕິດເຊື້ອພາຍໃນ 476 ຄົນ ແລະ ນໍາເຂົ້າ 12 ຄົນ).
ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊື້ອພາຍໃນໃໝ່ ທັງໝົດ 476 ຄົນ ຈາກ 16 ແຂວງ ( ແຂວງບໍ່ມີລາຍງານ }ຫຼວງນໍ້າທາ) ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້:
ຊຽງຂວາງ 102 ຄົນ
ນະຄອນຫຼວງ 93 ຄົນ
ສາລະວັນ 74 ຄົນ
ຫົວພັນ 39 ຄົນ
ໄຊຍະບູລີ 28 ຄົນ
ອັດຕະປື 24 ຄົນ
ບໍລິຄໍາໄຊ 21 ຄົນ
ໄຊສົມບູນ 21 ຄົນ
ວຽງຈັນ 16 ຄົນ
ອຸດົມໄຊ 16 ຄົນ
ຈໍາປາສັກ 13 ຄົນ
ເຊກອງ 8 ຄົນ
ຄໍາມ່ວນ 6 ຄົນ
ສະຫັວນນະເຂດ 5 ຄົນ
ຫຼວງພະບາງ 4 ຄົນ
ບໍ່ແກ້ວ 3 ຄົນ
ຜົ້ງສາລີ 3 ຄົນ
ສໍາລັບການຕິດເຊື້ອນໍາເຂົ້າ ມີ 12 ຄົນ ທັງໝົດຈາກ ນະຄອນຫຼວງ 2 ຄົນ, ຄໍາມ່ວນ 01 ຄົນ, ບໍລິຄໍາໄຊ 01 ຄົນ, ສະຫວັນນະເຂດ 04 ຄົນ ແລະ ຈໍາປາສັກ 04 ຄົນ ເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.
ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 136,148 ກໍລະນີ, ອອກໂຮງໝໍວານນີ້ 604 ຄົນ, ກຳລັງປິ່ນປົວ 4542 ຄົນ ແລະ ເສຍຊີວິດສະສົມທັງໝົດ 565 ຄົນ (ເສຍຊິວິດໃໝ່ 03 ຄົນ). ສຳລັບຜູ້ເສຍຊີວິດໃໝ່ 03 ຄົນ ຢູ່ ອັດຕະປື 2 ຄົນ ແລະ ບໍ່ແກ້ວ 01 ຄົນ. | ຂ່າວພາຍໃນ | 2022-02-05T11:18:24+00:00 | https://laopost.com/?p=131758 |
ຝຣັ່ງ ເພີ່ມຄ່າແຮງງານຂັ້ນຕໍ່າ 7% ເພື່ອເອົາໃຈຜູ້ມີລາຍຮັບຕໍ່າ | ຜູ້ນໍາຝຣັ່ງ ປະກາດມາດຕະການໃໝ່ເພີ່ມແຮງງານຂັ້ນຕໍ່າເດືອນລະ 100 ເອີໂຣ (ເທົ່າກັບ 968.200 ກີບ) ເລີ່ມປີໜ້າເປັນຕົ້ນໄປ ແລະ ຍົກເລີກມາດຕະການເກັບພາສີເງິນບໍານານກັບຄົນທີ່ມີລາຍໄດ້ໜ້ອຍ, ຜູ້ປະກອບການທຸກປະເພດຍັງສາມາດຈ່າຍເງິນທ້າຍປີ ຫຼື ໂບນັດເທື່ອດຽວແກ່ພະນັກງານ ໂດຍບໍ່ຕ້ອງຫັກຄ່າພາສີ ແລະ ບໍ່ເກັບພາສີແຮງງານຄ່າລ່ວງເວລາ ຄະນະກໍາມະການເອີຣົບ ກ່າວວ່າ: “ຕ້ອງສຶກສາຜົນກະທົບຈາກມາດຕະການທີ່ຜູ້ນໍາຝຣັ່ງ ໃຊ້ງົບຫຼາຍພັນລ້ານເອີໂຣ”.
ວັນທີ 10 ທັນວາ 2018 ປະທານາທິບໍດີ ເອັນມານູເອລ ມາຄຣົງ ຜູ້ນໍາຝຣັ່ງ ປະກາດມາດຕະການໃໝ່ ຫວັງຫຼຸດຜ່ອນຄວາມຮຸນແຮງຈາກການປະທ້ວງຂອງກຸ່ມເສື້ອເຫຼືອງທີ່ສ້າງຄວາມເສຍຫາຍ ແລະ ສົ່ງຜົນກະທົບຕໍ່ເສດຖະກິດຂອງປະເທດ ໂດຍຜູ້ນໍາຝຣັ່ງໄດ້ຖະແຫຼງນະໂຍບາຍຍອມຮັບຕົນມີສ່ວນຕ້ອງຮັບຜິດຊອບຕໍ່ວິກິດການຄັ້ງນີ້ ແຕ່ເນັ້ນຢໍ້າເຫດການປະທ້ວງນີ້ເກີດຂຶ້ນຈາກກຸ່ມຄົນທີ່ມີລາຍໄດ້ໜ້ອຍຕາມຊົນນະບົດ ຫຼື ຕາມເມືອງນ້ອຍຕ່າງໆ ເຊິ່ງເປັນບັນຫາທີ່ຍືດເຍື້ອນຍາວນານ ຈຶ່ງປະກາດປັບເພີ່ມແຮງງານຂັ້ນຕໍ່າເດືອນລະ 100 ຍູໂຣ (ເທົ່າກັບ 968.200 ກີບ) ຫຼື ເພີ່ມຂຶ້ນ 7% ເລີ່ມແຕ່ປີໜ້າເປັນຕົ້ນໄປ.
ນອກນີ້, ດ້ານທະນາຄານ ຈະຍົກເລີກມາດຕະການເກັບພາສີເງິນບໍານານກັບຄົນທີ່ມີລາຍໄດ້ໜ້ອຍ, ຜູ້ປະກອບການທຸກປະເພດສາມາດຈ່າຍເງິນທ້າຍປີ ຫຼື ໂບນັດເທື່ອດຽວແກ່ພະນັກງານ ໂດຍບໍ່ຕ້ອງຫັກຄ່າພາສີ ແລະ ບໍ່ເກັບພາສີແຮງງານຄ່າລ່ວງເວລາ ພ້ອມທັງບໍ່ເກັບພາສີຄົນຮັ່ງມີ ເພາະອາດຈະເຮັດໃຫ້ເສດຖະກິດອ່ອນແອ ຕາມມາດ້ວຍຈະບໍ່ມີແຮງງານ. ສ່ວນຄະນະກໍາມະການເອີຣົບ ໄດ້ກວດສອບງົບປະມານປະເທດສະມາຊິກເອີຣົບ ວ່າ: “ອາດຈະຕ້ອງສຶກສາຜະກະທົບຈາກມາດຕະການທີ່ຜູ້ນໍາຝຣັ່ງ ຄາດວ່າຕ້ອງມີການໃຊ້ງົບຫຼາຍພັນລາຍເອີໂຣ”.
ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ
ແຫຼ່ງຂໍ້ມູນຈາກ: thairath.co.th | ຂ່າວຕ່າງປະເທດ | 2018-12-13T10:58:33+00:00 | https://laopost.com/?p=107478 |
ຝາແຝດສາວທີ່ຄືກັນທີ່ສຸດໃນໂລກ | ຫາກເວົ້າເຖິງຝາແຝດຫລາຍຄົນກໍຄົງນຶກເຖິງຄົນສອງຄົົນທີ່ຄືກັນທັງຮູບຮ່າງໜ້າຕາແລະນິໄສແຕ່ຄົງບໍ່ຄືກັບຈົນແຍກບໍ່ອອກດອກແມ່ນຫລືບໍ່ ແຕ່ບອກເລີຍວ່າຝາແຝດຄູ່ນີ້ຄືກັນຈົນແທບຈະແຍກບໍ່ອອກທັງໜ້າຕາ,ຫຸ່ນ.ນິໄສແຖມນາງທັງຄູ່ຍັງສະນິດຈົນຕ້ອງຕົວຕິດກັນຊ່ຳກັບເຂົ້າໜົມຕູ່ແລະທີ່ສຳຄັນຍັງໃຊ້ຜົວຄົນດຽວກັນອີກດ້ວຍ
ເວັບໄຊມິເລີຂອງອັງກິດມີລາຍງານວ່າຝາແຝດສາວທີ່ໄດ້ຊື່ວ່າມີຄວາມຄືກັນທີ່ສຸດໃນໂລກ ແອນນາ ແລະ ລູຊີ່ (Anna and Lucy DeCinque) ທີ່ທຸ່ມເງີນໄປກວ່າ 130, 000 ປອນ (ປະມານ 6.5 ລ້ານບາດ) ໃນການເຮັດສັນລະຍະກຳໜ້າເອິກ,ຮີມສົບອວບອິ່ມ ຄິ້ວຖາວອນແລະຂົນຕາປອມທີ່ຈະຊ່ວຍອັບລຸກໃຫ້ທັງຄູ່ເບິ່ງຄືກັນຫລາຍທີ່ສຸດ
ນອກຈາກຈະສັນຍະກຳໃຫ້ພາຍນອກເບິ່ງຄືກັນແລ້ວທັງຄູ່ຍັງໄປເດດນຳກັນ,ນອນຕຽງດຽວກັນ,ໃຊ້ເຟດບຸກອັນດຽວກັນແລະແຟນກໍຍັງໃຊ້ຄົນດຽວກັນຊຶ່ງທັງຄູ່ບອກວ່າ”ແຕ່ກ່ອນເຮົາເຄີຍແຍກກັນຕ່າງຄົນຕ່າງໄປມີແຟນແຕ່ມັນບໍ່ຄັກເລີຍພໍມາຕອນນີ້ທຸກຢ່າງມັນງ່າຍກວ່າກັນເກົ່າເພາະເຮົາທັງຄູ່ຢູ່ນຳກັນຕະຫລອດເວລາກໍບໍ່ແມ່ນເລື່ອງຍາກຫຍັງນີ້ທີ່ຈະມີແຟນຄົນດຽວກັນ” | ຂ່າວຕ່າງປະເທດ | 2015-05-15T16:33:21+00:00 | https://laopost.com/?p=25738 |
ເມືອງຫົງສາ ກວດຍຶດ ແລະ ທຳລາຍສິນຄ້າເສື່ອມຄຸນນະພາບ ເພື່ອປົກປ້ອງຜູ້ຊົມໃຊ້! | ໃນຕອນບ່າຍ ວັນທີ 18 ສິງຫາ 2016 ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດພິທີທໍາລາຍສິນຄ້າໝົດອາຍຸການນຳໃຊ້ ໂດຍມີ ທ່ານ ສອນສະນິດ ເພັດໄຊ ຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າ ມີຜູ້ຕາງໜ້າສະມາຄົມຕະຫຼາດ ບັນດາຄະນະກຳມະການກວດກາຄຸນນະພາບສິນຄ້າ ພາຍໃນເມືອງ ທີ່ຖືກແຕ່ງຕັ້ງສະເພາະກິດ ແລະ ພະນັກງານວິຊາການຫ້ອງການດັ່ງກ່າວ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ສອນສະນິດ ເພັດໄຊ ຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງຫົງສາ ໄດ້ໃຫ້ຮູ້ວ່າ ໂດຍປະຕິບັດຕາມ ແຜນເຄື່ອນໄຫວວຽກງານປະຈຳເດືອນ ແລະ ເພື່ອເປັນການຈັດຕັ້ງປະຕິບັດ ວຽກງານປົກປ້ອງຜູ້ຊົມໃຊ້ ດັ່ງນັ້ນ ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ໄດ້ສົບທົບກັບຄະນະກຳມະການທີ່ກ່ຽວຂ້ອງຂັ້ນເມືອງ ໄດ້ພ້ອມກັນລົງກວດກາຄຸນນະພາບສິນຄ້າ ແລະ ສິນຄ້າທີ່ຜິດລະບຽບຢູ່ຮ້ານຄ້າໃຫຍ່-ນ້ອຍ ພາຍໃນເມືອງຫົງສາ ຈຳນວນ 14 ບ້ານເທດສະບານ ແລະ ຢູ່ໃນບໍລິເວນຕະຫຼາດຂອງເມືອງ ມີຈຳນວນ 130 ຮ້ານ ໂດຍໄດ້ເລີ່ມຈັດຕັ້ງປະຕິບັດ ແຕ່ກາງເດືອນກໍລະກົດ 2016 ຫາຕົ້ນເດືອນ ສິງຫາ 2016 ເຊິ່ງຜ່ານການລົງເຄື່ອນໄຫວກວດກາສິນຄ້າໝົດອາຍຸ ຫຼື ສິນຄ້າໝົດຄຸນນະພາບໃນຄັ້ງນີ້ ບັນດາຄະນະກຳມະການກວດກາຄຸນນະພາບ ທີ່ຖືກແຕ່ງຕັ້ງສະເພາະກິດຂອງເມືອງ ໄດ້ເອົາໃຈໃສ່ເຄື່ອນໄຫວ ຕາມພາລະບົດບາດ ຂອບເຂດ ສິດ ແລະ ໜ້າທີ່ຂອງຂະແໜງການສາຍຕັ້ງ ໄດ້ມອບໝາຍໃຫ້ ເຊິ່ງສາມາດກວດກາພົບເຫັນ ແລະ ຍຶດສິນຄ້າປະເພດອຸປະໂພກ-ບໍລິໂພກ ທີ່ໝົດອາຍຸການນຳໃຊ້ ເປັນຕົ້ນແມ່ນເຄື່ອງດື່ມ, ເຄື່ອງປຸງແຕ່ງອາຫານ, ໝີ່, ເຂົ້າໜົມ, ສີຍ້ອມຜົມ, ໂລຊັ່ນທາຜິວ ແລະ ອື່ນໆອີກຫຼາຍຢ່າງ ຮວມທັງໝົດ 82 ລາຍການ ມູນຄ່າ 21 ລ້ານກວ່າກີບ.
ສໍາລັບການທໍາລາຍສິນຄ້າຄັ້ງນີ້ ແມ່ນໄດ້ທໍາລາຍດ້ວຍການຈູດ-ເຜົາ ຢູ່ສະຖານທີ່ຖິ້ມຂີ້ເຫຽື້ອຂອງເມືອງຫົງສາ ເພື່ອເປັນການປຸກຈິດສໍານຶກ ໃຫ້ແກ່ຜູ້ບໍລິໂພກ ແລະ ຜູ້ປະກອບການທຸລະກິດ ຕໍ່ການເຄົາລົບລະບຽບກົດໝາຍ ແນໃສ່ສົ່ງເສີມ ແລະ ປົກປ້ອງບັນດາຫົວໜ່ວຍທຸລະກິດການຄ້າ ທີ່ເຄື່ອນໄຫວຢ່າງຖືກຕ້ອງ ສອດຄ່ອງກັບລະບຽບກົດໝາຍ ໃຫ້ເປັນໄປຕາມກົນໄກເສດຖະກິດຕະຫຼາດ ທີ່ມີການດັດສົມຂອງລັດ ສົ່ງເສີມການຜະລິດສິນຄ້າ ປະກອບສ່ວນເຂົ້າໃນວຽກງານຄຸ້ມຄອງສິນຄ້າ ແລະ ປົກປ້ອງສິດ ຜົນປະໂຫຍດຂອງຜູ້ຊົມໃຊ້ຢູ່ໃນທົ່ວເມືອງ.
ແຫລ່ງຂ່າວ:
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ! | ຂ່າວທ້ອງຖິ່ນ | 2016-08-24T10:24:38+00:00 | https://laopost.com/?p=69899 |
ສຳລານ ປູພື້ນເສດຖະກິດ ຂອງຄອບຄົວດ້ວຍການປູກຝັງ-ລ້ຽງສັດ | ສຳລານ ພອຍພານິດ ຈາກຄົນທຳມະດາທີ່ຫາລ້ຽງຊີບດ້ວຍການເຮັດໄຮ່ເຮັດນາ ແລະລ້ຽງສັດເສີມບາງຄັ້ງຄາວກາຍມາເປັນຜູ້ໜຶ່ງທີ່ເຫັນຄວາມສຳຄັນຂອງການສ້າງຊີວິດຄອບຄົວ
ໃຫ້ດີຂຶ້ນດ້ວຍການຫັນເອົາການປູກຝັງ ແລະລ້ຽງສັດເປັນອາຊີບ ເພື່ອປູ ພື້ນເສດຖະກິດຂອງຄອບຄົວໃຫ້ ນັບມື້ດີຂຶ້ນ.
ທ່ານ ສຳລານ ພອຍພານິດ ປະຊາຊົນບ້ານຫີນລາດ ເມືອງສະ ໜາມໄຊ ແຂວງອັດຕະປື ໃຫ້ຮູ້ວ່າ: ເພີ່ນແມ່ນຜູ້ໜຶ່ງທີ່ມີອາຊີບເຮັດໄຮ່ເຮັດນາ ແລະປູກຝັງ-ລ້ຽງສັດ ເພື່ອຫາລ້ຽງຄອບຄົວ, ແຕ່ເວລາ ນັ້ນການເຮັດໄຮ່ເຮັດນາ ແລະລ້ຽງສັດ ເພື່ອຫວັງຈະສ້າງເສດຖະກິດ ຂອງຄອບຄົວໃຫ້ດີຂຶ້ນ ແຕ່ກໍໄດ້ ພຽງແຕ່ກຸ້ມກິນ ເພາະເຫັນວ່າຍັງ ມີຫຼາຍປັດໄຈທີ່ເຮັດໃຫ້ຄອບຄົວມີລາຍຮັບຕ່ຳເປັນຕົ້ນແມ່ນພື້ນຖານ ໂຄງລ່າງທີ່ສຳຄັນບໍ່ທັນໄດ້ຮັບ ການພັດທະນາເທົ່າທີ່ຄວນດຽວນີ້ ການພັດທະນາທາງພື້ນຖານໂຄງລ່າງກໍໄດ້ຮັບການພັດທະນາດີຂຶ້ນ ເຮັດໃຫ້ການໄປ-ມາ, ຄ້າຂາຍມີ ຄວາມສະດວກສະບາຍດ້ວຍເຫດນີ້ ເພິ່ນຈິ່ງຕັດສິນໃຈສູ້ຊົນໃນສິ່ງທີ່ຕົນມີ ແລະຄິດວ່າມີຄວາມຊຳນານ ເປັນຕົ້ນແມ່ນການປູກຝັງ-ລ້ຽງສັດ ເພື່ອສ້າງເສດຖະກິດຄອບຄົວ ໃຫ້ນັບມື້ດີຂຶ້ນ
ຕົກມາຮອດປີ 1991 ພາຍຫຼັງ ທີ່ລັດຖະບານໄດ້ສ້າງຊົນລະປະ ທານສຳເລັດ ເພື່ອອຳນວຍຄວາມ ສະດວກໃຫ້ກັບປະຊາຊົນໃນການ ຜະລິດເປັນສິນຄ້າ ເມື່ອເປັນແນວ ນັ້ນເພິ່ນຫັນມາເຮັດນາ 2 ລະດູຄື: ນາປີ ແລະນາແຊງຈຳນວນ 2 ເຮັກຕາ ໃນປີທຳອິດເຫັນວ່າຜົນ ຜະລິດເຂົ້ານາທັງສອງລະດູແມ່ນ ດີຂຶ້ນ ແລະຄອບຄົວຂອງເພິ່ນກໍມີ ພໍກິນ ແລະເຫຼືອກິນຈົນໄດ້ຂາຍ ກາຍມາເປັນທຶນ, ຈາກນັ້ນ ເພິ່ນຈິ່ງ ສຶບຕໍ່ຂະຫຍາຍເນື້ອທີ່ນາຕື່ມອີກ 2 ເຮັກຕາ ໃນປີຕໍ່ມາ, ພ້ອມທັງລົງ ທຶນລ້ຽງສັດໃຫຍ່-ນ້ອຍ ເປັນສິນ ຄ້າ ແລະຮຽນຮູ້ທັກສະໃໝ່ໆໃນ ການປູກ-ລ້ຽງ ໂດຍຕິດພັນກັບ ການໝູນໃຊ້ທ່າແຮງທີ່ມີຢູ່ໃນທຳມະຊາດ.
ທ່ານ ສຳລານ ພອຍພານິດ ຍັງໃຫ້ຮູ້ອີກວ່າ: ພາຍຫຼັງທີ່ເຫັນວ່າຕະຫຼາດມີຄວາມຕ້ອງການບໍລິໂພກເຂົ້າປາອາຫານນັບມື້ເພີ່ມຂຶ້ນ ເພິ່ນເລີຍຕັດສິນໃຈກູ້ຢືມເງິນນຳ ທະນາຄານຈຳນວນ 25 ລ້ານກີບ ເພື່ອຂະຫຍາຍເນື້ອທີ່ນາ ແລະລົງ ທຶນລ້ຽງສັດເພີ່ມຕື່ມອີກ, ມາຮອດ ປະຈຸບັນ ຄອບຄົວຂອງເພິ່ນມີລາຍ ຮັບໃນແຕ່ລະປີຈາກການຂາຍເຂົ້າ ແລະລ້ຽງສັດເປັນສິນຄ້າ ຈຳນວນ ທັງໝົດ 70 ລ້ານກວ່າກີບ, ພ້ອມ ນັ້ນ ເພິ່ນຍັງເອົາເງິນທີ່ໄດ້ເປັນທຶນ ການສຶກສາໃຫ້ກັບລູກໆ ແລະຊື້ ລົດ ເພື່ອຮັບໃຊ້ການຜະລິດເປັນ ຕົ້ນຊື້ລົດຮຸ່ນໄດ 1 ຄັນ, ລົດໄຖນາ ນ້ອຍ 1 ຄັນ, ໂຮງສີ 1 ເຄື່ອງ, ລົດ ຈັກ 4 ຄັນ ແລະປຸກເຮືອນໄດ້ 3 ຫຼັງ.
ທັງໝົດນັ້ນ ແມ່ນໝາກຜົນຂອງຄອບຄົວ ສຳລານ ພອຍພານິດ ທີ່ເພິ່ນໄດ້ພະຍາຍາມບຸກບືນສູ້ຊົນເອົາຕົນເອງ ແລະຄອບຄົວ ຫຼຸດພົ້ນອອກຈາກຄວາມທຸກຍາກຈາກເມື່ອກ່ອນການປະກອບອາຊີບກໍພຽງແຕ່ກຸ້ມຢູ່ກຸ້ມກິນ, ແຕ່ດຽວນີ້ ເພິ່ນໄດ້ກາຍເປັນຜູ້ໜຶ່ງທີ່ ສາມາດສ້າງຊີວິດໃໝ່ໃຫ້ກັບຄອບຄົວ ແລະຍັງເປັນຕົວແບບໃຫ້ຫຼາຍໆຄອບຄົວພາຍໃນບ້ານເອົາເປັນແບບຢ່າງໃນການຜັນຕົນເອງ ອອກຈາກຄວາມທຸກ.
ຂ່າວຈາກ: ເສດຖະກິດ-ສັງຄົມ | ຂ່າວພາຍໃນ | 2016-05-04T08:03:07+00:00 | https://laopost.com/?p=55839 |
ພະຍາກອນອາກາດ ປະຈຳວັນທີ 19 ເມສາ 2017 | ກົມອຸຕຸນິຍົມ ແລະອຸທົກກະສາດ ລາຍງານສະພາບອາກາດ ປະຈຳວັນທີ 19 ເມສາ 2017 ຄວາມກົດດັນຕ່ຳຂອງອາກາດຮ້ອນຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງປານກາງ, ສົມທົບກັບກະແສລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫ່ຍ, ຊຶ່ງລັກສະນະເຊັ່ນນີ້ຈະເຮັດໃຫ້ອາກາດຮ້ອນຫາຮ້ອນເອົ້າໂດຍສະເພາະຢູ່ແຂວງພາກເໜືອດ້ານຕາເວັນຕົກລົງຫາພາກກາງ ແລະ ພາກໃຕ້ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປ ແລະ ມີຝົນຕົກໃນລະດັບຄ່ອຍເປັນບາງໂອກາດພ້ອມມີລົມພັດແຮງເປັນບາງຢູ່ບາງຖິ່ນໃນທ້າຍຕອນບ່າຍຫາຄໍ່າ.
ສະພາບອາກາດ ແຂວງພາກເໜືອ ດ້ານຕາເວັນອອກ
ສະພາບອາກາດ ແຂວງພາກເໜືອ ດ້ານຕາເວັນຕົກ
ສະພາບອາກາດ ແຂວງພາກກາງ
ສະພາບອາກາດ ແຂວງພາກໃຕ້ | ຂ່າວເຫດການ | 2017-04-19T10:25:39+00:00 | https://laopost.com/?p=88718 |
ແຈ້ງການປະມູນລົດແບບເປີດກວ້າງເລີ່ມຂາຍຊອງປະມູນແຕ່ວັນທີ 5-25 ພຶດສະພານີ້ | ຫ້ອງການກະຊວງການເງິນ, ອອກແຈ້ງການປະມູນລົດແບບເປີດກວ້າງ ສະບັບເລກທີ 0606/ຫກງ, ລົງວັນທີ 23 ມີນາ 2020 ເຖິງ: ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງຕ່າງໆທີ່ມີຄວາມສົນໃຈໃນການປະມູນພາຫະນະເກົ່າ, ສາມາດເຂົ້າມາເບີ່ງລົດຕົວຈິງ ແລະ ຊື້ຊອງປະມູນໄດ້ທີ່ພະແນກຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ກົມຄຸ້ມຄອງຊັບສິນຂອງລັດ ກະຊວງການເງິນ ໃນໂມງລັດຖະການ (ພາກເຊົ້າເວລາ 9:00 ໂມງ – 11:00 ໂມງ, ພາກບ່າຍ 14:00 ໂມງ – 16:00 ໂມງ).
ເລີ່ມການຂາຍຊອງປະມູນນັບແຕ່ວັນທີ 5 ພຶດສະພາ 2020 ຫາ ວັນທີ 25 ພຶດສະພາ 2020 (ວັນ ແລະ ເວລາລັດຖະການ) ແລະ ມື້ເປີດຊອງປະມູນໂດຍຊ້ອງໜ້າຄະນະກຳມະການ ແລະ ຜູ້ເຂົ້າຮ່ວມປະມູນໃນວັນທີ 26 ພຶດສະພາ 2020 ທີ່ ກະຊວງການເງິນ.
ຮຽບຮຽງຂ່າວ: ພຸດສະດີ | ຂ່າວທ້ອງຖິ່ນ | 2020-05-08T13:56:28+00:00 | https://laopost.com/?p=119039 |
ລັດຖະມົນຕີກະຊວງ ຍທຂ ຕ້ອນຮັບປະທານ ທະນາຄານ ພັດທະນາອາຊີ | ສຳນັກຂ່າວສານປະເທດລາວລາຍງານ ເມື່ອວັນທີ 14 ມີນາ 2017 ວ່າ ທີ່ ກະຊວງໂຍທາທິການ ແລະ ຂົນສົ່ງ ທ່ານ ບຸນຈັນ ສີນທະວົງ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ບຳບັງ ຊູຊານໂຕໂມ (Bambang Susantono) ຮອງປະທານ ທະນາຄານພັດທະນາອາຊີ(ADB) ເນື່ອງໃນໂອກາດ ທີ່ໄດ້ເດີນທາງເຂົ້າຮ່ວມກອງປະຊຸມ ຂົນສົ່ງແບບຍືນຍົງ ແລະ ເປັນມິດຕໍ່ສິ່ງແວດລ້ອມ ທີ່ນະຄອນຫລວງວຽງຈັນ.
ໃນໂອກາດດັ່ງກ່າວ, ທ່ານ ບຸນຈັນ ສີນທະວົງ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍຕໍ່ການເດີນທາງ ມາຢ້ຽມຢ້າມໃນຄັ້ງນີ້, ເຊິ່ງສອງຝ່າຍໄດ້ປຶກສາຫາລືການຮ່ວມມືກັນ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ກັບ ທະນາຄານພັດທະນາອາຊີ ໃນໄລຍະຜ່ານມາ ເປັນຕົ້ນ ການປ່ຽນແປງສະພາບດິນຟ້າອາກາດ ທີ່ມີຜົນກະທົບຕໍ່ການກໍ່ສ້າງເສັ້ນທາງ, ການອອກແບບເສັ້ນທາງໃນອະນາຄົດ ເຊິ່ງການກໍ່ສ້າງເສັ້ນທາງ ອາດຈະຕ້ອງຄິດໄລ່ບັນຫາການປ່ຽນແປງ ຂອງສະພາບດິນຟ້າອາກາດ ພ້ອມຈະສືບຕໍ່ການຮ່ວມມືໃນຕໍ່ໜ້າ.
ໃນວັນດຽວກັນ, ທ່ານ ບຸນຈັນ ສີນທະວົງ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ກໍໄດ້ໃຫ້ກຽດຕ້ອນຮັບການ ເຂົ້າຢ້ຽມຂ່ຳນັບ ທ່ານ Ramesh Lekhak ລັດຖະມົນຕີ ກະຊວງພື້ນຖານໂຄງລ່າງ ແລະ ການຂົນສົ່ງ ແຫ່ງ ປະເທດເນປານ ເນື່ອງໃນໂອກາດທີ່ໄດ້ເຂົ້າຮ່ວມ ກອງປະຊຸມຂົນສົ່ງແບບຍືນຍົງ ແລະ ເປັນມິດຕໍ່ສິ່ງແວດລ້ອມ ທີ່ໄດ້ຈັດຂຶ້ນໃນວັນທີ 14 ມີນາ 2017 ນີ້ ທີ່ນະຄອນຫລວງວຽງຈັນ ເຊັ່ນດຽວກັນ. | ຂ່າວທ້ອງຖິ່ນ | 2017-03-15T09:22:51+00:00 | https://laopost.com/?p=86808 |
ໃນໜຶ່ງປີ ຊາວເຊກອງ ມີລາຍຮັບຕໍ່ຄົນ11 ລ້ານກີບ | ໃນໜຶ່ງປີຜ່ານມາແຂວງເຊກອງໄດ້ສຸມໃສ່ການພັດທະນາເສດຖະກິດ-ສັງຄົມຕາມທ່າແຮງ ທີ່ບົ່ມຊ້ອນ ໂດຍສະເພາະການ ຜະລິດກະສິກຳ, ອຸດສາຫະກຳ ແລະການບໍລິການ ຊຶ່ງບັນດາທ່າແຮງດັ່ງກ່າວໄດ້ເປັນສິ່ງທີ່ດຶງດູດເອົາບັນດາໂຄງການລົງທຶນຂອງລັດ, ເອກະຊົນພາຍໃນ ແລະຕ່າງປະເທດເຂົ້າມາພັດທະນາເຮັດໃຫ້ເສດຖະກິດ-ສັງຄົມຂອງແຂວງເຊກອງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.
ອີງຕາມຂໍ້ມູນລາຍງານຂອງພະແນກແຜນການ ແລະການລົງທຶນແຂວງເຊກອງໃຫ້ຮູ້ວ່າ: ການພັດທະນາ ເສດຖະກິດ-ສັງຄົມ ໃນສົກປີ 2015-2016 ຂອງແຂວງເຊກອງ ອັດຕາການຂະຫຍາຍຕົວມີທ່າອຽງດີຂຶ້ນໃນລະດັບ 11% ລວມຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ຫົວຄົນບັນລຸໄດ້ 11 ລ້ານກວ່າກີບ ຫຼື ປະມານ 1.389 ໂດລາ ໃນນັ້ນຂະແໜງກະສິກຳເພີ່ມຂຶ້ນ 8,1% ກວມ 38%, ອຸດສາຫະກຳເພີ່ມຂຶ້ນ 10,2% ກວມ 22,2% ແລະຂະ
ແໜງການບໍລິການເພີ່ມຂຶ້ນ 14,8% ກວມເອົາ 39,8% ຂອງ ຈີດີພີ, ສ່ວນການເກັບລາຍຮັບເຂົ້າງົບປະມານສະເພາະພູດຂອງແຂວງປະຕິບັດໄດ້ 68,55 ຕື້ກີບ ເທົ່າກັບ 122,74% ທຽບໃສ່ແຜນການປີລື່ນແຜນ 12,74%, ການຈັດຕັ້ງປະຕິບັດລາຍຈ່າຍໄດ້ 375,11 ຕື້ກີບ ບັນລຸໄດ້ 94,76% ຂອງແຜນການ.
ນອກນີ້ຍັງສາມາດຜະລິດເຂົ້າ ໄດ້ທັງໝົດ 46.682 ໂຕນ ປະຕິບັດໄດ້ 80,5% (ແຜນ 58 ພັນໂຕນ), ເກັບກ່ຽວຜົນຜະລິດກາເຟ 40.944 ໂຕນ ບັນລຸໄດ້ເກີນແຜນ 34,9%, ປູກພືດສະບຽງອາຫານໄດ້ 6.213 ເຮັກຕາ ຜົນ ຜະລິດ 38.239 ໂຕນ ທຽບໃສ່ປີກ່ອນເນື້ອທີ່ເພີ່ມຂຶ້ນ 29%, ສົ່ງເສີມຜູ້ປະກອບການ ແລະປະຊາຊົນຫັນໄປສູ່ການປູກພືດ ແລະການລ້ຽງສັດແບບເປັນຟາມ ໂດຍຄວາຍໄດ້ເພີ່ມຂຶ້ນ 1,2%, ງົວ 14%, ໝູ 18%, ແບ້ 16%, ສັດ ປີກ 14%, ພ້ອມທັງໄດ້ສັກຢາກັນພະຍາດສັດລ້ຽງໄດ້ 1,4 ລ້ານໂຕ.
ພ້ອມດຽວກັນນີ້ ຍັງໄດ້ສຸມໃສ່ການພັດທະນາຊົນນະບົດ ແລະລົບລ້າງຄວາມທຸກຍາກ ໂດຍມີໂຄງການລົງທຶນຂອງລັດເຂົ້າໃສ່ ທັງໝົດ 53 ໂຄງການ ມູນຄ່າ 5,5 ຕື້ກີບ ໃນນັ້ນພັດທະນາຊົນນະບົດ ແລະລົບລ້າງຄວາມທຸກ ຍາກມີ 42 ໂຄງການ ມູນຄ່າ 4 ຕື້ກີບ, ທຶນຈັດສັນພູມລຳເນົາ ແລະບ່ອນທຳມາຫາກິນແບບຖາວອນ 11 ໂຄງການມູນຄ່າ 1,5 ຕື້ກີບ ປະຈຸບັນສາມາດຈັດຕັ້ງປະຕິບັດໄດ້ສຳເລັດ 100% ເຮັດໃຫ້ປະຊາຊົນມີຊີວິດການເປັນຢູ່ດີຂຶ້ນເທື່ອລະກ້າວ, ຄອບຄົວທຸກຍາກໄດ້ຫຼຸດລົງຍັງເຫຼືອພຽງ 2.085 ຄອບຄົວ ກວມເອົາ 10%, ບ້ານທຸກຍາກຍັງເຫຼືອ 55 ບ້ານ ກວມ 27,5%.
ສຳລັບການນຳເຂົ້າ ແລະສົ່ງອອກສິນຄ້າແມ່ນໄດ້ມີລັກສະນະຫຼຸດລົງ ໂດຍການນຳເຂົ້າສິນຄ້າ ໜຶ່ງປີຜ່ານມາມີມູນຄ່າທັງໝົດ 132 ຕື້ກີບ ປະມານ 16,5 ລ້ານໂດລາ ເທົ່າກັບ 48% ຂອງແຜນການ (ແຜນ 34,4 ລ້ານໂດລາ) ການນຳເຂົ້າວັດສະດຸກໍ່ສ້າງກວມ 59,4%, ອຸປະກອນຮັບໃຊ້ການຜະລິດ 37,16%, ການສົ່ງອອກສິນຄ້າບັນລຸໄດ້ພຽງ 328 ຕື້ກວ່າກີບ ຫຼື ປະມານ 41,1 ລ້ານໂດລາ ເທົ່າກັບ 57,4% (ແຜນ 71,6 ລ້ານໂດລາ) ຊຶ່ງການສົ່ງອອກສ່ວນໃຫຍ່ແມ່ນພະລັງງານໄຟຟ້າກວມ 88,29%, ຜະລິດຕະພັນກະສິກຳກວມ 7,39%, ຜະລິດຕະພັນໄມ້ ກວມ 3,59% ແລະສິນຄ້າອື່ໆທີ່ສົ່ງອອກຕາມຊາຍແດນກວມ 0,73% ຂອງມູນຄ່າການສົ່ງອອກທັງໝົດ.
ຂະນະທີ່ດ້ານການລົງທຶນສາມາດຈັດຕັ້ງປະຕິບັດສຳເລັດ 100% ໂດຍລວມມີ ທັງໝົດ 249 ໂຄງການ ມູນຄ່າລວມ 203,2 ຕື້ກີບ ໃນນີ້ມີທຶນຕ່າງປະເທດ 10 ໂຄງການ ມູນຄ່າ 47,4 ຕື້ກີບ, ທຶນພາຍໃນ 239 ໂຄງການ ມູນຄ່າ 115,8 ຕື້ກີບ, ສຳລັບແຫລ່ງທຶນພາຍໃນປະກອບມີທຶນປົກກະຕິຂອງແຂວງ 169 ໂຄງການ ມູນຄ່າ 43 ຕື້ກີບ, ທຶນໂຄງການສະເພາະຂອງສູນກາງ 11 ໂຄງການ ມູນຄ່າ 66,5 ຕື້ກີບ, ທຶນພັດທະນາຊົນນະບົດ ແລະລົບລ້າງຄວາມທຸກຍາກ 42 ໂຄງການ ມູນຄ່າ 4 ຕື້ກີບ, ທຶນຈັດສັນພູມລຳເນົາ ແລະບ່ອນທຳມາຫາກິນຖາວອນ 11 ໂຄງການ ມູນຄ່າ 1,5 ຕື້ກີບ ແລະທຶນຟື້ນຟູຊົນລະປະທານ 6 ໂຄງການ ມູນຄ່າ 800 ລ້ານກວ່າກີບ.
ຂ່າວ: ເສດຖະກິດ-ສັງຄົມ | ຂ່າວທ້ອງຖິ່ນ | 2016-11-02T14:03:19+00:00 | https://laopost.com/?p=74857 |
ອົງການອະນາໄມໂລກເຕືອນ! “ເງິນສົດ” ອາດເປັນສື່ກາງແຜ່ກະຈາຍໂຄວິດ-19 | Money-Kip
ອົງການອະນາໄມໂລກເຕືອນວ່າ ເງິນສົດ ອາດເປັນສື່ກາງທີ່ເຮັດໃຫ້ເກີດການຕິດໄວຣັສໂຄໂຣນາ ຫຼື ໂຄວິດ-19 ເຊິ່ງສາມາດແຜ່ກະຈາຍໄດ້ຢ່າງໄວວາ ເພາະເຊື້ອໄວຣັສໂຄໂຣນາດັ່ງກ່າວສາມາດເກາະຢູ່ທີ່ຜິວສຳພັດຂອງທະນະບັດໄດ້ດົນຫຼາຍມື້.
ໂຄສົກຂອງອົງການອະນາໄມໂລກ ຍັງໃຫ້ສຳພາດກັບສື່ອັງກິດຊື່ ເທເລກຣາຟ ວ່າ ເງິນປ່ຽນມືເລື້ອຍໆ ແລະ ສາມາດພາແບັກທີເຣຍ ແລະ ໄວຣັສຫຼາຍຊະນິດນໍາອີກດ້ວຍ ຈຶ່ງແນະນຳໃຫ້ລ້າງມືທຸກຄັ້ງຫຼັງສຳພັດກັບທະນະບັດ ແຕ່ທາງທີ່ດີຄວນຫັນມາໃຊ້ຈ່າຍເງິນຜ່ານໂທລະສັບມືຖື ຫຼື ວິທີອື່ນໆ ທີ່ບໍ່ຕ້ອງສຳຜັດເງິນ.
ດ້ານເຈົ້າໜ້າທີ່ລັດໃນປະເທດຈີນ ແລະ ເກົາຫຼີໃຕ້ທີ່ມີການແຜ່ລະບາດຂອງໂຄວິດ-19 ຢ່າງໄວວາ ກໍ່ໄດ້ນຳທະນະບັດໄປເຂົ້າລະບົບຂ້າເຊື້ອດ້ວຍລັງສີອຸລຕຣາໄວໂອເລດ ຫຼື ມີອຸນຫະພູມຮ້ອນ ຈາກນັ້ນເກັບທະນະບັດໄວ້ດົນເຖິງ 14 ວັນກ່ອນນຳເຂົ້າສູ່ລະບົບໄປໃຊ້ງານອີກຄັ້ງ.
ໃນຂະນະດຽວກັນທະນາຄານອັງກິດ ກໍ່ຍອມຮັບວ່າ ທະນະບັດອາດເປັນພາຫະນະຂອງແບັກທີເຣຍ ແລະ ໄວຣັສຫຼາຍຊະນິດ ແຕ່ກໍ່ຍັງບໍ່ອອກມາດຕະການໃດໆຄ້າຍກັບຈີນ ແລະ ເກົາຫຼີໃຕ້.
ຮຽບຮຽງຂ່າວ: ພຸດສະດີ | ຂ່າວຕ່າງປະເທດ | 2020-03-10T15:17:20+00:00 | https://laopost.com/?p=117307 |
ກະຊວງສາທາລະນະສຸກ ເຜີຍແຜ່ເນື້ອໃນ ສົນທິສັນຍາວ່າດ້ວຍການຄວບຄຸມຢາສູບ ໃຫ້ພະນັກງານ-ລັດຖະກອນ | ກະຊວງສາທາລະນະສຸກ ກອງເລຂາຄະນະກໍາມະການແຫ່ງຊາດເພື່ອການຄວບຄຸມຢາສູບ ຮ່ວມກັບ ອົງການອະນາໄມໂລກ ປະຈໍາ ສປປ.ລາວ ແລະ ສະມາພັນຄວບຄຸມຢາສູບອາຊຽນ ໄດ້ຈັດກອງປະຊຸມເຜີຍແຜ່ເນື້ອໃນຂອງມາດຕາ 5.3 ສົນທິສັນຍາວ່າດ້ວຍການຄວບຄຸມຢາສູບ ໃຫ້ແກ່ພະນັກງານ ລັດຖະກອນ ແລະ ກົມກອງອ້ອມຂ້າງ ກະຊວງສາທາລະນະສຸກ ເພື່ອສ້າງຄວາມຮັບຮູ້ ຄວາມເຂົ້າໃຈ ແນວທາງນະໂຍບາຍສົ່ງເສີມສຸຂະພາບ ແລະ ປະຕິບັດພັນທະສົນທິສັນຍາສາກົນ ໃຫ້ມີປະສິດທິພາບ.
ກອງປະຊຸມເຜີຍແຜ່ດັ່ງກ່າວໄດ້ຈັດຂຶ້ນໃນຕອນບ່າຍວັນທີ 21 ເມສາ 2016 ທີ່ຫ້ອງປະຊຸມໃຫຽ່ ກະຊວງສາທາລະນະສຸກ ໂດຍການເຂົ້າຮ່ວມຂອງທ່ານ ດຣ.ເນົາ ບຸດຕາ ຫົວໜ້າຫ້ອງການກະຊວງສາທາລະນະສຸກ ທ່ານ ດຣ. ພັດ ເກິ່ງຊາເນດ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ມີຊ່ຽວຊານ ວິທະຍາກອນຈາກກອງເລຂາຄະນະກໍາມະການແຫ່ງຊາດເພື່ອການຄວບຄຸມຢາສູບ ພະນັກງານ ລັດຖະກອນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຫົວໜ້າຫ້ອງການກະຊວງສາທາລະນະສຸກ ໄດ້ກ່າວວ່າ ຢາສູບແມ່ນຜະລິດຕະພັນເສບຕິດ ຜູ້ທີ່ສູບເປັນປະຈໍາມີຄວາມສ່ຽງທີ່ຈະເປັນພະຍາດຊໍາເຮື້ອ ເປັນຕົ້ນ ມະເຮັງປອດ ປອດອັດຕັນຊໍາເຮື້ອ ພະຍາດຫົວໃຈ ເສັ້ນເລືອດໃນສະໝອງແຕກ ແລະ ນໍາໄປສູ່ການເສຍຊີວິດກ່ອນໄວອັນຄວນ ທີ່ຮ້າຍແຮງໄປກວ່ານັ້ນແມ່ນຜູ້ຢູ່ອ້ອມຂ້າງທີ່ສູດດົມເອົາຄວັນກໍມີຄວາມສ່ຽງຈະເປັນພະຍາດຮ້າຍແຮງເຊັ່ນດຽວກັບຜູ້ສູບ ສປປ.ລາວ ໄດ້ໃຫ້ຄວາມສໍາຄັນຕໍ່ການຄວບຄຸມການບໍລິໂພກຢາສູບ ໂດຍລັດຖະບານໄດ້ຮັບຮອງ ແລະ ໃຫ້ສັດຕະຍາບັນສົນທິສັນຍາສາກົນວ່າດ້ວຍການຄວບຄຸມຢາສູບແຕ່ປີ 2006 ທີ່ມີ 180 ປະເທດທົ່ວໂລກໃຫ້ສັດຕະຍາບັນດັ່ງກ່າວ ເຊິ່ງໃນມາດຕາ 5.3 ຂອງສົນທິສັນຍາວ່າດ້ວຍການຄວບຄຸມຢາສູບ ກໍໄດ້ລະບຸວ່າ ປະເທດພາຄີຕ້ອງປົກປ້ອງນະໂຍບາຍສາທາລະນະສຸກຈາກອິດທິພົນ ແລະ ການແຊກແຊງຂອງອຸດສາຫະກໍາຢາສູບ ແລະ ຈໍາກັດໃຫ້ມີການພົວພັນສະເພາະໃນໜ້າວຽກທີ່ຈໍາເປັນເທົ່ານັ້ນ ແລະ ຫາກຈໍາເປັນຕ້ອງພົວພັນ ແມ່ນຕ້ອງມີຄວາມໂປ່ງໃສ ແລະ ເປີດເຜີຍຕໍ່ສາທາລະນະຊົນໄດ້ຮັບຊາບ.
ຂະນະທີ່ທ່ານ ດຣ. ພັດ ເກິ່ງຊາເນດ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ກໍໄດ້ໃຫ້ຮູ້ວ່າ ຢາສູບແມ່ນຜະລິດຕະພັນສິນຄ້າດຽວທີ່ຍັງຖືກກົດໝາຍ ແລະ ຂ້າຊີວິດຂອງຜູ້ບໍລິໂພກປະມານເຄິ່ງນຶ່ງທີ່ຊົມໃຊ້ເປັນປະຈໍາ ດັ່ງນັ້ນ ຕ້ອງມີການຄວບຄຸມການບໍລິໂພກ ເຊິ່ງປັດຈຸບັນ ໃນທົ່ວໂລກມີຄົນເສຍຊີວິດຍ້ອນຢາສູບປີລະ 6 ລ້ານຄົນ ສໍາລັບຢູ່ພາກພື້ນອາຊີ-ປາຊີຟິກ ໃນທຸກ 1 ນາທີ ມີຄົນເສຍຊີວິດຍ້ອນຢາສູບ ປະມານ 2 ຄົນ ສ່ວນຢູ່ ສປປ.ລາວ ອົງການອານາໄມໂລກ ໄດ້ຄາດຄະເນວ່າ ຄົນລາວ ເສຍຊີວິດຍ້ອນຢາສູບປີລະ 4.807 ຄົນ ຫຼື ມື້ລະ 13 ຄົນ.
ຂ່າວຈາກ: ວິທະຍຸ-ໂທລະພາບນະຄອນຫຼວງ | ຂ່າວທ້ອງຖິ່ນ | 2016-04-24T08:39:42+00:00 | https://laopost.com/?p=54570 |
ຄບຕ ນະຄອນຫຼວງ ເກັບຂີ້ເຫຍື້ອໜຶ່ງປີເກືອບ 80 ພັນໂຕນ | ໃນປີ 2018 ຜ່ານມາ ກອງບໍລິການຂົນສົ່ງຂີ້ເຫຍື່ອ ຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງ ນະຄອນຫຼວງວຽງຈັນ (ຄບຕ) ເກັບມ້ຽນຂີ້ເຫຍື້ອຈາກຄົວເຮືອນ ແລະ ສໍານັກງານຕ່າງໆ ໄດ້ 14.949 ຖ້ຽວ ຈໍານວນ 79.569 ໂຕນ, ຂົ່ນສົ່ງຂີ້ເຫຍື້ອສາທາລະນະເສັ້ນທາງ 21 ເສັ້ນ ແລະ ສວນສາທາລະນາ 639 ຖ້ຽວ. ໃນແຜນການຕໍ່ໜ້າຈະຂະຫຍາຍການບໍລິການລູກຄ້າຜູ້ໃຊ້ບໍລິການໃນຂອບເຂດຄວາມຮັບຜິດຊອບໃຫ້ໄດ້ 10%/ປີ.
ທ່ານ ສອນທະວີ ພິມມະສານ ຫົວໜ້າກອງບໍລິການຂົນສົ່ງຂີ້ເຫຍື່ອ ຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງ ນະຄອນຫຼວງວຽງຈັນ (ຄບຕ) ກ່າວໃນພິທີສະຫຼຸບຜົນງານປະຈໍາປີ 2018 ວ່າ: ໃນ 1 ປີຜ່ານມາ ກອງຄຸ້ມຄອງຂີ້ເຫຍື້ອໄດ້ວາງແຜນເດີນລົດ (ເປັນແຕ່ລະເຂດ) ເພື່ອເກັບມ້ຽນຂີ້ເຫຍື້ອຈາກຄົວເຮືອນ ແລະ ສໍານັກງານຕ່າງໆ ໄດ້ 14.949 ຖ້ຽວ ຈໍານວນ 79.569 ໂຕນ, ຂົ່ນສົ່ງຂີ້ເຫຍື້ອສາທາລະນະຕາມເສັ້ນທາງ 21 ເສັ້ນ ແລະ ສວນສາທາລະນາ 639 ຖ້ຽວ, ຂົນສົ່ງຂີ້ເຫຍື້ອຂະບວນການອອກແຮງງານ 62 ຖ້ຽວ ດ້ວຍແຮງງານ 252 ຄົນ. ນອກນັ້ນ, ໄດ້ເກັບມ້ຽນຂີ້ເຫຍື້ອໄປຖອກຢູ່ສະໜາມແຕ່ລະວັນ ຈາກພາກສ່ວນຕ່າງໆ 29.053 ຖ້ຽວ 108.024 ໂຕນ, ຈູດທໍາລາຍຂີ້ເຫຍື້ອຕິດເຊື້ອ 129.041 ກິໂລກຣາມ, ຝັງຂີ້ເຫຍື້ອຕິດເຊື້ອ 232 ຖ້ຽວເທົ່າກັບ 170.450 ກິໂລກຣາມ, ແກ່ດິນແດງຖົມຂີ້ເຫຍື້ອ 5.369 ຖ້ຽວເທົ່າກັບ 37.587 ແມັດກ້ອນ.
ສໍາລັບແຜນພັດທະນາຕໍ່ໜ້າ ຈະເອົາໃຈໃສ່ປັບປຸງຂອດການບໍລິການໃຫ້ດີຂຶ້ນ ເພື່ອຮັບປະກັນຄວາມສະອາດໃນຂອບເຂດບໍລິການ ໂດຍສະເພາະລະບົບການຈັດຕັ້ງລົດຂົນສົ່ງຕາມຮູບແບບບໍລິການໃໝ່ ແລະ ຖືກຕ້ອງຕາມເວລາການນັດໝາຍ, ສຶບຕໍ່ປັບປຸງສະໜາມຂີ້ເຫຍື້ອຫຼັກ 32 ໃຫ້ຖືກຕ້ອງຕາມມາດຕະຖານເຕັກນິກໃນການຝັງຂີ້ເຫຍື້ອ, ສ້ອມແປງທາງເຂົ້າຖອກຂີ້ເຫຍື້ອໃຫ້ສະດວກ, ຄົ້ນຄວ້າປ້ອງກັນອັກຄີໄພບໍ່ໃຫ້ເກີດໄຟໄໝ້ສະໜາມຂີ້ເຫຍື້ອ, ເອົາໃຈໃສ່ຂະຫຍາຍບໍລິການລູກຄ້າຜູ້ໃຊ້ບໍລິການໃນຂອບເຂດຄວາມຮັບຜິດຊອບໃຫ້ໄດ້ 10%/ປີ ພ້ອມທັງເອົາໃຈໃສ່ເກັບມ້ຽນຂີ້ເຫຍື້ອສາທາລະນະໃຫ້ມີຄວາມສະອາດ.
ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ
ແຫຼ່ງຂໍ້ມູນຈາກ: ໜັງສືພິມວຽງຈັນໃໝ່
ຮູບພາບຈາກ: laophatthananews.blogspot.com | ຂ່າວພາຍໃນ | 2019-01-11T10:17:58+00:00 | https://laopost.com/?p=109269 |
ເຫຼົ່າຮົບຊ່າງແສງ ກອງທັບປະຊາຊົນລາວ ຍາດໄດ້ທີ 2 ກີລາການທະຫານ | ໜັງສືພິມວຽງຈັນໃໝ່ ລາຍງານວ່າ ທັບນັກກິລາເຫຼົ່າຮົບຊ່າງແສງ ກອງທັບປະຊາຊົນລາວ ສ້າງຜົນງານໄດ້ຢ່າງໂດດເດັ່ນ ຫຼັງສາມາດຍາດອັນດັບ 2 ມາຄອງໄດ້ເລັດ ເປັນຮອງພຽງທີມເຫຼົ່າຮົບຊ່າງແສງຣັດເຊຍ ເຈົ້າພາບ ແລະ ເບຣາຣຸດ ອັນດັບທີ 1 ຮ່ວມ ຫຼັງມີຄະແນນເທົ່າກັນ ໃນການແຂ່ງຂັນກີລາການທະຫານ ປະຈຳປີ 2020 ຫຼື ARMY GAMES 2020 ທີ່ປະເທດຣັດເຊຍ ເປັນເຈົ້າພາບ.
ການແຂ່ງຂັນກີລາການທະຫານ ປະຈຳປີ 2020 ຮອບຊີງຊະນະເລີດ ການນຳໃຊ້ພາຫະນະຊ່າງແສງຮັບປະກັນສູ້ຮົບ ໄດ້ຈັດຂຶ້ນໃນວັນທີ 28 ສິງຫາ 2020 ຢູ່ສະໜາມແຂ່ງຂັນຂອງກອງພົນນ້ອຍຊ່າງແສງ ກອງທັບສະຫະພັນຣັດເຊຍ ທີ່ເມືອງໂວນກາກຼາດ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພົນຈັດຕະວາ ສະເມຍຊະໂກ ຮອງຫົວໜ້າເຫຼົ່າຮົບຊ່າງແສງກຳລັງປະກອບອາວຸດ ສະຫະພັນຣັດເຊຍ ມີຄະນະນຳ ຄູເຝິກ ນັກກີລາ ແລະ ກອງເຊຍຈາກ 6 ປະເທດເຂົ້າຮ່ວມ.
ການແຂ່ງຂັນຮອບຊີງຊະນະເລີດ ໄດ້ແຂ່ງຂັນການນຳໃຊ້ພາຫະນະຊ່າງແສງຮັບປະກັນສູ້ຮົບ ໂດຍມີ 6 ປະເທດເຂົ້າຮ່ວມແຂ່ງຂັນຄື: ຣັດເຊຍ (ເຈົ້າພາບ) ເບຣາຣຸດ ມົງໂກລີ ອູສະເບັກກິດສະຖານ ປາກິດສະຖານ ແລະ ສປປ ລາວ ໃນນີ້ ເຫຼົ່າຮົບຊ່າງແສງກອງທັບປະຊາຊົນລາວ ໄດ້ສົ່ງ 6 ປະເພດພາຫະນະເຂົ້າຮ່ວມ ແຂ່ງຂັນເຊັ່ນ: ລົດຂຸດຂຸມຄອງ ລົດສ້າງສິ່ງກີດຂວາງແຕກ ລົດສ້າງສິ່ງກີດຂວາງບໍ່ແຕກ ລົດດຸດ ລົດທຳລາຍສິ່ງກີດຂວາງ ແລະ ລົດເຮືອ ຜ່ານການແຂ່ງຂັນ ຜົນປາກົດວ່າ: ລາງວັນທີ I ມີຄະແນນລວມສະເໝີກັນ ແມ່ນທີມເຫຼົ່າຮົບຊ່າງແສງຣັດເຊຍ ແລະ ປະເທດເບຣາຣຸດ ແລະ ລາງວັນຮອງຊະນະເລີດ ແມ່ນທີມເຫຼົ່າຮົບຊ່າງແສງ ກອງທັບປະຊາຊົນລາວ.
ນອກຈາກນັ້ນ ນັກກີລາເຫຼົ່າຮົບຊ່າງແສງ ກອງທັບປະຊາຊົນລາວ ຍັງຖືກຄັດເລືອກໃຫ້ເປັນນັກຂັບຂີ່ດີເດັ່ນ 2 ສະຫາຍ ໃນປະເພດລົດທຳລາຍສິ່ງກີດຂວາງ ໂອກາດດັ່ງກ່າວ ສະຫາຍ ພົນຈັດຕະວາ ສະເມຍຊະໂກ ກໍໄດ້ເປັນກຽດປະດັບຫຼຽນມິດຕະພາບໃຫ້ແກ່ບັນດານັກກີລາແຕ່ລະທີມ ທີ່ໄດ້ເຮັດສຳເລັດໜ້າທີ່ໃນການແຂ່ງຂັນຄັ້ງນີ້ ພ້ອມທັງມອບລາງໃຫ້ທີມທີ່ຊະນະເລີດ ແລະ ຮອງຊະນະເລີດຢ່າງສົມກຽດ.
ຮຽບຮຽງຂ່າວ: ພຸດສະດີ | ຂ່າວທ້ອງຖິ່ນ | 2020-09-02T15:07:23+00:00 | https://laopost.com/?p=121148 |
ໂຄງການລາວທ່ຽວລາວຈະເປີດເປັນທາງການໃນຕົ້ນເດືອນກໍລະກົດນີ້ | ສະພາການຄ້າແລະອຸດສາຫະກຳແຫ່ງຊາດລາວ ແລະ ສະມາຄົມຮ້ານອາຫານ ແລະ ໂຮງແຮມໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມວຽງຈັນທາຍໃນວັນທີ 26 ມິຖຸນາ ນີ້ວ່າ: ໂຄງການລາວທ່ຽວລາວ ຈະຊ່ວຍສົ່ງເສີມ ແລະ ຊຸກຍູ້ການທ່ອງທ່ຽວພາຍໃນໃຫ້ຄຶກຄື້ນກວ່າເກົ່າ, ໂດຍຈະໄດ້ມີພິທີເປີດຢ່າງເປັນທາງການໃນຕົ້ນເດືອນກໍລະກົດນີ້.
ໂຄງການດັ່ງກ່າວນີ້ເປັນໂຄງການສົ່ງເສີມການທ່ຽວຢູ່ພາຍໃນປະເທດ ເພື່ອຊັກຊວນ ແລະ ດຶງດູດຄົນລາວທີ່ມັກໄປທ່ຽວຕ່າງປະເທດ ໃຫ້ສົນໃຈມາທ່ຽວຊົມວັດທະນະທໍາຮີດຄອງປະເພນີອັນດີງາມທີ່ເປັນເອກະລັກຂອງຊົນຊາດລາວ ແລະ ທ່ຽວຊົມທັດສະນີຍະພາບອັນສວຍສົດງົດງາມຢູ່ຕາມແຫຼ່ງທ່ອງທ່ຽວຢູ່ພາຍໃນປະເທດໃຫ້ຫຼາຍຂຶ້ນ.
ທ່ານ ອິນທີ ໄດ້ກ່າວວ່າ: ຈຸດປະສົງຂອງໂຄງການນີ້ແມ່ນເພື່ອສົ່ງເສີມ ແລະ ຊຸກຍູ້ການທ່ອງທ່ຽວພາຍໃນໃຫ້ຄຶກຄື້ນກວ່າເກົ່າໂດຍສະເພາະໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ຍັງສືບຕໍ່ໃນ ປະເທດອ້ອມຂ້າງ ແລະ ປະເທດອື່ນໆໃນໂລກ.
ຮຽບຮຽງຂ່າວ: ພຸດສະດີ | ຂ່າວທ່ອງທ່ຽວ | 2020-06-26T14:45:53+00:00 | https://laopost.com/?p=120054 |
ຫວຽດນາມເລັ່ງຄວບຄຸມການລະບາດໂຄວິດຮອບໃໝ່! ປິດໂຮງຮຽນໄວຂຶ້ນ-ເພີ່ມວັນກັກຕົວກ່ມສ່ຽງ | ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງຮ່າໂນ້ຍ ປະເທດຫວຽດນາມໃນວັນທີ 31 ມັງກອນ ທີ່ຜ່ານມາກະຊວງສາທາລະນະສຸກຫວຽດນາມ ໄດ້ເປີດເຜີຍບົດລາຍງານໃນວັນອາທິດ. ຢືນຢັນການພົບຜູ້ຕິດເຊື້ອໂຄວິດ-19 ລາຍໃໝ່ເພີ່ມອີກ 3 ກໍລະນີ, ແບ່ງເປັນຜູ້ທີ່ເດີນທາງມາຈາກຕ່າງປະເທດ 19 ຄົນ ແລະ ຕິດເຊື້ອພາຍໃນປະເທດ 17 ຄົນ, ເພີ່ມຂື້ນເປັນສະຖິຕິສະຖິຕິຂອງຜູ້ເສຍຊີວິດຢ່າງໜ້ອຍ 1,817 ຄົນ, ຢ່າງໜ້ອຍມີ 1,457 ຄົນໄດ້ຮັບການຟື້ນຟູ ແລະ ສະສົມການເສຍຊີວິດຢ່າງໜ້ອຍ 35 ຄົນ.
ສະຖານະການຂອງການລະບາດຂອງໂຄວິດ-19 ຢູ່ຫວຽດນາມກັບມາຢູ່ໃນລະດັບໜ້າວິຕົກກັງວົນອີກຄັ້ງ ນັບຕັ້ງແຕ່ວັນພະຫັດທີ່ຜ່ານມາ ໂດຍສູນກາງຂອງການແຜ່ລະບາດຄັ້ງນີ້ ທີ່ແຂວງຫາຍເຊື່ອງບໍລິເວນດອນສາມຫຼ່ຽມປາກແມ່ນໍ້າແດງ ທາງຕອນເໜືອຂອງປະເທດ ແລະ ຈົນເຖິງຕອນແລງຂອງວັນອາທິດຕາມເວລາທ້ອງຖິ່່ນ ຢ່າງໜ້ອຍມີຜູ້ຕິດເຊື້ອ 238 ຄົນຕິດພັນກັບແຂວງ ຫາຍເຊື່ອງ ໄດ້ພົບເຫັນຢູ່ໃນຢ່າງໜ້ອຍ 9 ແຂວງ ແລະ ເຂດປົກຄອງພິເສດ ລວມທັງນະຄອນຫຼວງຮ່າໂນ້ຍແລະ ນະຄອນໂຮ່ຈີມິນ.
ຄະນະກຳມະການປະຊາຊົນນະຄອນຫຼວງຮ່າໂນ້ຍໄດ້ເລື່ອນເວລາປິດລົງ ໃນໄລຍະບຸນກຸດຫວຽດ “Tet” ຈາກທຳອິດໃນລະຫວ່າງວັນທີ 8-16 ກຸມພາ ເຖິງລະຫວ່າງວັນທີ 1-16 ກຸມພາ 2021.
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກໄດ້ອອກຄຳສັ່ງ ເພີ່ມວັນກັກຕົວສຳລັບກຸ່ມຜູ້ສ່ຽງສູງຈາກ 14ວັນ ເປັນ 21ວັນ ໃນແຂວງຫາຍເຊື່ອງ ແລະ ແຂວງກວງນິນ ເຊິ່ງພົບຜູ້ປ່ວຍໂຄວິດ-19 ຫຼາຍເປັນອັນດັບ 2 ຂອງພື້ນທີ່ທີ່ມີການລະບາດ.
ຮຽບຮຽງຂ່າວ: ພຸດສະດີ | ຂ່າວຕ່າງປະເທດ | 2021-02-01T14:10:44+00:00 | https://laopost.com/?p=122854 |
4 ສະໝຸນໄພຮັກສາໂຣກຄວາມດັນເລືອດສູງ | ອາການຂອງໂຣກຄວາມດັນໂລຫິດສູງ ຄົນສ່ວນຫຼາຍທີ່ເປັນໂຣກນີ້ຈະມີອາການສະແດງໃຫ້ເຫັນໄດ້ຊັດເຈນ ເນື່ອງຈາກຄວາມດັນເລືອດຈະເພີ່ມຂຶ້ນຢ່າງຊ້າໆ ເຮັດໃຫ້ຮ່າງກາຍ ແລະ ຫຼອດເລືອດປັບຕົວໄດ້ທັນຈິ່ງບໍ່ມີອາການຜິດປົກກະຕິໃຫ້ເຫັນ ແຕ່ອາການທີ່ເຮັດໃຫ້ຜູ້ປ່ວຍຄວາມດັນເລືອດສູງຈົນໄດ້ສົ່ງໄປຮັກສາຕົວທີ່ໂຮງໝໍຈະມີອາການດັ່ງນີ້:
– ອາການປວດຫົວ ໂດຍມັກຈະປວດແບບມຶນໆ ບາງຄົນປວດຫົວຕະຫຼອດທັງວັນ ແລະ ຈະປວດຫຼາຍໃນເວລາຖ່າຍໜັກ ຫາກເປັນແຮງຈະມີອາການວິນຫົວປວດຮາກຮ່ວມນຳ
– ເລືອກດັງໄຫລ
– ມຶນງົງ ສະໝອງຕັນໆ
– ຕາມົວ ຫຼື ເຫັນພາບຊ້ອນ
– ເມື່ອຍງ່າຍ
– ບາງຄົນອາດມີອາການຮຸນແຮງອາດຈະແໜ້ນໜ້າເອິກ ຫຼື ຫົວໃຈຂາດເລືອດໄດ້
1. ນ້ຳໝາກສົ້ມພໍດີ ແກະກີບໝາກສົ້ມພໍດີໄປຕາກແດດໃຫ້ແຫ້ງຈາກນັ້ນກໍ່ນຳມາບົດ ແລະ ຊົງດື່ມຄືຊາ ວັນລະ 3 ຄັ້ງ ເປັນປະຈຳທຸກວັນຈະເຮັດໃຫ້ຄວາມດັນເລືອດຫລຸດລົງ ແລະ ຊ່ວຍສ້າງໃຫ້ເມັດເລືອດແດງແຂງແຮງ
2. ຫົວສີໄຄ ນຳຫົວສີໃຄມາຕົ້ມນ້ຳດື່ມ ດື່ມວັນລະ 3 ຄັ້ງ ຈະຊ່ວຍຫລຸດຄວາມດັນເລືອດໄດ້
3. ໃບໝາກຂີ້ຫູດ ພຽງນຳໃບໝາກຂີ້ຫູດ 7-10 ໃບມາຕົ້ມນ້ຳດື່ມເຊົ້າ-ແລງ ເປັນປະຈຳທຸກວັນກໍ່ຈະຊ່ວຍເຮັດໃຫ້ຄວາມດັນເລືອດເປັນປົກກະຕິ
4. ຜັກໜອກ ດື່ມນ້ຳຜັກໜອກເປັນປະຈຳທຸກວັນ ຈະຊ່ວຍເຮັດໃຫ້ຫຼອດເລືອດດຳ ແລະ ເສັ້ນເລືອດຝອຍແຂງແຮງຂຶ້ນ ແລະ ຊ່ວຍຫຼຸດຄວາມຄຽດໄດ້ ຈິ່ງຊ່ວຍຫລຸດຄວາມດັນໄດ້ດີ
ທີ່ມາ: http://www.pikool.com/ | ສຸຂະພາບ ແລະ ສີ່ງແວດລ້ອມ | 2016-05-20T15:02:48+00:00 | https://laopost.com/?p=58117 |
ປະຊາຊົນບ້ານຕາດທອງ ຂ້ອງໃຈນັກເດີນສຳຫລວດພົນລະເມືອງ ເກັບເງິນນຳປະຊາຊົນ! | (ພາບປະກອບ)
ປະຊາຊົນຊາວບ້ານຕາດທອງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ຂ້ອງໃຈສະເໜີຜ່ານນັກຂ່າວລາວໂພສຕ໌ ມາວ່າ ການເດີນສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ເຊິ່ງໄດ້ຈັດຂຶ້ນພ້ອມກັນໃນຂອບເຂດທົ່ວປະເທດ ນັບແຕ່ວັນທີ 1 – 7 ມີນາ 2015 ທີ່ຜ່ານມານັ້ນ, ສະເພາະຢູ່ບ້ານຕາດທອງ ແມ່ນມີປະກົດການເກັບເງິນນຳຄອບຄົວປະຊາຊົນ ໃນເວລາເດີນສຳຫລວດ ເຊິ່ງເຫັນວ່າເປັນສິ່ງທີ່ບໍ່ຖືກຕ້ອງ ເພາະຢູ່ເມືອງອື່ນໆກໍບໍ່ເຫັນມີການເກັບນຳປະຊາຊົນຈັກກີບ.
ທ່ານ ນິຄົມ ປະຊາຊົນບ້ານຕາດທອງ ໄດ້ໃຫ້ສຳພາດກັບນັກຂ່າວພວກເຮົາວ່າ ນັກເດີນສຳຫລວດຢູ່ບ້ານຕາດທອງ ແມ່ນຈະຮຽກເກັບເງິນນຳປະຊາຊົນ ຄອບຄົວລະ 2,000 ກີບ ໃນເວລາທີ່ເຂົາເຈົ້າດຳເນີນການສຳພາດ ໂດຍແຈ້ງໃຫ້ຮູ້ວ່າ ເປັນການເກັບເພື່ອຊຸກຍູ້ແກ່ນັກເດີນສຳຫລວດ ທັງໆທີ່ນັກເດີນສຳຫລວດແຕ່ລະຄົນເອງ ກໍແມ່ນໄດ້ຮັບເງິນອັດຕາກິນຈາກງົບປະມານຂອງລັດ ເພື່ອລົງມາປະຕິບັດໜ້າທີ່ຂອງການເດີນສຳຫລວດແລ້ວ ຈິ່ງເຫັນວ່າເປັນສິ່ງທີ່ບໍ່ຖືກຕ້ອງ ທີ່ຈະມາເກັບເງິນນຳປະຊາຊົນອີກ ຖ້າຫາກລອງເອົາເງິນ 2,000 ກີບ ດັ່ງກ່າວ ມາຄູນກັບຈຳນວນຄອບຄົວທັງໝົດພາຍໃນບ້ານ ກໍເຫັນວ່າຕົກເປັນຈຳນວນເງິນທີ່ຫລວງຫລາຍພໍສົມຄວນ, ຈິ່ງຢາກຮຽກຮ້ອງມາຍັງຂັ້ນເທິງ ກໍຄືພາກສ່ວນທີ່ກ່ຽວຂ້ອງ ອອກມາກວດສອບ ແລະ ຊີ້ແຈງແກ້ຂໍ້ຂ້ອງໃຈຕໍ່ກັບບັນຫາດັ່ງກ່າວ.
ໃນຂະນະດຽວກັນ ຢູ່ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ນັກຂ່າວລາວໂພສຕ໌ ພົບເຫັນວ່າ ການເດີນສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ພາຍໃນເມືອງນາຊາຍທອງ ແມ່ນນັກເດີນສຳຫລວດຈະໄດ້ຮັບອັດຕາກິນ ເອກະພາບກັນ 350,000 ກີບ ຕໍ່ຄົນ ແລະ ນັກກວດກາ ຈະໄດ້ 420,000 ກີບຕໍ່ຄົນ ໂດຍແມ່ນງົບປະມານຂອງລັດເບີກຈ່າຍໃຫ້, ນອກຈາກນັ້ນ ແມ່ນບໍ່ໄດ້ເກັບເງິນເພີ່ມນຳປະຊາຊົນແຕ່ພຽງຢ່າງໃດ. | ຂ່າວເຫດການ | 2015-03-16T14:57:53+00:00 | https://laopost.com/?p=21146 |
ກະຊວງການເງິນກຽມອອກພັນທະບັດມູນຄ່າ 3 ພັນລ້ານບາດ ໃຫ້ແກ່ນັກລົງທຶນຈາກປະເທດໄທ | ກະຊວງການເງິນ ສປປ ລາວ ກຽມອອກພັນທະບັດມູນຄ່າ 3.610 ລ້ານບາດ ເພື່ອເປັນການພັດທະນາປະເທດ.
ໄລຍະການຈອງຊື້ພັນທະບັດສະກຸນເງິນບາດ ປະກອບມີ 2 ຊຸດຄື ມີກຳນົດຈອງໃນວັນທີ 31 ກໍລະກົດ ແລະ 2-3 ສິງຫາ 2023 ລວມມູນຄ່າ 3.610,30 ລ້ານບາດ.
ໃນຊຸດທຳອິດມີໄລຍະເວລາ 3 ປີ ໂດຍມີອັດຕາດອກເບ້ຍ 6,1%/ປີ ຄົບກຳນົດໃນປີ 2026, ຊຸດທີ່ສອງ ອັດຕາດອກເບ້ຍ 6,6%/ປີ ຄົບກຳນົດໃນປີ 2027 ກຳນົດຊຳລະດອກເບ້ຍທຸກໆ 3 ເດືອນ.
ທັ້ງນີ້ ກະຊວງການເງິນແຫ່ງ ສປປ ລາວ ແຈ້ງການສະເໜີຂາຍພັນທະບັດທີ່ບໍ່ມີເງື່ອນໄຂ ແລະ ບໍ່ມີຫຼັກຊັບຄໍ້າປະກັນ ໃຫ້ແກ່ນັກລົງທຶນສະຖາບັນຈາກໄທ ທີ່ມີມູນຄ່າສຸດທິສູງເຖິງ 1,000 ບາດຕໍ່ຫົວໜ່ວຍ ຊື້ຂັ້ນຕໍ່າ 100 ຫົວໜ່ວຍ.
ພັນທະບັດມູນຄ່າ 3.610,30 ລ້ານບາດ ຈະນຳເງິນມາຊຳລະໜີ້ທີ່ເກີດພັນທະບັດຊຸດເກົ່າທີ່ຈະຄົບກຳນົດຖອນໃນເດືອນພະຈິກ ປີ 2023.
ພັນທະບັດ ກະຊວງການເງິນ ສະບັບເລກທີ 1/2559 ຊຸດທີ 3 ມູນຄ່າ 1.063,80 ລ້ານບາດ ຄົບກຳນົດໄຖ່ຖອນປີ 2023.
ແລະ ພັນທະບັດ ກະຊວງການເງິນ ເລກທີ 1/2561 ຊຸດທີ 2 ມູນຄ່າ 2.546,50 ລ້ານບາດ ຄົບກຳນົດໄຖ່ຖອນປີ 2023.
ຢ່າງໃດກໍຕາມ ທ່ານ ສຸລິວັດ ສຸວັນນະຈູມຄຳ ກົມຄຸ້ມຄອງໜີ້ສິນສາທາລະນະ ກະຊວງການເງິນ ແຫ່ງ ສປປ ລາວ ເນັ້ນຕື່ມວ່າ ພັນທະບັດອາດຈະໄດ້ຮັບການຕອບຮັບດີຈາກກຸ່ມນັກລົງທຶນປະເທດໄທ ທີ່ເຊື່ອໝັ້ນໃນທ່າແຮງການເຕີບໃຫຍ່ຂອງ ສປປ ລາວ ເຊິ່ງໃນປີ 2013 ໄດ້ຮັບການຕອບຮັບຈາກນັກລົງທຶນໄທເປັນຢ່າງດີ ເນື່ອງຈາກບໍ່ເຄີຍມີປະຫວັດຜິດນັດຊຳລະກັບນັກລົງທຶນ ສາມາດຊະລຳຄືນເງິນຕົ້ນ ແລະ ດອກເບ້ຍໄດ້ຕາມເງື່ອນໄຂມາຕະຫຼອດ.
ແຫຼ່ງຂ່າວ Nationthailand | ຂ່າວພາຍໃນ | 2023-07-13T11:27:33+00:00 | https://laopost.com/?p=146070 |
ເກົາຫຼີໃຕ້-ອາເມລິກາ ຮ່ວມກັນຊ້ອມຮົບຄັ້ງຍິ່ງໃຫຍ່ | ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 26 ເມສາ 2017 ຜ່ານມາວ່າ ກອງທັບເກົາຫຼີໃຕ້ ແລະສະຫະລັດອາເມລິກາ ໄດ້ຊ້ອມຮົບຮ່ວມກັນຢູ່ທີ່ສະໜາມຮົບຊືງຈິນ ໃນເມືອງໂປຊອນ ຫ່າງຈາກກູງໂຊນ ເມືອງຫຼວງຂອງເກົາຫຼີໃຕ້ໄປທາງພາກຕາເວັນອອກສ່ຽງເໜືອ
ຊ້ອມຮົບທາງທະເລ ນອກຊາຍຝັ່ງຂອງເກົາຫຼີໃຕ້ ທີ່ນຳໂດຍເຮືອບັນທຸກຍົນຢູເອສເອສ ຄາ ວິນສັນ ຂອງກອງທັບສະຫະລັດ ຫຼັງປະມານ 80 ກິໂລແມັດ, ສຳລັບອາວຸດ ທີ່ກອງທັບເຮືອທັງສອງຊາດຂົນມາໃຂ້ຮ່ວມກັນໃນການຊ້ອມຮົບຄັ້ງນີ້ມີ ເຮລິຄອບເຕີ, ລົດຖັງ, ຍົນຕໍ່ສູ້ ແລະອາວຸດປືນຊະນິດຕ່າງໆ
ນອກຈາກນີ້ ຍັງມີການຊ້ອມຮົບທາງທະເລ ນອກຊາຍຝັ່ງຂອງເກົາຫຼີໃຕ້ ທີ່ນຳໂດຍເຮືອບບັນທຸກຍົນຮົບຢູເອສເອສ ຄາ ວິນສັນ ຂອງກອງທັບສະຫະລັດ, ຫຼັງຈາກທີ່ວັນທີ 25 ເມສາ 2017 ເຮືອດຳນໍ້າ ຢູເອສເອສ ມິຊິແກນ ໜຶ່ງໃນເຮືອດຳນໍ້າຂະໜາດໃຫຍ່ທີ່ສຸດ ເຊິ່ງຂັບເຄື່ອນດ້ວຍພະລັງງານນິວເຄຣຍຂອງສະຫະລັດ ມາຈອດທຽບທ່າຢູ່ເມືອງປູຊານ ທາງພາກໃຕ້ຂອງເກົາຫຼີໃຕ້
ການຊ້ອມຮົບດ້ວຍອາວຸດຂອງກອງທັບສະຫະລັດ ແລະເກົາຫຼີໃຕ້ຄັ້ງນີ້ ໃກ້ກັບຊາຍແດນຂອງເກົາຫຼີເໜືອ ເຊິ່ງຖືວ່າເປັນການອວດແສນຍານຸພາບທາງທະຫານຂອງສອງປະເທດ | ຂ່າວຕ່າງປະເທດ | 2017-04-27T10:10:49+00:00 | https://laopost.com/?p=89225 |
ປີນີ້ໄຊຍະສົ່ງອອກສິນຄ້າກະສິກຳ ທະລຸແລ້ວ 25,4 ຕື້ກີບ | ໄຊຍະບູລີເປັນແຂວງໜື່ງທີ່ມີທ່າແຮງໃນການຜະລິດກະສິກຳເປັນສິນຄ້າຂະຫຍາຍຕົວດີ ເຊິ່ງທົ່ວແຂວງມີເນື້ອທີ່ປູກພືດເປັນສິນຄ້າທັງໝົດ 1,17 ແສນເຮັກຕາ ຜົນຜະລິດໄດ້ທັງໝົດ 8,96 ແສນໂຕນ.
ທ່ານ ສົມຈິດ ຈັນທະວົງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງໄດ້ໃຫ້ຮູ້ວ່າ: ໃນ 6 ເດືອນຕົ້ນປີສົກ 2015-2016 ນີ້ແຂວງໄຊຍະບູລີສາມາດສົ່ງອອກສິນຄ້າກະສິກຳຕາມດ່ານສາກົນມີມູນຄ່າທັງໝົດ 3,177 ລ້ານໂດລາຫຼືປະມານ 25,4 ຕື້ກີບ ໃນນີ້ສາລີ 28,7 ພັນໂຕນມູນຄ່າ 1,3 ແສນໂດລາ, ແກ່ນ ສາລີມີ 4,6 ພັນໂຕນມູນຄ່າ 46,1 ພັນໂດລາ, ໝາກງາ 714 ກວ່າໂຕນ ມູນຄ່າ 4,49 ແສນໂດລາ, ແປ້ງມັນຕົ້ນ 8,2 ພັນໂຕນ ມູນຄ່າ 8,76 ແສນໂດລາ, ໝາກຕາວ 92 ກວ່າໂຕນ ມູນຄ່າ 11,1 ພັນໂດລາ, ໝາກເດືອຍ 4,2 ພັນໂຕນ ມູນຄ່າ 3,5 ແສນໂດລາ, ຂີ້ເລື່ອຍ 581 ກວ່າໂຕນມູນຄ່າ 15,4 ພັນໂດລາ, ໝາກແຕງດອງ 455 ໂຕນ ກວ່າມູນຄ່າ 22,3 ພັນ ໂດລາ, ຖົ່ວດິນ 534 ກວ່າໂຕນ ມູນຄ່າ 68,7 ພັນໂດລາ, ກາເຟ 339 ໂຕນກວ່າ ມູນຄ່າ 684 ໂດລາ, ປໍສາ 31 ກວ່າໂຕນ ມູນຄ່າ 8,8 ໂດລາ.
ຂະນະທີ່ການນຳເຂົ້າສິນຄ້າຈາກຕ່າງປະເທດມີມູນຄ່າທັງໝົດ 41,570 ໂດລາ ໃນນີ້ ມີໝາກໄມ້ເກືອບ 42 ໂຕນມູນຄ່າ 33,4 ພັນໂດລາ, ຜັກຕ່າງໆ ເກືອບ 11 ໂຕນ ມູນຄ່າ 6,5 ພັນໂດລາ ແລະ ເບ້ຍໄມ້ 1,8 ພັນເບ້ຍ ມູນຄ່າ 1,5 ພັນໂດລາ.
ທ່ານ ສົມຈິດ ຈັນທະວົງ ຍັງໄດ້ກ່າວ ຕື່ມວ່າໃນ 6 ເດືອນທ້າຍປີໄຊຍະບູລີຕ້ອງໄດ້ສູ້ຊົນໃນການຜະລິດສິນຄ້າກະສິກຳເພື່ອສົ່ງອອກໂດຍເລັ່ງໃສ່ປະເພດສິນຄ້າຫຼັກເຊັ່ນ: ເຂົ້າໜຽວ, ເຂົ້າຈ້າວ ແລະເຂົ້າແນວພັນຂອງຈີນເພື່ອຜະລິດສົ່ງອອກໃຫ້ໄດ້ 40 ພັນໂຕນ, ມັນຕົ້ນໃຫ້ໄດ້ 11,5 ພັນເຮັກຕາ ຜົນຜະລິດ 3,68 ພັນໂຕນ ສຸມໃສ່ 4 ເມືອງໃຕ້ສາລີ ອາຫານສັດໃນເນື້ອທີ່ 59,3 ພັນເຮັກຕາ ຜົນຜະລິດ 3,6 ແສນໂຕນ ໂດຍຈະສູມໃສ່ປູກຢູ່ເມືອງປາກລາຍ, ແກ່ນທ້າວ, ບໍ່ແຕນ, ທົ່ງມີໄຊ ແລະເມືອງຄອບເພື່ອປ້ອນໂຮງງານອາຫານສັດ.
ສ່ວນໝາກເດືອຍໃນເນື້ອທີ່ 23,440 ເຮັກຕາ ຜົນຜະລິດ 63,2 ພັນໂຕນ, ປູກຖົ່ວຕ່າງໆໃນເນື້ອທີ່ 6,3 ພັນເຮັກຕາ ຜົນຜະລິດ 10,685 ໂຕນ ໂດຍເລັ່ງປູກສະຫຼັບກັບສາລີໃນການປູກຮອບທີ 2 ແລະ ການປູກໃນລະດູແລ້ງ.
ທີ່ມາ:
ຕິດຕາມຂ່າວເສດຖະກິດ-ສັງຄົມລາວ ກົດໄລຄ໌ເລີຍ! | ຂ່າວພາຍໃນ | 2016-04-22T10:52:08+00:00 | https://laopost.com/?p=54382 |
ທ່ານ ນາຍົກລັດຖະມົນຕີ ເຄື່ອນໄຫວຊຸກຍູ້ພື້ນຖານການຜະລິດກະສິກຳ | ໃນວັນທີ 29 ມັງກອນ 2023 ຜ່ານມາ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມໂຄງການ ກໍ່ສ້າງໂຮງງານຜະລິດຫົວອາຫານສັດລາວ ຂອງບໍລິສັດ ລາວໂຮມມາດ ຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ ທີ່ຕັ້ງຢູ່ບ້ານໃໝ່, ເມືອງໂພນໂຮງ, ແຂວງວຽງຈັນ ແລະ ໂຄງການກໍ່ສ້າງຟາມໄກ່ສຸກຈະເລີນ ຕັ້ງຢູ່ບ້ານນາຂ່າ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ ໂດຍມີທ່ານຮອງເຈົ້າແຂວງວຽງຈັນ, ທ່ານຮອງເຈົ້າຄອງນະຄອນຫຼວງວຽງຈັນ, ການນຳເມືອງ ແລະ ຜູ້ຕາງໜ້າພາກສ່ວນທີ່ກ່ຽວຂ້ອງ ໃຫ້ການຕ້ອນຮັບ.
ໃນໂອກາດນີ້, ຄະນະຂອງທ່ານ ນາຍົກລັດຖະມົນຕີ ໄດ້ຮັບຟັງການລາຍງານຫຍໍ້ ກ່ຽວກັບສະພາບລວມຂອງ ໂຄງການ ຈາກຜູ້ຕາງໜ້າບໍລິສັດຜູ້ລົງທຶນ ເຫັນວ່າ: ໂຄງການກໍ່ສ້າງໂຮງງານຜະລິດຫົວອາຫານສັດລາວ ມີເນື້ອທີ່ 5 ເຮັກຕາ, ໄດ້ເລີ່ມກໍ່ສ້າງໃນປີ 2020, ກໍ່ສ້າງສຳເລັດສົມບູນ ສາມາດທົດລອງຜະລິດ ໃນທ້າຍປີ 2022 ແລະ ຈະໄດ້ດໍາເນີນການຜະລິດຢ່າງເປັນປົກກະຕິ ໃນເດືອນມີນາ 2023 ເປັນຕົ້ນໄປ; ມີອາຄານຫຼັກທັງໝົດ 3 ຫຼັງ ຄື: ອາຄານສາງເກັບວັດຖຸດິບ, ອາຄານກົນຈັກທຳການຜະລິດ ແລະ ອາຄານສາງເກັບມ້ຽນຜະລິດຕະພັນສຳເລັດຮູບ; ມີມູນຄ່າການລົງທຶນກໍ່ສ້າງທັງໝົດ 130 ຕື້ກວ່າກີບ; ມີກໍາລັງການຜະລິດ 10 ໂຕນ/ຊົ່ວໂມງ (ເບື້ອງຕົ້ນ ຄາດວ່າຈະຜະລິດ 8 ຊົ່ວໂມງ/ມື້ ອີງຕາມຄວາມຕ້ອງການຂອງຕະຫຼາດ) ແລະ ຈະຜະລິດຫົວອາຫານ 2 ຊະນິດ ຄື: ຫົວອາຫານໝູ ປະມານ 20.000 ໂຕນ/ປີ ແລະ ຫົວອາຫານສັດປີກ 10.000 ໂຕນ/ປີ, ໃນນັ້ນ ຄວາມຕ້ອງການວັດຖຸດິບ ເພື່ອສະໜອງປ້ອນເຂົ້າໂຮງງານແມ່ນ ສາລີ 5.000 ໂຕນ/ປີ, ມັນຕົ້ນແຫ້ງ 4.000 ໂຕນ/ປີ, ເຂົ້າປຽນ 4.000 ໂຕນ/ປີ, ກາກຖົ່ວເຫຼືອງ 6.000 ໂຕນ/ປີ, ຮໍາ 2.500 ໂຕນ/ປີ. ສໍາລັບໂຄງການກໍ່ສ້າງຟາມໄກ່ສຸກຈະເລີນ ມີເນື້ອທີ່ຈໍານວນ 44 ເຮັກຕາ, ເລີ່ມກໍ່ສ້າງ ໃນຕົ້ນປີ 2022, ປັດຈຸບັນ ສຳເລັດ 96% ແລະ ຈະໃຫ້ສຳເລັດ 100% ໃນທ້າຍເດືອນມີນາ 2023 ໂດຍນໍາໃຊ້ວັດສະດຸທີ່ມີຄຸນນະພາບ, ກົນຈັກ ແລະ ເຕັກນິກຕ່າງໆ ທີ່ທັນສະໄໝ ເປັນຕົ້ນ ລະບົບການໃຫ້ນໍ້າ, ໃຫ້ອາຫານ, ການຈັດເກັບ, ຄັດແຍກ ແລະ ລຳລຽງໄຂ່, ການມ້ຽນ-ອະນາໄມ, ບຳບັດ ແລະ ລຳລຽງຂີ້ໄກ່…; ມີອາຄານລ້ຽງໄກ່ທັງໝົດ 10 ຫຼັງ (ໄກ່ນ້ອຍ 2 ຫຼັງ ແລະ ໄກ່ໃຫຍ່ 8 ຫຼັງ), ສາມາດບັນຈຸໄກ່ໄດ້ທັງໝົດ 1 ລ້ານໂຕ ຊຶ່ງຄາດວ່າ ຈະສາມາດຜະລິດໄຂ່ໄກ່ໄດ້ປະມານ 800.000-850.000 ໜ່ວຍ/ມື້.
ໃນໂອກາດດຽວກັນ, ທ່ານ ນາຍົກລັດຖະມົນຕີ ກໍ່ໄດ້ໃຫ້ກຽດມີຄຳເຫັນເໂອ້ລົມ ຕໍ່ຜູ້ລົງທຶນ ແລະ ພາກສ່ວນທີ່ກ່ຽວຂ້ອງ, ກ່ອນອື່ນ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ທີ່ຜູ້ລົງທຶນໄດ້ຕັດສິນໃຈ ເລືອກລົງທຶນ ໃນກິດຈະການສ້າງພື້ນຖານການຜະລິດ ທີ່ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ ໃນປັດຈຸບັນ ກໍ່ຄືສະເພາະໜ້າ ເວົ້າລວມ, ເວົ້າສະເພາະ ແມ່ນປະກອບສ່ວນເຂົ້າໃນການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ດ້ວຍສົ່ງເສີມການຜະລິດພາຍໃນໃຫ້ເຂັ້ມແຂງ ແລະ ມີປະລິມານຫຼາຍຂຶ້ນ ເຮັດໃຫ້ຄົນລາວໄດ້ຊົມໃຊ້ຜະລິດຕະພັນພາຍໃນ ທີ່ມີຕົ້ນທຶນການຜະລິດຕໍ່າ ກໍ່ຄື ເພື່ອຫຼຸດຜ່ອນການນຳເຂົ້າສິນຄ້າ, ປະກອບສ່ວນເຂົ້າໃນການຊຸກຍູ້ສົ່ງເສີມປະຊາຊົນ ທຳການຜະລິດ, ມີວຽກເຮັດງານທຳ ໂດຍສະເພາະ ການລ້ຽງສັດ ໃຫ້ເປັນຂະບວນການທີ່ພົ້ນເດັ່ນຫຼາຍຂຶ້ນ.
ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ. | ຂ່າວທ້ອງຖິ່ນ | 2023-01-31T09:38:42+00:00 | https://laopost.com/?p=141785 |
4 ຄໍາເຕືອນ ກ່ອນໃຊ້ຜ້າອະນາໄມ ລຸດຄວາມສ່ຽງເປັນ ມະເຮັງປາກມົດລູກ | ສາວໆຄົນໃດບໍ່ຮູ້ຈັກຜ້າອະນາໄມ ແນ່ ຄືຈະບໍ່ມີໃຜທີ່ບໍ່ຮູ້ຈັກແມ່ນບໍ່ ແຕ່ຈະມີຈັກຄົນທີ່ໃຊ້ໄດ້ຢ່າງຖືກຕ້ອງ ມື້ນີ້ເຮົາເລີຍມີເລື່ອງກ່ຽວກັບ ຜ້າອະນາໄມມາຝາກສາວໆກັນ
1. ປ່ຽນເລື້ອຍຢ່າງນ້ອຍ 2 ຜືນ ຄວາມອັບຈະເຮັດໃຫ້ແບັກທີເລຍໃນຜ້າເຕີບໃຫຍ່ໄດ້ດີ ຈົນເຈົ້າອາດຈະຕິດເຊື້ອໃນຊ່ອງຄອດ ຍິ່ງຖ້າສະສົມໄວ້ດົນໆ ຂໍບອກວ່ານີ້ລະຕົວການມະເຮັງປາກມົດລູກ
ຫລີກລ້ຽງທີ່ປຽກຊື້ນ ບໍ່ຄວນເກັບຜ້າອະນາໄມ ໄວ້ໃນຫ້ອງນ້ຳ ເຖິງວ່າເຈົ້າຈະມ້ຽນໄວ້ໃນລິ້ນຊັກຫ່າງໄກຈາກບັນດາກ໋ອກນ້ຳແລ້ວກໍຕາມ ເພາະເນື້ອຜ້າທີ່ອ່ອນນຸ່ມ ອົມຄວາມຊຸ່ມຊື່ນໄດ້ດີ ເໝາະຈະເປັນທີ່ເຮຮາປ່າຕີ້ຂອງເຊື້ອພະຍາດເປັນທີ່ສຸດ ເພື່ອຄວາມປອດໄພຄວນເກັບຜ້າອະນາໄມ ໄວ້ໃນບ່ອນແຫ້ງ ສະອາດ ແບບຕູ້ເສື້ອຜ້າຈະດີກວ່າ
ອ່ານມື້ໝົດອາຍຸກ່ອນ ໃຊ້ ຜົນສຳລວດບອກວ່າມີຜູ້ຍິງບໍ່ຮອດ 1% ທີ່ຈະສັງເກດມື້ໝົດອາຍຸຂອງ ຜ້າອະນາໄມທັງໆ ທີ່ມັນກໍຄືກັບສິນຄ້າອື່ນໆ ແຫ່ງໃກ້ມື້ໝົດອາຍຸເທົ່າໃດຄຸນນະພາບກໍຈະຍິ່ງລຸດລົງ
ຜ້າແບບຊຶມຊັບຫລາຍປະໂຫຍດໜ້ອຍ ຜູ້ຍິງບາງຄົນມັກໃຊ້ ຜ້າອະນາໄມ ແບບຊຶມຊັບໄດ້ຫລາຍໆ ເພື່ອທີ່ຈະບໍ່ຕ້ອງປ່ຽນເລີຍຕະຫລອດມື້ ຂໍບອກວ່ານິ້ເປັນຄວາມຄິດທີ່ອັນຕະລາຍຫລາຍ ເພາະເລືອດເປັນອາຫານຂອງເຊື້ອແບັກທີເລຍ ຫລັກການໃຊ້ຜ້າອະນາໄມທີ່ຖືກ ຄືຕ້ອງປ່ຽນທຸກໆ 2 ຊົ່ວໂມງ ເພື່ອໃຫ້ຈຸດນັ້ນສະອາດບໍ່ອັບ ວິທີນີ້ຊ່ວຍລຸດໂອກາດການເປັນມະເຮັງປາກມົດລູກໄດ້ອີກທາງໜຶ່ງດ້ວຍ | ສຸຂະພາບ ແລະ ສີ່ງແວດລ້ອມ | 2014-12-26T18:10:57+00:00 | https://laopost.com/?p=16508 |
ປີ 2022 ປກສ ແຂວງຫົວພັນ ມ້າງຄະດີຢາເສບຕິດໄດ້ 200 ກວ່າເລື່ອງ | ພັອ ເພັດສອນ ອິນສຸພັນ ຫົວໜ້າກອງບັນຊາການ ປກສ ແຂວງຫົວພັນ ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ່ 4 ຂອງສະພາປະຊາຊົນ ແຂວງຫົວພັນ ຊຸດທີ II ໄດ້ໃຫ້ຮູ້ວ່າ, ໂດຍປະຕິບັດຕາມວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃນປີ 2022.
ນັບແຕ່ເດືອນຕຸລາ 2021-ພະຈິກ 2022 ສາມາດມ້າງຄະດີຢາເສບຕິດໄດ້ທັງໝົດ 211 ເລື່ອງ, ກັກຜູ້ຖືກຫາໄດ້ 246 ຄົນ, ຍິງ 36 ຄົນ, ຄົນຕ່າງປະເທດ 4 ຄົນ, ຢຶດຢາບ້າໄດ້ຈຳນວນ 265.061 ເມັດ, ເຮໂຣອິນ 8 ແທ່ງ, 123 ກ້ອນນ້ອຍ ແລະ 7 ຖົງ ມີນໍ້າໜັກ ທັງໝົດ 7.559 ກິໂລກຼາມ, ຢາໄອສ໌ 43 ຫໍ່ ໜັກ 43 ກິໂລກຼາມ, ຝຸ່ນຂາວຄ້າຍຄືຢາໄອສ໌ 1 ຖົງ ໜັກ 16,1 ກຼາມ, ຢາຝິ່ນ20 ຫໍ່ນ້ອຍມີນໍ້າໜັກ 5.150 ກິໂລກຼາມ ແລະ ແກ່ນ ຝິ່ນ 5 ກິ ໂລກຼາມ, ລົດໃຫຍ່ 3 ຄັນ, ລົດຈັກ 50 ຄັນ, ໂທລະສັບ 102 ໜ່ວຍ, ເງິນກີບທະນາຄານ 42.831.000 ກີບ, ເງິນດົງ 46.240.000 ດົງ ແລະ ເຄື່ອງຂອງກາງອື່ນໆອີກຈຳນວນໜຶ່ງ.
ປັດຈຸບັນ ມີຜູ້ໄດ້ຮັບປິ່ນປົວ ບຳບັດຢູ່ສູນຂອງກອງບັນຊາການ ປກສ ແຂວງຈຳນວນ 98 ຄົນ ຍິງ 3 ຄົນ.
ນອກຈາກນີ້, ຍັງໄດ້ປະສານກັບອົງການ UNODC ຕິດຕາມບັນດາສູນບຳບັດຜູ້ຕິດຢາເສບຕິດແບບສະໝັກໃຈຢູ່ 6 ເມືອງຄື: ເມືອງຊ່ອນ, ເມືອງກັວນ, ເມືອງຊຳໃຕ້, ເມືອງ ຫົວເມືອງ, ເມືອງວຽງໄຊ ແລະ ເມືອງຊຳເໜືອ ເຊິ່ງມີຜູ້ບຳບັດຢາເສບຕິດທັງໝົດ 4.464 ຄົນ ຍິງ 266 ຄົນ; ໃນນີ້, ໄດ້ຮັບປິ່ນປົວ ແບບຊຸມຊົນມີ 389 ຄົນ ຍິງ 2 ຄົນ, ປິ່ນປົວອອກໄປແລ້ວ 60 ຄົນ, ສະເພາະຢູ່ສູນບໍາບັດເມືອງຮາມ ມີ 134 ຄົນ ຍິງ 2 ຄົນ, ບໍາບັດປິ່ນປົວດີແລ້ວ 6 ຄົນ ແລະ ຍັງໄດ້ປະສານສົມທົບກໍາລັງ ປກຊ ແລະ ອໍານາດການປົກ ຄອງບ້ານອອກ ເຄື່ອນໄຫວສຳຫຼວດ ເກັບກໍາເນື່ອທີ່ລັກລອບປູກຝິ່ນ ຢູ່ບັນ ດາເມືອງໄດ້ຈໍານວນໜຶ່ງຕື່ມອີກ.
ແຫຼ່ງຂ່າວ ປກສ ແຂວງຫົວພັນ | ຂ່າວພາຍໃນ | 2023-02-27T10:22:09+00:00 | https://laopost.com/?p=142610 |
Subsets and Splits